ການລັກຕັດໄມ້ໃນເຂດ ປ່າສງວນແຫ່ງຊາດ

ມີການລັກລອບ ຕັດໄມ້ ໃນເຂດ ປ່າສງວນ ແຫ່ງຊາດ ນໍ້າປຸຍ ແລະ ແຫ່ງອື່ນໆ


ກົດຟັງສຽງ

ມີກຸ່ມຄົນ ເຂົ້າໄປລັກ ຕັດໄມ້ ຢູ່ເຂດ ປ່າສງວນແຫ່ງຊາດ ນໍ້າປຸຍ ເມືອງທົ່ງມີໄຊ ແຂວງ ໄຊຍະບູລີ ເມື່ອ ເດືອນຕຸລາ ຜ່ານມາ.  ໃນນັ້ນ ເຈົ້າໜ້າທີ່ ປ່າໄມ້ ປະຈໍາທ້ອງຖິ່ນ ສາມາດກວດ ພົບເຫັນ ແລະ ຍຶດຂອງກາງ ໄວ້ໄດ້ ເປັນຈໍານວນ ຫລາຍ. ຕາມຣາຍງານ ຂອງກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ. ນັ້ນ ເປັນການບຸກລຸກ ລັກລອບຕັດໄມ້ ຂນາດໃຫຍ່ ຊຶ່ງເຈົ້າໜ້າທີ່ ປ່າໄມ້ ທັງຂອງສູນກາງ ແລະ ທ້ອງຖິ່ນ ພວມສົມທົບກັນ ນໍາຫາຜູ້ ກະທໍາຜິດ ມາລົງໂທດ ໃຫ້ໄດ້ ໂດຍໄວ. 

ສະພາບການ ລັກລອບຕັດໄມ້ ແລະ ຊື້-ຂາຍໄມ້ ແບບຜິດກົດໝາຍ ຍັງມີຢ່າງ ແພ່ຫລາຍ ຢູ່ຕໍ່ມາ ຕາມທ້ອງຖິ່ນຕ່າງໆ. ໃນຊ່ວງຕົ້ນ ເດືອນ ພຶສຈິກາ ນີ້ ເຈົ້າໜ້າທີ່ ປ່າໄມ້ ກໍກວດພົບ ແລະຍຶດໄມ້ ຜິດກົດໝາຍ ໄດ້ ຫລາຍຮ້ອຍ ແມັດກ້ອນ ໃນແຂວງຕ່າງໆ ເຊັ່ນ ຢູ່ແຂວງ ຈໍາປາສັກ, ໄຊຍະບູລີ, ແຂວງວຽງຈັນ, ບໍລິຄໍາໄຊ ແລະ ຢູ່ນະຄອນຫລວງ ວຽງຈັນ ເອງ.

ສະເພາະ ຢູ່ແຂວງ ໄຊຍະບູລີ ເຈົ້າໜ້າທີ່ ຢຶດໄມ້ ຫວງຫ້າມໄດ້ 196 ທ່ອນ ເກືອບ 100 ແມັດກ້ອນ; ໄມ້ແປຮູບ ແລະໄມ້ຕັບ 100 ກວ່າລໍາ. ສ່ວນຢູ່ ແຂວງຄໍາມ່ວນ ກໍຍຶດໄມ້ ຄໍາພີ ໄດ້ 56 ຕັບ.  ຢູ່ນະຄອນຫລວງ ວຽງຈັນ ຍຶດໄມ້ ຄະຍຸງໄດ້ 13 ຕັບ.  ກ່ອນໜ້ານີ້ ປະຊາຊົນ ທ້ອງຖິ່ນຕ່າງໆ ໄດ້ແຈ້ງວ່າ ມີການບຸກລຸກ ປ່າສງວນ ທີ່ຟາກນໍ້າເທີນ ເບື້ອງທິດ ຕາເວັນອອກ ໃນແຂວງ ບໍລິຄໍາໄຊ, ປ່າສງວນ ທີ່ເຂດອ່າງ ນໍ້າງື່ມ 2 ໃນ ແຂວງວຽງຈັນ, ປ່າສງວນ ທີ່ເຂດເຂື່ອນ ນໍ້າງາຍ, ນໍ້າບູນ ໃນແຂວງ ຜົ້ງສາລີ ແລະແຫ່ງອື່ນໆ.

ນາງ ສຸວັນເພັງ ບຸບຜານຸວົງ ຮອງຫົວໜ້າ ຄນະກັມາທິການ ເສຖກິດ ສະພາແຫ່ງຊາດ ກໍໄດ້ຢືນຢັນ ວ່າ ຍັງມີ ປາກົດການ ບໍ່ດີ ເກີດຂຶ້ນຫລາຍ ໃນທົ່ວ ສັງຄົມລາວ ເປັນຕົ້ນ ການບຸກລຸກ ປ່າສງວນ ແຫ່ງຊາດ. ທາງການລາວ ເວົ້າວ່າ ປັຈຈຸບັນ ເຈົ້າໜ້າທີ່ ກ່ຽວຂ້ອງ ພວມດໍາເນີນ ຄະດີ ຜູ້ກະທໍາຜິດ ເພື່ອສົ່ງໃຫ້ ອັຍການ ແລະ ສານຕັດສິນ ລົງໂທດ ຕາມຣະບຽບ ກົດໝາຍ ເພື່ອໃຫ້ການ ລັກລອບຕັດໄມ້ ທໍາລາຍປ່າ ຫລຸດຜ່ອນລົງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org