ຜູ້ຊ່ຽວຊານສື່ມວລຊົນ ອະເມຣິກັນຝຶກນັກຂ່າວລາວ
ນັກຊ່ຽວຊານ ດ້ານສື່ມວລຊົນ ອະເມຣິກັນ ໄດ້ຝຶກອົບຮົມ ນັກຂ່າວ ແລະ ກ່າວຕໍ່ ນັກສຶກສາລາວ ກ່ຽວກັບ ມາຕຖານ ນັກຂ່າວສາກົນ.
-
ຈໍາປາທອງ
2010-12-17 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ໃນວັນອັງຄານ ວັນທີ 14 ທັນວາ 2010 ມາດາມ Joyce Barrett ຜູ້ຊ່ຽວຊານ ສື່ມວລຊົນ ອະເມຣິກັນ ໄດ້ຝຶກອົບຮົມ ສື່ມວລຊົນລາວ ຫລາຍຄົນ ທີ່ເຮັດຂ່າວ ເຣື້ອງເສຖກິດ ແລະ ທຸຣະກິດ ຕ່າງໆ. ການຝຶກອົບຮົມ ຄັ້ງນີ້ ມີຄວາມສຳຄັນ ເປັນພິເສດ ຍ້ອນວ່າ ໃນປັດຈຸບັນ ນີ້ ສປປລາວ ໄດ້ເລີ້ມເຮັດ ທຸຣະກິດ ດ້ານການ ຊື້-ຂາຍຮຸ້ນ ເປັນເທື່ອທຳອິດ.
ມາດາມ Barrett ເປັນນັກໜັງ ສືພິມ ທີ່ມີບົດຮຽນ ຫລາຍກວ່າ 30 ປີ ຊຶ່ງ ປັດຈຸບັນ ນີ້ເປັນ ສາສດາຈານ ດ້ານສື່ມວລຊົນ ປະຈຳຂແນງ ຄົມມະນາຄົມ ຂອງ ສະຖາບັນ Charleston ທີ່ເມືອງ Charleston, ຣັດ South Carolina ສະຫະຣັດ ອະເມຣິກາ. ການຝຶກອົບຮົມ ນັ້ນມີຫລາຍ ຫົວຂໍ້ ທີ່ສຳຄັນ ເຊັ່ນ ວິທີການ ອ່ານຣາຍງານ ປະຈຳປີ, ວິທີຊອກ ຂ່າວທີ່ດີ ແລະ ໄວ້ໃຈໄດ້ ເພື່ອເອົາມາ ວິຈັຍ, ວິທີຂຽນຂ່າວ ກ່ຽວກັບ ທຸຣະກິດ ຕ່າງໆ.
ໂຄງການ ຝຶກອົບຮົມ ຄັ້ງນີ້ ແມ່ນໄດ້ຮັບທຶນ ຊ່ວຍເຫລືອ ຈາກ ສະຖານທູດ ສະຫະຣັດ ອະເມຣິກາ ປະຈຳ ສປປ ລາວ ທີ່ ນະຄອນຫລວງ ວຽງຈັນ ແລະກ່ອນໜ້າ ນັ້ນ 1 ວັນ ຄືໃນວັນ ທີ 13 ທັນວາ ມາດາມ Barrett ກໍໄດ້ກ່າວ ກ່ຽວກັບ ຫົວຂໍ້ສຳຄັນ ຂອງ ມາຕຖານ ນັກຂ່າວສາກົນ ຕໍ່ນັກສຶກສາ ຈາກ ສະຖາບັນ ຕ່າງໆຂອງ ມະຫະວິທະຍາໄລ ແຫ່ງຊາດ ຂອງລາວ ຈຳນວນ 150 ຄົນ.