ແພນອອສທ໌ຈະເລີ້ມ ຂຸດຄຳບ້ານຫ້ວຍຊາຍ

ບໍຣິສັທ ແພນອອສເຕຣເລັຽ ທີ່ຈະຂຸດຄຳ ຢູ່ເຂຕບ້ານ ຫ້ວຍຊາຍ ແຂວງວຽງຈັນ ເປັນແຫ່ງ ທີ່ 2 ຈະສາມາຖ ຜລິຕຄຳ ອອກຂາຍໄດ້ ກ່ອນກໍາໜົດ ໃນໄວໆນີ້ ແລະ ໃນເວລາ ດຽວກັນ ຣາຄາຫຸ້ນ ກໍສູງຂຶ້ນ .14 ເຊັນ ທີ່ຄິດເປັນ ອັຕຣາເສລັ່ຽ 4.61% ຫລືປະມານ 3.30 ດອລລາຣ໌ ສະຫະຣັຖ ຕໍ່ຫຸ້ນ ຕາມຕລາດ ຫລັກຊັພ ໃນຕອນບ່າຍ ຂອງວັນ ທີ່ 2 ເມສາ 2012 ນີ້.

ການຂຸດຄົ້ນ ບໍ່ຄໍາບໍ່ເງີນ ຂອງບໍຣິສັດ ແພນອອສທ໌ ຢູ່ບ້ານ ຫ້ວຍຊາຍ ທີ່ຈະເລີ້ມ ການຜລິດ ໃນກາງເດືອນ ເມສາ ປີ 2012. panaust

ກົດຟັງສຽງ

ທາງໜັງສືພີມ ອອສເຕຣເລັຽ ໄດ້ແຈ້ງໃນ ວັນຈັນ ນີ້ວ່າ ໂຄງກາຣ ຂຸດຄົ້ນຄໍາ ທີ່ບ້ານ ຫ້ວຍຊາຍ ຊື່ງເປັນ ໂຄງກາຣ ແຫ່ງທີ່ 2 ຮອງຈາກໂຄງກາຣ ບໍ່ຄໍາພູເບັ້ຽ ໂດຽມີກາຣ ລົງທຶນ ເຖີງ 195 ລ້ານດອລລາຣ໌ ສະຫະຣັຖ ແລະ ວ່າຈະສາມາຖ ຜລິຕຄໍາໄດ້ ໃນແຕ່ລະປີ ເຖີງ 100,000 ອອນສ໌ ແລະເງິນ 700,000 ອອນສ໌ ແລະຄາດວ່າ ຈະເຣີ່ມຜລິຕ ແທ່ງຄໍາໄດ້ ເປັນເທື່ອ ທຳອິດ ພາຍໃນ 2 ສັປດາ ຂ້າງໜ້ານີ້ ໂດຽມີ ກຳໜົດ ທີ່ຈະຜລິຕຄຳ ໄດ້ເຖີງ 85,000 ອອນສ໌ ໃນປີ 2012 ນີ້ ຊຶ່ງ ແຕ່ລະອອນສ໌ ຈະຕົກເປັນ ຣາຄາ ປະມານ 1,670 ດອລລາຣ໌.

ໃນຂນະດຽວກັນ ທາງ ບໍຣິສັທ SARCO ຊຶ່ງເປັນ ບໍຣິສັທ ຮ່ວມມື ໃນກາຣລົງທຶນ ຂຸດຄົ້ນ ອະລູມີນຽມ (Aluminium/Bauxite) ຢູ່ໃນເມືອງລາວ ໂດຽບໍຣິສັທ ອອສເຕຣເລັຽ ຖືຫຸ້ນ 49% ແລະ ບໍຣິສັທ ຂອງຈີນ 51% ນັ້ນ ກໍໄດ້ສິ້ນສຸດ ກາຣເຈາະ ເພື່ອກາຣ ສຳຣວຈວິຈັຍ ຕາມເຂຕພື້ນທີ່ ສັມປະທານ ໄປແລ້ວ ໂດຽມີກາຣ ຢືນຢັນວ່າ ຈະສາມາຖ ດຳເນີນ ກາຣຂຸດຄົ້ນ ແລະຜລິຕ ອະລູມີນຽມ ໄດ້ເຖີງ 69 ລ້ານຕັນ ທີ່ຈະ ສາມາຖ ດຳເນີນ ກາຣຜລິຕ ຕລອດຣະຍະ ບໍ່ຕໍ່າກວ່າ 34 ປີ ໃນອະນາຄົຕ ຂ້າງໜ້າ ຢ່າງແນ່ນອນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org