ໄທຽຈະກໍາຈັດ ແຮງງານຕ່າງດ້າວ
ທາງກາຣໄທຽ ຈະຈັດຕັ້ງ ໜ່ວຍງານ ສະເພາະກິຈ ເພື່ອກໍາຈັດ ແຮງງານຕ່າງດ້າວ ໃຫ້ສໍາເຣັຈ ໃນປີ 2010.
-
ຫວາດ ສີມູນ
2010-06-16 -
-
-
Your browser doesn’t support HTML5 audio
ກົມແຮງງານໄທຽ ກຳລັງຈັດຕັ້ງ ໜ່ວຍງານ ສະເພາະກິຈ ເພື່ອດຳເນີນກາຣ ດ້ານປາບປາມ ແລະຈັບກຸມ ບັນດາແຮງງານ ຈາກພະມ້າ ລາວ ແລະກັມພູຊາ ໃຫ້ແລ້ວ ພາຍໃນທ້າຍປີ 2010 ນີ້ ໂດຽມີກຳໜົດ ທີ່ຈະເຂົ້າກວດ ຕາມສະຖານທີ່ ຕ່າງໆ ໃນທົ່ວປະເທສ ບ່ອນທີ່ສົງສັຍວ່າ ມີແຮງງານຕ່າງດ້າວ ປະປົນຢູ່ນຳນັ້ນ ດັ່ງທ່ານ ທະໜິດ ຫນຸ່ມນ້ອຍ ຜູ້ອຳນວຍກາຣ ສຳນັກງານ ບໍຣິຫາຣແຮງງານ ຕ່າງດ້າວຂອງໄທຽ ແຈ້ງວ່າ:
ທ່ານວ່າ: “ຕາມປົກກະຕິ ເຂົາກໍມີກາຣ ກວດກັນຢູ່ແລ້ວ ໃນທຸກພື້ນທີ່ ຂອງທຸກໆແຂວງ ແຕ່ທາງກາຣກ່ຽວຂ້ອງ ຍັງຈະໄດ້ຕັ້ງ ໜ່ວຍງານສະເພາະກິຈ ຂຶ້ນມາຕື່ມອີກ ເພື່ອອອກໄປກວດ ຕາມສະຖານທີ່ຕ່າງໆ ໂດຽສະເພາະຕາມ ເຂຕທີ່ບໍ່ທັນມີ ເຈົ້າໜ້າທີ່ພຽງພໍ ນັ້ນ ເພາະວ່າມີຣາຍງານ ທີ່ພົບເຫັນ ມີແຮງງານຕ່າງດ້າວ ລັກລອບເຂົ້າມາ ແລະກໍຫລົບໜີ ເຈົ້າໜ້າທີ່ໄປ ໄດ້ງ່າຍໆຕລອດມາ ເປັນປະຈຳ”.
ຢ່າງໃດກໍຕາມ ພວກແຮງງານ ຕ່າງດ້າວທີ່ເຂົ້າ ມາຫາເຮັດວຽກງານ ໃນປະເທສໄທຽ ຕາມຕົວເລຂທີ່ ບໍ່ເປັນທາງກາຣ ມີທັງໝົດບໍ່ ຕໍ່າກວ່າ 3 ແສນຄົນ ຊຶ່ງໃນນັ້ນເປັນ ແຮງງານຊາວລາວ ປະມານ 6 ໝື່ນຄົນ ແລະສ່ວນທີ່ເຫລືອນັ້ນ ກໍເປັນຊາວກັມພູຊາ ແລະຊາວພະມ້າ ເປັນສ່ວນໃຫຍ່.
ນອກຈາກນັ້ນ ກໍມີຊາວພະມ້າ ທີ່ລັກລອບເຂົ້າໄປ ໃນໄທຽຢູ່ເລື້ອຽໆ ນັ້ນ ກໍອາຈມີເຖິງ 5 ແສນຄົນ ກໍເປັນໄດ້ ໃນທົ່ວປະເທສ ອັນເປັນສາເຫຕ ທີ່ເຮັດໃຫ້ທາງ ເຈົ້າໜ້າທີ່ກ່ຽວຂ້ອງ ຂອງໄທຽ ຕ້ອງໄດ້ເອົາມາຕກາຣ ພາຍຫລັງທີ່ໄດ້ ອອກປະກາສໃຫ້ ແຮງງານທຸກໆຄົນ ໄປຈົດທະບຽນ ເພື່ອຂໍຕໍ່ອະນຸຍາຕ ເຮັດວຽກຢູ່ໃນໄທຽ ໄດ້ຢ່າງຖືກຕ້ອງ ຕາມກົດໝາຍ ໃນຂັ້ນຕໍ່ໄປ.