ສວນປູກຕົ້ນຢາງຂອງຈີນ ໃຊ້ປຸຍທີ່ຕ້ອງຫ້າມ

ບໍຣິສັດ ປູກຢາງພາຣາ ຂອງຈີນ ປິດບັງ ເຈົ້າໜ້າທີ່ ເຣື້ອງການໃຊ້ ປຸຍ ສານເຄມີ.

ບໍຣິສັດ ຂອງຈີນ ທີ່ເຂົ້າມາ ລົງທືນ ປູກຢາງພາຣາ ຢູ່ແຂວງຜົ້ງສາລີ ປິດບັງ ເຣື້ອງການນໍາເຂົ້າ ສານເຄມີ ສໍາລັບມາໃຊ້ ໃນສວນຢາງ ແລະ ບໍ່ເປີດເຜີຽ ຄວາມຈິງ ໃນເວລາ ເຈົ້າໜ້າທີ່ ລົງໄປກວດກາ ທັ້ງໆທີ່ ເຈົ້າໜ້າທີ່ ເຊື່ອວ່າ ມີສານເຄມີ ບາງຊນິດ ທີ່ທາງການ ຫ້າມນໍາເຂົ້າ ມາໃຊ້ກໍດີ ດັ່ງທ່ານໄດ້ກ່າວວ່າ:

"ເຂົາເຈົ້າໃຊ້ ແຕ່ເຂົາເຈົ້າ ອາດຈະ ບໍ່ບອກເຮົາ ກໍມີຫັ້ນນະ ໃຊ້ຢາຂ້າຫຍ້າ ທີ່ວ່າ ກໍາຈັດຫຍ້າ ແມ່ຫຍັງຫັ້ນນະ ຢາງພາຣາ ຈັ່ງຊີ້ ແຕ່ວ່າ ກໍຣະນີ ທີ່ເຮົາເຂົ້າໄປຖາມ ຖາມປະຊາຊົນບໍ ຫລືວ່າຖາມ ບໍຣິສັດ ເຂົາກໍຊີ່ບໍ່ຕອບເຮົາ  100  ເປີເຊັນ ຫັ້ນນະ".

ເຈົ້າໜ້າທີ່ວ່າ  ການກວດກາ ສານເຄມີ ຜິດກົດໝາຍ ປະສົບກັບ ຄວາມຍຸ່ງຍາກ ຍ້ອນບໍຣິສັດ ນໍາເຂົ້າ ບໍ່ເປີດເຜີຽ ຄວາມຈິງ. ອີກປະການນື່ງ ເມື່ອລົງໄປ ກວດກາແລ້ວ ເຈົ້າໜ້າທີ່ ກໍບໍ່ມີເຄື່ອງ ກວດສອບ ແລະ ບ່ອນວິໃຈ ເພື່ອພິສູດວ່າ ສານເຄມີ ທີ່ນໍາເຂົ້ານັ້ນ ເປັນປະເພດ ທາງການຫ້າມ

"ແມ່ນຢູ່ ມີຄົນ ແຕ່ເຮົາ ບໍ່ມີເຄື່ອງມື ບໍ່ມີອຸປະກອນ ຫັ້ນນະ ບາງເທື່ອ ມັນກໍ ເຮັດຫຍັງບໍ່ໄດ້ ຫລາຍ. ຖ້າວ່າ ມີອຸບປະກອນ ທີ່ວ່າກວດແບບວ່າ ກວດວ່າ ມັນມີ ຫລືບໍ່ມີ ມີເຄື່ອງພິສູດ ກໍອາດຈະຮູ້ໄດ້ ກ່ວານີ້".

ເຈົ້າໜ້າທີ່ ແຂວງຜົ້ງສາລີ ເຊື່ອວ່າ ບໍຣິສັດ ປູກຢາງພາຣາ ຂອງຈີນ ໃຊ້ຢາຂ້າຫຍ້າ ປະເພດທີ່ ທາງການຫ້າມ ຈື່ງເຮັດໃຫ້ ຄົນງານສວນຢາງ ເກີດເປັນ ຕຸ່ມ ເປື່ອຍ ຕາມຮ່າງກາຍ ຈໍານວນ 5 ຄົນ ຕາມລາຍງານ ຂອງເຈົ້າໜ້າທີ່ ສວັດດີການ ແລະ ສັງຄົມ ເມື່ອວັນທີ່ 18 ມີຖຸນາ ຜ່ານມາ ຫລັງຈາກ ພະນັກງານ ສວນ
ສີດຢາຂ້າຫຍ້າ.

ເມື່ອຕົ້ນປີ 2012  ນີ້ ຜແນກ ສາທາະນະສຸຂ ແຂວງກໍໄດ້. ລາຍງານວ່າ ປະຊາຊົນ ທີ່ອອກໄປຫາ ເຄື່ອງປ່າ ຂອງດົງ ຈໍານວນນື່ງ ເປັນຕຸ່ມ ຕາມຕົນໂຕ ຫລື ກິນອາຫານ ທີ່ໄດ້ມາຈາກ ປ່າແລ້ວ ມີອາການວຽນວິນ ໂດຍບໍ່ຮູ້ສາເຫດ ແຕ່ສົງໄສວ່າ ຍ້ອນເບື່ອ ພິດຢາຂ້າຫຍ້າ ຈາກສວນຢາງ ທີ່ປີວໄປ ຕາມປ່າ ຕາມດົງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org