ແຮງງານເດັກ ມີ ແນວໂນ້ມ ວ່າ ຈະເພີ່ມຂຶ້ນ ໃນ ສປປລາວ

ສປປລາວ ຍັງປະເຊີນ ກັບ ບັນຫາ ການໄຊ້ ແຮງງານເດັກ ບໍ່ໜ້ອຍ ແລະ ມີ ແນວໂນ້ມ, ມີ ຫລາຍຂຶ້ນ ຕື່ມ

ປັດຈຸບັນ ຢູ່ ສປປລາວ ມີ ໜ່ວຍງານ ທັງ ຂອງ ຣັດຖະບານ ແລະ ຂອງ ເອກກະຊົນ ທີ່ ຊ່ວຍແກ້ໄຂ ບັນຫາ ເດັກນ້ອຍ ດ້ອຍໂອກາດ ໃນ ດ້ານຕ່າງໆ;  ແຕ່ ບັນຫາ ກໍຍັງ ບໍ່ລຸດໜ້ອຍ ຖອຍລົງ, ຫາກ ກັບມີ ແນວໂນ້ມ ທີ່ ຈະເພີ່ມ ຂຶ້ນ ຊໍ້າອີກ. ເຈົ້າໜ້າທີ່ ອົງການ ຊ່ອຍເຫລືອ ເດັກ ພາກ ເອກກະຊົນ ໃນນະຄອນຫລວງ ວຽງຈັນ ກ່າວວ່າ: ເດັກນ້ອຍ ເລົ່ານີ້ ມີ ເພີ່ມຂຶ້ນ ທຸກວັນ ແລະພວກເຂົາ ຈະມາ ຂໍຄໍາປຶກສາ ນໍາ ທາງອົງການ.

”ບັນຫາ ນີ້ ຄວາມຈິງແລ້ວ ຈະມີ ຫລາຍໆ ຢ່າງ. ບັນຫາ ທີ່ວ່າ ເດັກ ທີ່ວ່າ ມາຂໍ ຄໍາປຶກສາ ມີ ຫລາຍໆ ຢ່າງ ເພາະ ພວກເຮົາ ຍັງ support ທໍາໃຫ້ ທຶນ ຕ່າງຊາດ ເຮັດເປັນ center ເພື່ອ ໃຫ້ຄໍາປຶກສາ ເດັກ ທີ່ ໄດ້ຮັບ ຜົນກະທົບ ຕົວນີ້.”

ເດັກນ້ອຍ ທີ່ ມາຂໍ ຄໍາປຶກສາ ນັ້ນ, ບາງຄົນ ກໍບໍ່ເຮັດ ຕາມ ຄໍາແນະນໍາ ແລະ ຍັງຄິດວ່າ ຄວາມຄິດ ຂອງຕົນເອງ ຖືກຕ້ອງ ຫລາຍກ່ວາ ສິ່ງທີ່ເຈົ້າໜ້າທີ່ ແນະນໍາ ຫລື ເຊື່ອ ໃນສິ່ງ ທີ່ພໍ່ແມ່ ບອກໃຫ້ ທໍາຕາມ.

ແລະ ເຖິງແມ່ນວ່າ ຈະມີ ການໃຫ້ ຄວາມຊ່ວຍເຫລືອ ຢ່າງ ຫລວງຫລາຍ ແລ້ວກໍຕາມ, ແຕ່ ກໍຍັງມີ ເດັກນ້ອຍ ທີ່ຖືກ ຫລອກລວງ ຢູ່ ຢ່າງ ຫລວງຫລາຍ, ຊຶ່ງກໍ ອາດມີ ສາເຫດ ມາຈາກ ທາງຄອບຄົວ ທີ່ ຂາດຄວາມຮູ້ ແລະ ຕົວເດັກນ້ອຍ ເອງ ກໍບໍ່ມີ ຄວາມຮູ້ ຄືກັນ. ເຈົ້າໜ້າທີ່ ທ່ານນີ້ ຍັງເຜີຍ ເຖິງຈໍານວນ ຂອງ ເດັກ ມີບັນຫາ ນັ້ນວ່າ:

”ບັນຫາ ຕົວນີ້ ເປັນ ບັນຫາ ທີ່ ຂ້ອນຂ້າງ sensitive ເວລາ ໄປເກັບກໍາ ຂໍ້ມູນ ຂ້ອນຂ້າງ ຍາກ. ເຮົາ ຈະຮູ້ວ່າ ເຂົາເຈົ້າ ຖືກຫລອກ ຊຶ່ງ ພວກເຮົາ ຈະບໍ່ມີ ຕົວເລກ ທີ່ ແນ່ນອນ; ແຕ່ ມີ ຄາດຄະເນ ໄວ້ ວ່າ ປະມານ ຫລັກແສນ.”

ການໃຫ້ ຄວາມຊ່ວຍເຫລືອ ເດັກ ຂອງ ອົງການ ຊ່ວຍເຫລືອ ເດັກ ຕ່າງໆ ສ່ວນໃຫຍ່ ແລ້ວ, ຈະມຸ້ງເນັ້ນໃສ່ ເຣື້ອງ ການພັດທະນາ ໂຄງສ້າງ ພື້ນຖານ ຫລາຍກວ່າ ການສົ່ງເສີມ ການພັດທະນາຄົນ ອັນເຮັດໃຫ້ ເດັກນ້ອຍ ເຍົາວະຊົນ ຈໍານວນ ຫລວງຫລາຍ ຂາດ ໂອກາດ, ຂາດ ຄວາມຕໍ່ເນື່ອງ ໃນ ການສຶກສາ ຮໍ່າຮຽນ ແລະ ພັດທະນາ ຕົນເອງ ແລະ ຕ້ອງ ກາຍເປັນ ເດັກນ້ອຍ ເລ່ລ້ອນ, ສ້າງບັນຫາ ໃຫ້ສັງຄົມ ໃນ ຫລາຍຮູບແບບ ຕາມມາ.

ຄຳສັບຊອກຫາຂໍ້ມູນ: ແຮງງານເດັກ, juvenilelaborer

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org