ເຂົ້າແລະອາຫານແພງຂື້ນ ໃນຫຼາຍປະເທດ

ຣາຄາອາຫານ ໃນຫລາຍ ປະເທດ ຈະແພງຂື້ນອີກ ໃນປີນີ້ ເພາະໄພ ແຫ້ງແລ້ງ ແລະ ອາກາດ ຮ້ອນຜິດ ປົກກະຕິ ໂດຍສະເພາະ ຢູ່ສະຫະຣັຖ ອະເມຣິກາ ຊຶ່ງໃນປີນີ້ ການຜລິດເຂົ້າບະເລ່ ແລະສາລີ ຈະຫລຸດລົງຫລາຍ.

ສະຫະຣັຖ ເປັນປະເທດ ທີ່ຜລິດ ແລະ ສົ່ງອາຫານອອກ ທັງສອງຢ່າງນີ້ ໄປເກືອບ ທົ່ວໂລກ ເປັນຕົ້ນໄປ ພາກ ຕາເວັນອອກກາງ ອະຟຣິກກາ ແລະຈີນ. ປັດຈຸບັນ ຣາຄາສາລີ ໃນຕລາດໂລກ ແພງຂື້ນເປັນ 5 ດອນລ່າ ສະຫະຣັຖ ຕໍ່ນຶ່ງຖັງ ແພງຂື້ນ 40 ສ່ວນຮ້ອຍ ໃນຣະຍະ ສອງສາມເດືອນ ຜ່ານມາ ແລະ ນັກເສຖສາຕ ຄາດວ່າ ຈະແພງຂື້ນເປັນ ສອງເທົ່າ ໃນສອງສາມເດືອນ ທາງໜ້ານີ້.

ປັດຈຸບັນ ຍ້ອນຣາຄາແພງ ຫລາຍປະເທດ ໃນພາກ ຕາເວັນອອກກາງ ອະຟຣິກກາເໜືອ ແລະຢູໂຣບ ຈື່ງໂຈະ ການຮັບຊື້ ເຂົ້າບະເລ່ ແລະສາລີ ຈາກສະຫະຣັຖ ລໍຖ້າໄປເບິ່ງ ອີກຈັກໜ້ອຍ ຫວັງວ່າຣາຄາ ຈະຖືກລົງ ຈຶ່ງຈະຊື້.

ຢູ່ເອເຊັຍ ໃນປີກາຍ ຣາຄາອາຫານ ແພງຂື້ນ ເປັນຍ້ອນ ຣາຄານ້ຳມັນ ແພງຂື້ນ ແຕ່ປີນີ້ ປະເທດເອເຊັຍ ຕາເວັນ ອອກ ອາດຈະບໍ່ໄດ້ຮັບ ຜົນກະທົບ ຈາກການຜລິດ ອາຫານ ຫລຸດລົງ ໃນສະຫະຣັຖ ປານໃດ ເພາະຣາຄາ ນ້ຳມັນ ກໍຖືກລົງ ເລັກນ້ອຍ ແລະຣາຄາ ເຂົ້າກິນ ຢູ່ໃນຫລາຍ ປະເທດ ໃນເອເຊັຍ ກໍຫລຸດລົງ ເຊັ່ນຢູ່ລາວ ແລະວຽດນາມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org