ຣັຖບານອະນຸມັດ ເຂດເສຖກິດເພີ່ມ 7 ແຫ່ງ

ຣັຖບານລາວ ໄດ້ອະນຸມັດ ໃຫ້ສ້າງເຂດ ເສຖກິດ ພິເສດ ແລະ ເຂດເສຖກິດ ສະເພາະ ຫຼາຍເຂດ ໃນຕົ້ນປີ 2012.


ກົດຟັງສຽງ

ຊຶ່ງປັຈຈຸບັນໄດ້ ອະນຸມັດ ໃຫ້ເຣີ່ມ ກໍ່ສ້າງ ໄປແລ້ວ ທັງໝົດ 7 ເຂດ ແລະ ຍັງເຫລືອອີກ ຫລາຍແຫ່ງ ທີ່ຍັງຢູ່ ໃນຣະຫວ່າງ ການລໍຖ້າ ພິຈາຣະນາ. ເຈົ້າໜ້າທີ່ລາວ ທີ່ກ່ຽວຂ້ອງ ກ່າວກ່ຽວກັບ ເຣື່ອງນີ້ວ່າ:

“ອະນຸມັດ ໄປແລ້ວ 7 ເຂດ ດຽວນີ້ ມີເຂດ ໂຕ ສວັນ-ເຊໂນ ມີບໍ່ເຕັນ ແດນຄໍາ ມີສາມຫລ່ຽມຄໍາ ມີວີຕ້າ ປາກ ຢູ່ນະຄອນຫລວງ ມີດົງໂພສີ ກອຟລອງແທງຫັ້ນ ກັບມີເຂດ ໄຊເສດຖາ ກວມລວມກັບ ເຂດພູຂຽວ ຢູ່ຄໍາມ່ວນ”.

ທ່ານກ່າວອີກວ່າ ທັງ 7 ເຂດ ທີ່ໄດ້ ອະນຸມັດ ໄປຮຽບຮ້ອຍ ແລ້ວນັ້ນ ແບ່ງເປັນເຂດ ເສຖກິດພິເສດ 3 ແຫ່ງຄື ເຂດເສຖກິດ ພິເສດ ສວັນເຊໂນ ເຂດເສຖກິດ ພິເສດ ພູຂຽວ ຢູ່ໃກ້ຂົວ ມິຕພາບ ລາວ-ໄທ ແຫ່ງທີ 3 ແຂວງຄໍາມ່ວນ ແລະເຂດ ເສຖກິດພິເສດ ບໍ່ເຕັນແດນຄໍາ ແຂວງ ຫລວງນໍ້າທາ.  ສ່ວນທີ່ເຫລືອອີກ 4 ເຂດຄື ສາມຫລ່ຽມຄໍາ ວີຕາປາກ ກອຟລອງແທັງ ໄຊເສດຖາ ຈັດເປັນ ເຂດເສຖກິດ ສະເພາະ ຊຶ່ງທັງໝົດນັ້ນ ເຣີ່ມກໍ່ສ້າງແລ້ວ ແຕ່ຍັງບໍ່ຮູ້ວ່າ ຈະສ້າງສໍາເຣັດ ໃນປີໃດ. ສໍາລັບເຂດ ເສຖກິດ ອີກ 13 ແຫ່ງ ໃນແຂວງຕ່າງໆ ທີ່ຢູ່ໃນ ຂັ້ນຕອນການ ພິຈາຣະນານັ້ນ ກໍມີເຂດ ເສຖກິດວັງເຕົ່າ ແຂວງ ຈໍາປາສັກ ແລະ ເຂດເສຖກິດ ຊຽງຂວາງ ຮວມຢູ່ດ້ວຍ.

ເຂດເສຖກິດ ພິເສດ ແລະ ເຂດເສຖກິດ ສະເພາະ ມີລັກສນະ ຕ່າງກັນຄື ເຂດເສຖກິດ ພິເສດ ຈະອະນຸຍາດ ໃຫ້ຄົນຢູ່ ອາສັຍໄດ້ ແລະການ ບໍຣິຫານ ສິດອໍານາດ ຈະຢູ່ໃນ ວົງກວ້າງ. ສ່ວນໃນ ເຂດເສຖກິດ ສະເພາະ ຈະມີ ຂອບເຂດ ໃນການ ບໍຣິຫານ ຢູ່ໃນ ວົງແຄບ ໂດຍທີ່ທັງ 2 ເຂດຈະມີ ການເກັບ ພາສີອາກອນ ແລະ ການຈັດຕັ້ງ ປະຕິບັດ ຄືກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org