ຍິງລາວຄວນແຈ້ງຄວາມ ເມື່ອຖືກທໍາຮ້າຍ
ແມ່ຍິງລາວ ທຸກຄົນ ຄວນຈະໄປ ແຈ້ງຄວາມ ຂໍຄວາມເປັນທັມ ຫາກຖືກ ຂົ່ມຂູ່ ທໍາຮ້າຍ ຮ່າງກາຍ ລ່ວງລະເມີດ ສິທທິ ຂອງຕົນ.
-
ໂພໄຊສວັດ
2012-03-28 -
-
-
Your browser doesn’t support HTML5 audio
ກົດຟັງສຽງ
ອົງການ ແມ່ຍິງ ສາກົນ ໃນລາວ ເປີດເຜີຍວ່າ ເຖິງແມ່ນວ່າ ສະຫະພັນ ແມ່ຍິງລາວ ເຄີຍສເນີ ໃຫ້ແມ່ຍິງ ມີສິດ ເທົ່າທຽມ ກັບຜູ້ຊາຍ ແຕ່ຍັງມີ ແມ່ຍິງ ຈໍານວນຫຼວງຫຼາຍ ຖືກລ່ວງລະເມີດ ທໍາຮ້າຍ ແລະ ເອົາລັດເອົາປຽບ ຈາກຜູ້ຊາຍ ໂດຍ ສະເພາະ ຈາກຄົນຢູ່ໃນ ຄອບຄົວ ດຽວກັນ ເຊັ່ນຜົວ ທໍາຮ້າຍເມັຍ ຫຼືພໍ່ ທໍາຮ້າຍລູກ.
ອົງການ ແມ່ຍິງ ສາກົນ ຈຶ່ງເຫັນວ່າ ຫາກແມ່ຍິງ ທີ່ຖືກທໍາຮ້າຍ ກ້າອອກມາ ເປີດເຜີຍ ແຈ້ງຕໍ່ ເຈົ້າໜ້າທີ່ ຫລື ອົງການ ສາກົນ ເພື່ອ ຂໍຄວາມເປັນທັມ ກໍອາດຈະຊ່ວຍ ຫລຸດຜ່ອນ ບັນຫາ ຄວາມຮຸນແຮງ ລົງໄດ້ບໍ່ຫລາຍ ກໍໜ້ອຍ. ເຈົ້າໜ້າທີ່ ຈາກ ອົງການ ແມ່ຍິງ ສາກົນ ນະຄອນຫລວງ ວຽງຈັນ ເວົ້າວ່າ:
"ເຣື່ອງ violence ໃນຄອບຄົວ ລະຫວ່າງ ຜົວ-ເມັຍ ເປັນເຣື່ອງ ລະອຽດອ່ອນ ຕົວຜູ້ຍິງເອງ ບາງເທື່ອ ກໍບໍ່ຍອມ ຮັບເດ໋ ແມ່ນວ່າ ຈະຖືກ ທໍາຮ້າຍຫລາຍ ແຕ່ວ່າມັນຍາກ ທີ່ຂະເຈົ້າ ຈະເວົ້າອອກມາ ເພາະວ່າມັນ ເປັນເຣື່ອງໜ້າອາຍ ແຕ່ວ່າ ສາມີ ທໍາຮ້າຍເບ໋າະ ຫຍັງຈັ່ງຊີ້ນີ່ ເຈົ້າຊິຊ່ວຍ ໂຕເອງ ແນວໃດ໋ ອັນຂໍ້ມູນ ພວກນີ້ນະອ້າຍ ຄັນຊິເວົ້າໄປ ຍັງບໍໄດ້ ເຜີຍແພ່ ທົ່ວເຖິງ".
ນາງເວົ້າ ຕໍ່ໄປວ່າ ທີ່ຜ່ານມາ ຈໍານວນແມ່ຍິງ ທີ່ມາແຈ້ງ ວ່າຖືກ ທໍາຮ້າຍ ນັ້ນຍັງມີ ໜ້ອຍຢູ່ ເຖິງວ່າໂຕເລກ ຂໍ້ມູນ ຂອງຫລາຍ ອົງການ ແມ່ຍິງ ໃນລາວ ໄດ້ສະແດງ ໃຫ້ເຫັນວ່າ ການໃຊ້ຄວາມ ຮຸນແຮງ ໃນຄອບຄົວ ຍັງມີຫລາຍ ກໍຕາມ.
ໃນສະຖິຕິ ຫລ້າສຸດ ຂອງອົງການ ສະຫະປະຊາຊາດ ທີ່ໄດ້ ສໍາຣວດ ແມ່ຍິງ 1,000 ຄົນໃນ 5 ແຂວງຄື ບໍ່ແກ້ວ ສວັນນະເຂດ ຫລວງພຣະບາງ ສາລະວັນ ແລະ ວຽງຈັນ ພົບວ່າ ແມ່ຍິງລາວ ທີ່ຖືກທໍາຮ້າຍ ຮ່າງກາຍ ແລະ ຈິດໃຈ ມີຮອດ 35 ສ່ວນຮ້ອຍ.
ນາງເວົ້າສລຸບວ່າ ແມ່ຍິງລາວ ຕ້ອງໄດ້ປ່ຽນ ຄວາມຄິດ ທີ່ວ່າການ ຮຽກຮ້ອງ ແລະ ແຈ້ງເຫດ ທີ່ເກີດຂຶ້ນ ກັບໂຕເອງ ນັ້ນບໍ່ແມ່ນ ສິ່ງທີ່ໜ້າອາຍ ແລະ ບໍ່ໃຫ້ຖືວ່າ ການທີ່ ຖືກຜົວຕົບຕີ ດ່າວ່າ ເປັນເຣື່ອງ ທັມມະດາ ປົກກະຕິ ໃນຄອບຄົວ ຍ້ອນວ່າ ການກົດຂີ່ ຂົ່ມເຫັງ ທາງຮ່າງກາຍ ຈິດໃຈ ຄວາມຮຸນແຮງ ໃນຄອບຄົວ ທີ່ເກີດຂຶ້ນ ເລື້ອຍໆ ເປັນສະນວນ ໃຫ້ແມ່ຍິງ ຕົກເປັນເຫຍື່ອ ຂອງ ການຄ້າມະນຸສ ໄດ້ງ່າຍ.