ຊາວເມືອງຫົງສາສັບສົນ ເຣື່ອງໂຮງໄຟຟ້າລິກໄນຕ໌

ຊາວເມືອງຫົງສາ ແຂວງ ໄຊຍະບູຣີ ຕ້ອງກາຣ ຄວາມຄຸ້ມຄອງ ດ້ານສິທທິ ກ່ຽວກັບ ກາຣກໍ່ສ້າງ ໂຮງໄຟຟ້າ ລິກໄນຕ໌.

ຮູປແບບຈໍາລອງ ຂອງໂຮງງານ ໄຟຟ້າຫົງສາ ລິກໄນທ໌ ທີ່ແຂວງ ໄຊຍະບູຣີ Arkom_blog

ພາຍຫລັງທີ່ ຣັຖບາລ ສປປລາວ ໄດ້ອະນຸມັຕ ໃຫ້ ສັມປະທານ ໂຄງກາຣສ້າງ ໂຮງໄຟຟ້າ ຫົງສາ ລິກໄນຍ໌ ໄດ້ຫລາຍປີ ຜ່ານມາ ຈົນເທົ່າ ປັຈຈຸບັນ ປະຊາຊົນ ກໍຍັງບໍ່ທັນຮູ້ ດ້ານສິທທິ ຂອງພວກຕົນ ແຕ່ຢ່າງໃດ ໂດຽສະເພາະ ທີ່ກ່ຽວພັນ ກັບເຣື່ອງ ຄ່າຊົດເຊີຍຕ່າງໆ ທີ່ຊາວບ້ານ ອາຈຈະຕ້ອງ ຖືກໂຍກຍ້າຍ ໄປຢູ່ແຫ່ງໃໝ່ນັ້ນ. ດັ່ງຊາວເມືອ ຫົງສາ ຜູ້ໜຶ່ງເວົ້າວ່າ:

“ກາຣທີ່ໃຊ້ອຳນາຈ ຂອງຕົນເອງ ບໍ່ໃຫ້ ປະຊາຊົນ ຮັບຮູ້ ກົດໝາຍ ຂອງປະເທສ ບໍ່ໃຫ້ຮັບຮູ້ ສິທທິ ຂອງຕົນເອງ ຣັຖທັມນູນ ບໍ່ໄດ້ຂຽນໄວ້ວ່າ ຫ້າມປະຊາຊົນ ຂັ້ນຮາກຖານ ນີ້ຮູ້ວ່າ ສິທທິ ຂອງຕົນເອງ ມີຫຍັງແດ່ ມັນເປັນກາຣ ຊົດເຊີຍ ກາຣໂຍກຍ້າຍ ປະຊາຊົນ ຖືກປິດກັ້ນ ບໍ່ໃຫ້ຮັບຮູ້”.

ພ້ອມດຽວກັນນີ້ ທ່ານກໍວ່າ ຊາວບ້ານ ສ່ວນຫລາຍ ຍັງບໍ່ທັນຮູ້ ເທື່ອວ່າ ພວກຕົນຈະໄດ້ ຮັບເງິນ ເປັນຄ່າຊົດເຊີຍ ນ້ອຍຫລືຫລາຍ ເທົ່າໃດ ຫລືຈະໃຫ້ ໂຍກຍ້າຍ ໄປອາສັຍຢູ່ ບ່ອນໃດ ກັນແທ້ ແລະ ວ່າເຣື່ອງ ຂ່າວຄາວຕ່າງໆ ທີ່ກ່ຽວພັນ ກັບໂຄງກາຣ ກໍ່ສ້າງ ໂຮງໄຟຟ້າ ຫົງສາ ລິກໄນຕ໌ ດັ່ງກ່າວ ກໍບໍ່ໄດ້ມີກາຣ ປະຊາສັມພັນ ໃຫ້ ປະຊາຊົນ ໄດ້ຮູ້ຈັກນຳ ແຕ່ຢ່າງໃດ ແລະ ພື້ນທີ່ຕ່າງໆ ທີ່ອາຈໄດ້ ຮັບຜົລກະທົບ ນັ້ນ ຜູ້ເປັນເຈົ້າຂອງ ກໍຍັງບໍ່ທັນ ຮູ້ເຫັນນຳເທື່ອ.

ຢ່າງໃດກໍຕາມ ໂຄງກາຣ ໂຮງໄຟຟ້າ ຖ່ານຫີນ ຫລື ຫົງສາລິກໄນຕ໌ ເປັນທີ່ຄາດວ່າ ຈະສາມາຕຜລິຕ ພລັງໄຟຟ້າ ໄດ້ເຖີງ 1,878 ວັຕຕ໌ ແລະ ກໍຈະຕ້ອງໄດ້ ມີກາຣໂຍກຍ້າຍ ປະຊາຊົນ ອອກຈາກ ຂົງເຂດຣັສມີ ກາຣກໍ່ສ້າງ ບໍ່ຕໍ່າກວ່າ 15 ກິໂລແມ໊ຕ ທີ່ຈະກວມ 5 ໝູ່ບ້ານ ເຊັ່ນ: ບ້ານນາໜອງຄຳ ບ້ານນາຊາຍຄຳ ບ້ານຫານ ບ້ານທາຕ ແລະ ບ້ານຈຳປາ ຮວມເປັນທັງໝົດ 423 ຫລັງຄາເຮືອນ ທີ່ມີປະຊາຊົນ ທັງໝົດ ປະມານ 2,000 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org