ລາວສວັນນະເຂດ ໄປຂາຍແຮງງານຢູ່ໄທ ໂດຍໃຊ້ບັດ ຜ່ານແດນ

ແຮງງານ ຈາກແຂວງສວັນນະເຂດ ສ່ວນໃຫຍ່ ຈະໄປເຮັດວຽກ ທີ່ປະເທດໄທ ດ້ວຍການໃຊ້ ບັດຜ່ານແດນໄປທ່ຽວ ແລ້ວບໍ່ກັບບ້ານ.

ປັດຈຸບັນ ແຮງງານເຄື່ອນທີ່ ຈາກແຂວງສວັນນະເຂດ ທີ່ລັກລອບໄປເຮັດວຽກ ແບບຜິດກົດຫມາຍໃນໄທ ໄດ້ໃຊ້ວິທີໃຫມ່. ໃນການເຂົ້າໄປເຮັດ ວຽກໃນໄທ, ກຸ່ມດັ່ງກ່າວສ່ວນໃຫຍ່ ຈະໃຊ້ບັດຜ່ານແດນຫລື Passport ເຂົ້າໄປປະເທດໄທ ໃນລັກສນະໄປທ່ຽວ ຫລືໄປເຮັດບຸນ ປະເພດຕ່າງໆ ແລ້ວບໍ່ກັບບ້ານ. ການໃຊ້ Passport ເຂົ້າໄປໄທ ກຸ່ມແຮງງານດັ່ງກ່າວ ສາມາດຢູ່ປະເທດໄທ ໄດ້ນື່ງເດືອນແລ້ວ ກໍ່ກັບມາຕໍ່ໃຫມ່. ດັ່ງເຈົ້າຫນ້າທີ່ກ່ຽວຂ້ອງ ທ່ານນື່ງ ທີ່ແຂວງສວັນນະເຂດ ເວົ້າວ່າ:

"ໄປແບບເຂົາຂໍຫນັງສື ໄປທ່ຽວແລ້ວໄປ ເຮັດວຽກເລີຍ ແບບວ່າຫນັງສືຜ່ານແດນ ໄປແລ້ວໄປລັກທຳງານ ເທົ່ານັ້ນ ສ່ວນຫລາຍໄປແນວນັ້ນ ສອງມາແມ່ນແຮງງານ ຣະດູການ ມັນບໍ່ຕາຍຕົວວ່າ ໄປທຳງານແບບ ຖືກຕ້ອງໄປໆມາໆ."

ເຈົ້າຫນ້າທີ່ທ່ານນັ້ນ ກ່າວຕໍ່ໄປວ່າ ແຮງງານຈາກ ແຂວງສວັນນະເຂດ ທີ່ລັກລອບເຂົ້າໄປ ເຮັດວຽກ ໃນປະເທດໄທນັ້ນ ສ່ວນໃຫຍ່ ອາຍຸຣະຫວ່າງ 15-19ປີ ຊື່ງສ່ວນຫລາຍຈະເຂົ້າໄປ ເຮັດວຽກຕາມໂຮງງານ ອຸດສາຫະກັມ ຫລືວຽກບໍຣິການ ປະເພດຕ່າງໆ ສ່ວນແຮງງານ ຕາມຣະດູການນັ້ນ ຈະມີອາຍຸຣະຫວ່າງ 20-40 ປີຂື້ນໄປ.

ກຸ່ມແຮງງານກຸ່ມນີ້ ຈະໄປຮັບຈ້າງກ່ຽວເຂົ້າ ຫລືຕັດອ້ອຍ ຕາມເຂດຊາຍແດນລາວ-ໄທ. ທ່ານວ່າ ໃນປັດຈຸບັນ ປາກົດວ່າ ຈຳນວນແຮງງານລາວ ຈາກແຂວງສວັນນະເຂດ ທີ່ລັກລອບໄປ ເຮັດວຽກໃນໄທ ລຸດລົງ:

"ດຽວນີ້ກໍ່ຖືວ່າ ຢາກຫລຸດຜ່ອນຫລາຍ ເພາະວ່າໂຮງງານ ນ້ຳອ້ອຍ ເປີດຂື້ນຫລາຍ ໂຮງງານປູກໄມ້ວິກ ພວກເຮົາເຮັດວຽກກະດາດ ເຂດເສຖກິດພິເສດລາວ ແຖວວຽດນາມ ເຂົາກໍ່ມາຕັ້ງໂຮງງານ."

ຕາມຂໍ້ມູນຈາກຫ້ອງການ ແຮງງານ ແລະ ສວັດດີການສັງຄົມ ທີ່ແຂວງສວັນນະເຂດ ພົບວ່າມີແຮງງານຈາກ ແຂວງສວັນນະເຂດ ໄປເຮັດວຽກຢູ່ ປະເທດໄທກວ່າ 42ພັນຄົນ ໃນນັ້ນ ຫລາຍຄົນບໍ່ກັບບ້ານ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org