ຄົນຕ່າງດ້າວຜິດກົດໝາຍ ໃນບໍລິຄໍາໄຊ

ແຂວງ ບໍລິຄໍາໄຊ ກວດພົບ ຄົນງານ ຕ່າງດ້າວ ທີ່ລັກເຂົ້າມາ ເຮັດການ ໃນປີ 2010 ຮອດ 2,000 ຄົນ.


ກົດຟັງສຽງ

ພາຍໃນປີ 2010 ສໍາລັບ ແຂວງ ບໍລິຄໍາໄຊ ໄດ້ກວດພົບ ຄົນງານຕ່າງດ້າວ ທີ່ເຂົ້າມາ ເຮັດການ ໂດຍບໍ່ຖືກຕ້ອງ ຕາມກົດໝາຍ ປະມານ 2,000 ກວ່າຄົນ. ເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການ ສັງຄົມ ແຂວງບໍລິຄຳໄຊ ເວົ້າວ່າ:

"ຢູ່ແຂວງເຮົາ ໂຕເລກ ຊັດເຈນແທ້ ກໍບໍ່ຮູ້ ຊັດເຈນ ພຽງແຕ່ ຄາດຄະເນວ່າ ມີປະມານ 1,500 ຫາ 2,000 ຄົນນີ້ແຫລ໋ະ ຫລາຍກວ່າໝູ່ ກໍເປັນ ຈາກວຽດນາມ ຕໍ່ມາກໍໄທ ສປປຈີນ".

ສາເຫດທີ່ ບໍ່ສາມາດ ຮູ້ໂຕເລກ ໄດ້ຢ່າງແນ່ນອນ ນັ້ນກໍເພາະວ່າ ຈໍານວນ ຄົນງານຕ່າງດ້າວ ທີ່ເຂົ້າມາ ແບບຜິດ ກົດໝາຍ ນີ້ ທາງຜແນກ ແຮງງານ ບໍ່ສາມາດ ເກັບກໍາຂໍ້ມູນ ໄດ້ ຍ້ອນວ່າ ເມື່ອເຂົ້າມາ ບຸກຄົນເຫລົ່ານີ້ ຈະແຈ້ງວ່າ ເຂົ້າມາທ່ອງທ່ຽວ, ເຂົ້າມາເຮັດ ທຸຣະກິດ, ຫລືຢ້ຽມຢາມ ຍາດພີ່ນ້ອງ, ແຕ່ຄວາມຈິງແລ້ວ ເຂົ້າມາລັກ ເຮັດວຽກ ໂດຍບໍ່ໄດ້ ແຈ້ງໃຫ້ ເຈົ້າໜ້າທີ່ ປະຈໍາແຂວງ ຮູ້. ທາງການ ສາມາດຮູ້ໄດ້ ໃນເວລາ ອອກໄປກວດກາ ແຮງງານ ຕາມສະຖານທີ່ ເຮັດວຽກ ຫລືຕາມ ໂຄງການຕ່າງໆ ເທົ່ານັ້ນ, ໂດຍຈະໄປ ກວດກາທຸກໆ 3 ເດືອນຫລື 6 ເດືອນ.

ບັນຫາການ ລັກເຂົ້າມາ ເຮັດວຽກ ຂອງຄົນງານ ຕ່າງດ້ານນີ້ ບໍ່ສາມາດ ຈະປ້ອງກັນໄດ້ ມີແຕ່ອອກ ປະກາດ ໂຄສະນາ ໃຫ້ພວກຂະເຈົ້າ ເຂົ້າມາແບບ ຖືກຕ້ອງ ຕາມກົດໝາຍ ເທົ່ານັ້ນ. ເຈົ້າໜ້າທີ່ ເວົ້າວ່າ:

"ກະບໍ່ສາມາດ ຊິປ້ອງກັນໄດ້ ໝົດທົ່ວ ປະເທດ ມີແຕ່ເຮົາ ກ໋າແນະນໍາ ໃຫ້ເຮັດຕາມ ລະບຽບການ ທີ່ໄດ້ມີ ຢູ່ແລ້ວ ຂອງກະຊວງ ແຮງງານວາງອອກ ພຍາຍາມ ອອກ ໂຄສະນາ ເຜີຍແພ່ແຈ້ງໃຫ້ ປະເທດ ອ້ອມຂ້າງ ຮູ້ກ່ຽວກັບ ຫລັກການ ລະບຽບການ ໃນການເຮັດວຽກ ຢູ່ລາວ".

ຄົນງານຕ່າງດ້າວ ທີ່ເຂົ້າມາ ເຮັດວຽກແບບ ຜິດກົດໝາຍ ທີ່ຖືກຈັບໄດ້ ກໍຈະຖືກ ບອກໃຫ້ໄປ ປະກອບ ເອກກະສານ ແຮງງານ ໃຫ້ຖືກຕ້ອງຕາມ ກົດໝາຍລາວ ເພາະຜແນກ ແຮງງານ ບໍ່ມີສິດ ແລະ ໜ້າທີ່ດໍາເນີນ ຄະດີ ກັບພວກຄົນງານ ຜິດກົດໝາຍ ດັ່ງກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org