ໄຊຍະບຸຣີ ມີບັນຫາ ພໍ່ຄ້າຈີນ ເຂົ້າມາ ແບບຜິດ ກົດໝາຍ
ທາງກາຣ ແຂວງໄຊຍະບຸຣີ ປະສົບກັບ ບັນຫາຄຸ້ມຄອງ ຄົນຕ່າງດ້າວຍ້ອນ ມີພວກພໍ່ຄ້າ ຊາວຈີນເຂົ້າມາ ແບບຜິດກົດໝາຍ ຢ່າງຫລວງຫລາຍ
-
ຫວາດ ສີມູນ
2009-03-02 -
-
-
Your browser doesn’t support HTML5 audio
ປັຈຈຸບັນນີ້ ມີພວກພໍ່ຄ້າ ແມ່ຄ້າ ຕ່າງດ້າວເຂົ້າມາ ຄ້າຂາຍທົ່ວເມືອງລາວ ຢ່າງຫລວງຫລາຍ ໃນແຕ່ລະມື້ ໂດຽສະເພາະ ໃນແຂວງ ໄຊຍະບຸຣີ ຈົນເກີດມີບັນຫາ ແລະຍັງບໍ່ທັນ ສາມາດ ແກ້ໄຂໄດ້ເທື່ອ ດັ່ງເຈົ້າໜ້າທີ່ ຫ້ອງກາຣ ອຸຕສາຫະກັມ ແລະກາຣຄ້າ ປະຈຳ ແຂວງໄດ້ກ່າວກ່ຽວກັບ ເຣື່ອງນີ້ວ່າ:
ເປັນບັນຫາຂອງລາວ ເຣື່ອງກາຣຄຸ້ມຄອງ ກາຣຄຸ້ມຄອງຄົນ ຕ່າງດ້າວມີບັນຫາ ຫລາຍດຽວນີ້ ອັນທີ່ໜື່ງ ອັນທີ່ສອງ ກໍແມ່ນກາຣເຂົ້າມາ ຢ່າງຫລວງຫລາຍ ແລະກໍມີບັນຫາ ຢູ່ບ່ອນວ່າ ກາຣລັກລອບຊ່ອນ ເຂົ້າມາກໍມີ ຫລາຍ ຖືກຕ້ອງບໍ ບໍ່ຖືກຕ້ອງບໍ. ເຈົ້າໜ້າທີ່ ລາວ ຜູ້ນີ້ ໄດ້ແຈ້ງເພີ່ມວ່າ ຍັງມີ ກາຣລັກລອບເຂົ້າມາ ໂດຽບໍ່ມີກາຣ ເສັຽພາສີຕາມ ກົດຣະບຽບແຕ່ ຢ່າງໃດ ແລະໃນເມື່ອ ເຈົ້າໜ້າທີ່ ໄປກວດກໍມັກ ຈະພົບເຫັນເປັນ ປະຈຳທີ່ເຂົາເຈົ້າ ບໍ່ມີທັງ ໃບອະນຸຍາຕ ກາຣຄ້າແລະໜັງສື ຜ່ານແດນແຕ່ ຢ່າງໃດ ແລະວ່າ ບັນຫາ ອັນໜັກໜ່ວງ ອີກອັນໜື່ງກໍ ຄືວ່າ ຄົນຕ່າງດ້າວ ຊາວຈີນ ພວກນີ້ສ່ວນໃຫຍ່ ເຂົາເຈົ້າແມ່ນຍ້າຍ ມານຳຄອບຄົວ ພ້ອມກັບມີກາຣ ລັກລອບນຳເອົາ ສິນຄ້າ ໃນຣາຄາຖືກໆ ມາຂາຍ ໃຫ້ປະຊາຊົນລາວ ໂດຽສະເພາະ ຕາມເຂຕຊົນນະບົທ.
ກ່ຽວກັບເຣື່ອງນີ້ ທາງກາຣ ກ່ຽວຂ້ອງກໍວ່າ ພຍາຍາມແກ້ໄຂ ເຊັ່ນກັນ ດັ່ງທີ່ທ່ານໄດ້ ກ່າວເພີ່ມອີກວ່າ: ດຽວນີ້ ພວກເຮົາກຳລັງ ກວດສອບ ພວກເຮົາກຳລັງ ເກັບກຳຂໍ້ມູລ ຢູ່ຖ້າວ່າ ຄົນໃດ ຈະເຮັດກາຣຄ້າແທ້ໆ ຕ້ອງເຮັດ ບັຕຕ່າງດ້າວ ຕ້ອງໄປຂື້ນ ທະບຽນນຳ ຄະນະຄຸ້ມຄອງ ກາຣລົງທຶນຕ່າງ ປະເທສ.
ພ້ອມດຽວກັນນີ້ ທ່ານກໍໃ ຫ້ຄຳເຫັນເປັນກາຣ ສຣຸບວ່າ: ສິນຄ້າ ທີ່ພວກພໍ່ຄ້າ ຊາວຈີນລັກລອບ ເຂົ້າມາຂາຍໃຫ້ ປະຊາຊົນລາວ ນັ້ນ ທາງຣັຖບາລ ກໍໃຫ້ ກາຣຢືນຢັນວ່າ ເປັນສິນຄ້າທີ່ ຈຳເປັນຕໍ່ກາຣ ດຳຣົງຊີວີຕ ຂອງປະຊາຊົນລາວ ໂດຽສະເພາະ ຕາມເຂຕ ຊົນນະບົທ ພ້ອມກັບວ່າ ຈະພຍາຍາມ ແກ້ໄຂເພື່ອໃຫ້ ກາຣຄ້າຂາຍທຸກຢ່າງ ເປັນໄປຕາມ ກົດໝາຍຂອງທາງ ກາຣລາວ.