ຄົນຈີນມັກຄ້າຂາຍ ຢູ່ລາວ

ປັດຈຸບັນ ມີຄົນຕ່າງດ້າວເຂົ້າມາ ຕັ້ງຖິ່ນຖານ ຢູ່ໃນລາວ ຫລາຍຂື້ນ ທັງຖືກຕ້ອງ ແລະ ບໍ່ຖືກຕ້ອງ ຕາມກົດໝາຍ.

ສູນການຄ້າ ຂອງຊາວຈີນ ໃນນະຄອນຫຼວາງ ວຽງຈັນ asiapacific.anu.edu.au

ກົດຟັງສຽງ

ຄົນຈີນ ກັບຄົນ ວຽດນາມ ທີ່ມີອາຊີພ ຄ້າຂາຍ ຢູ່ຕາມຕລາດ ຫລືຕັ້ງຮ້ານ ຄ້າຂາຍເຄື່ອງ ໃນໂຕເມືອງ ເຫັນວ່າຢູ່ລາວ ສາມາດ ຫາກິນ ໄດ້ຢ່າງ ສະດວກສະບາຍ ແລະຄ້າຂາຍ ໄດ້ດີກ່ວາ ຢູ່ປະເທດ ຕົນເອງ  ດັ່ງຊາວຈີນ ແມ່ຄ້າ ໃນຕລາດ ທີ່ມາຈາກ ແຂວງກວາງໂຈ ໄດ້ເວົ້າ ໃຫ້ຟັງວ່າ:

”ຢູ່ລາວ ກໍສະບາຍກວ່າ ຢູ່ລາວ ກໍບໍ່ມີຄົນ ຂາຍຫລາຍ ຢູ່ຈີນ ກໍຄົນ ຂາຍຫລາຍ ມັນແຂ່ງກັນ ຫລາຍຢູ່ 20 ປາຍປີແລ້ວ ຕັດສັນຊາດ ເປັນຄົນລາວແລ້ວ ຂ້ອຍເປັນຄົນ ລາວແລ້ວ ດຽວນີ້ຕັດ ສັນຊາດແລ້ວ ຂ້ອຍດຽວນີ້ ຢູ່ລາວແລ້ວ ຊື້ເຮືອນໄດ້ແລ້ວ ເປັນຄົນລາວແລ້ວ”

ຊາວຈີນ ອີກຄົນນື່ງ ທີ່ ຍ້າຍມາຈາກ ແຂວງປັກກິ່ງ ແລະ ປະກອບອາຊີບ ຄ້າຂາຍ ເຄື່ອງຍ່ອຍຕາມ ຕລາດ ນະຄອນຫລວງ ວຽງຈັນ ກໍເວົ້າວ່າ ຢູ່ລາວ ດີກວ່າຢູ່ ປະເທດຈີນ ຂາຍເຄື່ອງໄດ້ ກໍາໄລດີ ເພາະສິນຄ້າ ກໍເອົາມາແຕ່ ປະເທດຈີນ ອາກາດ ກໍອົບອຸ່ນດີ:

”ດີກວ່າຈີນ ຮ້ອນກວ່າຈີນ ຈີນໜາວແລ້ວ ລາວຮ້ອນ ຢູ່ນີ້ ກໍຂາຍດີ”.

ສະໄໝກ່ອນ ຄົນຈີນ ທີ່ເຂົ້າມາ ຢູ່ລາວ ສ່ວນຫຼາຍຍ້າຍ ຈາກ ປະເທດໄທ ແຕ່ວ່າ ໃນສະໄໝນີ້ ຄົນຈີນ ຍ້າຍມາ ຢູ່ເມືອງລາວ ມາຈາກ ປະເທດຈີນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org