ສ້າງເດີ່ນຍົນຂ.ຫົວພັນ ຈະໃຊ້ຄົນງານວຽດ

ໂຄງການ ກໍ່ສ້າງ ເດີ່ນເຮືອບິນ ບ້ານໜອງຄ້າງ ແຂວງ ຫົວພັນ ຈະໃຊ້ຄົນງານ ວຽດນາມ.

ຄົນງານ ຊາວວຽດນາມ ເພດຍິງ ຫຼືເພດຊາຍ ເທົ່າທຽມກັນ ໜັກເອົາເບົາສູ້ ຈື່ງເຮັດໃຫ້ ຄົນງານລາວ ມີຄູ່ແຂ່ງ ທີ່ໜ້າເປັນຫ່ວງ ແຕ່ເບີ່ງໄວ້ເພື່ອ ພິຈາຣະນາ ກໍດີ ເພາະໂດຍ ພື້ນຖານ ຄົນລາວ ບໍ່ເຄີຍກຽດຄ້ານ ບໍ່ນ້ອຍໜ້າ ຊົນຊາຕອື່ນ. talk-Vietnam

ກົດຟັງສຽງ

ຄາດວ່າ ໂຄງການ ກໍ່ສ້າງ ເດີ່ນເຮືອບິນ ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ເພື່ອຮອງຮັບ ເຂດ ເສຖກິດ ພິເສດ ໜອງຄ້າງ ຈະໃຊ້ຄົນງານ ຊາວວຽດນາມ ເປັນສ່ວນໃຫຍ່ ຍ້ອນວ່າ ບໍຣິສັດ ວຽດນາມ ໄດ້ຮັບ ອະນຸຍາດ ລົງທຶນ ໃນການກໍ່ສ້າງ ດັ່ງນັ້ນ ການຊອກຫາ ຄົນງານ ວຽດນາມ ຈະມີຄວາມ ສະດວກກວ່າ. ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແຂວງຫົວພັນ ເວົ້າກ່ຽວກັບ ເຣື່ອງນີ້ວ່າ:

"ຕ້ອງເປັນວຽດ ຫັ້ນແຫລ໋ະ ແຕ່ວ່າເຂົາຍັງ ບໍ່ທັນ ລະອຽດເທື່ອ ເປັນບໍລິສັດ ວຽດ ຢູ່ແລ້ວ ຊິມາເຮັດ ຫັ້ນໜ໋າ ເກັບກູ້ລະເບີດ ຮຽບຮ້ອຍ ຈຶ່ງຄ່ອຍເອົາຄົນ ຫັ້ນເຂົ້າມາ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ເຖິງປັດຈຸບັນ ຍັງບໍ່ທັນມີ ຂໍ້ມູນ ລາຍລະອຽດ ກ່ຽວກັບຈໍານວນ ຄົນງານ ວຽດນາມ ວ່າຈະນໍາເອົາ ເຂົ້າມາ ເຮັດວຽກ ໃນໂຄງການ ດັ່ງກ່າວ ໜ້ອຍຫລາຍ ປານໃດ ທັງຍັງບໍ່ຮູ້ວ່າ ຈະມີຄົນງານ ລາວ ເຂົ້າມາຮ່ວມ ເຮັດວຽກ ໃນໂຄງການ ນີ້ຫລືບໍ່.

ເຖິງຢ່າງໃດ ກໍຕາມ ເຈົ້າໜ້າທີ່ ກະຊວງ ແຮງງານ ແລະ ສວັດດີການ ສັງຄົມ ເຄີຍໃຫ້ ຂໍ້ມູນວ່າ ບໍ່ວ່າໂຄງການ ກໍ່ສ້າງໃດໆ ກໍຕາມ ໃນລາວ ທາງ ຣັຖບານ ຈະອະນຸຍາດ ໃຫ້ນໍາເອົາ ຄົນງານ ທີ່ມີຝີມື ສະເພາະ ຕ່າງຊາດ ເຂົ້າມາໄດ້ ບໍ່ເກີນ 20 ສ່ວນຮ້ອຍ ຂອງຈໍານວນ ຄົນງານ ທີ່ຕ້ອງການ ທັງໝົດ. ຖ້າຫາກຕ້ອງການ ນໍາຄົນງານ ເຂົ້າມາຫລາຍກວ່າ 20 ສ່ວນຮ້ອຍ ຕ້ອງໄດ້ຂໍໜັງສື ອະນຸຍາດ ຈາກ ຣັຖບານ ເພີ້ມຕື່ມ ສ່ວນແຮງງານ ທີ່ຈໍາເປັນອື່ນໆ ຕ້ອງໄດ້ໃຊ້ ຄົນງານລາວ.

ປັດຈຸບັນ ຄວາມຄືບໜ້າ ຂອງໂຄງການ ກໍ່ສ້າງ ເດີ່ນເຮືອບິນ ບ້ານໜອງຄ້າງ ຍັງຢູ່ໃນ ລະຫວ່າງ ການບຸກເບີກ ເສັ້ນທາງ ແລະ ກວດກາ ຄວາມປອດພັຍ ຈາກລະເບີດ ທີ່ຕົກຄ້າງ ສ່ວນການ ໂຍກຍ້າຍ ຊາວບ້ານ ບ້ານໜອງຄ້າງ 137 ຄອບຄົວ ອອກຈາພື້ນທີ່ ທີ່ຈະກໍ່ສ້າງນັ້ນ ຍັງບໍ່ທັນມີ ການເຄື່ອນໄຫວ ເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org