ສາທາຣະນະສຸຂ ເຕືອນໂຣຄຍາມໜາວ

ສາທາຣະນະສຸຂ ແຂວງອຸບົນ ຂອງໄທ ເຕື່ອນ 6 ໂຣກ ທີ່ຕ້ອງ ເຜົ້າລະວັງ ໃນຍາມ ລະດູໜາວ.


ກົດຟັງສຽງ

ສາທາຣະນະສຸຂ ແຂວງອຸບົນ ຂອງໄທ ເຕື່ອນວ່າ ມີ 6 ໂຣກ ທີ່ຕ້ອງ ເຜົ້າລະວັງ ໃນຍາມ ລະດູໜາວ ຮ່ວມທັງ ໄຂ້ຫວັດ ທັມມະດາ ໄຂ້ຫວັດໃຫ່ຽ ປອດບວມ ໂຣກສຸກໃສ ແລະ ຂີ້ຖອກທ້ອງ. ນາຍແພດ ສຸຣະພົນ ລອຍຫາ ກ່າວວ່າ ລະດູໜາວ ປີນີ້ ຂໍໃຫ້ ປະຊາຊົນ ລະມັດລະວັງ ເຣື້ອງສຸຂພາບ ຮ່າງກາຍ ໃຫ້ແຂງແຮງ ຢູ່ສະເໝີ ໂດຍສະເພາະ ເດັກນ້ອຍ ອາຍຸອ່ອນ ແລະ ຜູ້ເຖົ້າຜູ້ແກ່.

ທ່ານວ່າ ອາການໂຣກ ທີ່ເກີດຈາກ ເຊື້ອໄວຣັສ ໃນຍາມ ລະດູໜາວ ແມ່ນເລີ້ມດ້ວຍ ອາການເປັນ ໄຂ້ຫວັດ ເປັນໄຂ້ ປວດຫົວ ຂີ້ມູກໄຫລ ໄອ ຈາມ ເຈັບຄໍ ຫລືແສບຄໍ ອາດມີອາການ ໜາວສັ່ນດ້ວຍ. ຄົນເຈັບທີ່ເປັນ ໄຂ້ຫວັດໃຫ່ຽ ຈະມີອາການ ໂຕຮ້ອນສູງ ໜາວສັ່ນ ປວດຫົວ ວິນຫົວ ປວດຕາມກະດູກ ປວດກ້າມເນື້ອ ຫາກເຈັບໜັກ ຈະມີອາການ ປຸ້ນທ້ອງ ແລະ ຈະລາມໄປເປັນ ປອດບວມ.

ສ່ວນໂຣກ ໝາກສຸກ ໝາກໃສ ນັ້ນ ໂດຍມາກມັກ ຈະເກີດແກ່ ເດັກນ້ອຍ ອາຍຸ 1-6 ປີ ມີອາການໄຂ້ ແລະອອກຕຸ່ມ ເລີ້ມເປັນໄຂ້ ຕໍ່ມາເປັນ ຕຸ່ມເຕັມໜ້າ ເຕັມຕາ ແລ້ວຕຸ່ມນັ້ນ ກໍໂພງໃສ ຂື້ນໃນ 2-3 ວັນຕໍ່ມາ ນັບຕັ້ງແຕ່ ມື້ເປັນໄຂ້.

ນາຍແພດວ່າ ເພື່ອຫລີກລຽງ ຕິດໂຣກ ທີ່ກ່າວມານີ້ ບໍ່ຄວນໄປ ສໍາພັດ ກັບຄົນເຈັບ ໝັ່ນລ້າງມື ດ້ວຍສະບູ ເລື້ອຍໆ ອອກກໍາລັງກາຍ ໃຫ້ສມໍ່າສເມີ ພັກຜ່ອນ ໃຫ້ພຽງພໍ ແລະ ຮັກສາຮ່າງກາຍ ໃຫ້ອົບອຸ່ນ ເລື້ອຍໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org