ທະນະຄານພັທນາ ເອເຊັຽໃຫ້ທຶນຊ່ວຍເຫຼືອ

ທະນະຄານ ພັທນາ ເອເຊັຽ ໃຫ້ການ ຊ່ວຍເຫລືອ ເປັນເງິນກູ້ ແລະ ຊ່ວຍເຫລືອລ້າ ແກ່ 3 ປະເທດ ແມ່ນໍ້າຂອງ ລາວ ກໍາພູຊາ ແລະ ວຽດນາມ.


ກົດຟັງສຽງ

ທະນາຄານ ພັທນາ ເອເຊັຽ ຫລື ADB ໃຫ້ເງິນກູ້ ແລະ ຊ່ວຍເຫລືອລ້າ 49 ລ້ານໂດລາ ສະຫະຣັຖ ເພື່ອໃຊ້ ໃນການຄວບຄຸມ ເຊື້ອພຍາດ ໄຂ້ເລືອດອອກ ໃນເຂດ ແມ່ນໍ້າຂອງ ຮວມທັງພຍາດ ໄຂ້ຫວັດໝູ ແລະ ໂຣກເອດສ. ຕາມຣາຍງານ ຂ່າວ ຊີນຮົວ ຈາກ ກຸງມານີລາ ໃນວັນທີ 23 ພຶສຈິກາ 2010.

ເງິນດັ່ງກ່າວ ຈະໃຫ້ຜ່ານ ໂຄງການ ຄວບຄຸມ ພຍາດຕິດຕໍ່ ໃນພາກພື້ນ ແມ່ນໍ້າຂອງ GMS ໂດຍມີເປົ້າໝາຍ ປັບປຸງການ ບໍຣິການ ດ້ານສຸຂພາບ ໃນ ປະເທດລາວ ກັມພູຊາ ແລະ ວຽດນາມ. ໃນຖແລງການ ສະບັບນຶ່ງ ທ່ານ Vincent de Wit ນັກວິຊາການ ດ້ານສຸຂພາບ ຂອງເອດີບີ ກ່າວວ່າ ການປ້ອງກັນ ພຍາດເລົ່ານັ້ນ ຮຽກຮ້ອງ ໃຫ້ປະເທດ ໃນພາກພື້ນນີ້ ປະກອບສ່ວນ ແລະ ຮ່ວມມືກັນ ໜັກແໜ້ນ ຂຶ້ນຕື່ມ.

ທະນາຄານ ພັທນາເອເຊັຽ ທີ່ມີສູນກາງ ຢູ່ກຸງ ມານີລາ ຈະຊ່ວຍທາງ ດ້ານການເງິນ ແກ່ໂຄງການ ຄວບຄຸມ ພຍາດຕິດຕໍ່ ທາງຣະບົບ ຫາຍໃຈ ໂດຍຄາດວ່າ ຈະມີເຖິງ 1 ລ້ານ 7 ແສນຄົນ ທີ່ອາສັຍ ຢູ່ເມືອງຊາຍແດນ 116 ເມືອງ ຂອງ 3 ປະເທດດັ່ງກ່າວ ໄດ້ຮັບຜົລ ປະໂຫຍດ. ໃນນັ້ນ ປະມານ 1 ສ່ວນ 3 ເປັນຊົນເຜົ່າ ສ່ວນນ້ອຍ.    

ໃນຈໍານວນເງິນ 49 ລ້ານ ໂດລາ ນັ້ນ ເອດີບີ ຈະໃຫ້ວຽດນາມ ກູ້ຢືມ 27 ລ້ານໂດລາ, ຊ່ວຍ ເຫລືອລ້າ ແກ່ ກັມພູຊາ 10 ລ້ານໂດລາ ແລະໃຫ້ ປະເທດລາວ 12 ລ້ານໂດລາ.

ຂ່າວຣາຍງານ ຕື່ມວ່າ ກະຊວງ ສາທາຣະນະສຸຂ ຂອງແຕ່ລະ ປະເທດ ຄື ລາວ ກັມພູຊາ ວຽດນາມ ຈະເປັນຜູ້ ປະຕິບັດ ໂຄງການ ຊຶ່ງມີກໍານົດ ສິ້ນສຸດລົງ ໃນເດືອນ ມິຖຸນາ ປີ 2016 ຂນະທີ່  ກອງປະສານງານ ຂອງໂຄງການນັ້ນ ຈະມີສູນກາງ ຢູ່ນະຄອນຫລວງ ວຽງຈັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org