ນະໂຍບາຍຈັບກຸມ ແຮງງານຂ້າມຊາດ ຄວນຍົກເລີກ

ອົງກາຣ ທີ່ບໍ່ຂື້ນກັບຣັດ (NGO) ໃນໄທຽ ຮຽກຮ້ອງໃຫ້ ຣັຖບາລ ຍົກເລີກ ນະໂຍບາຍ ກາຣປາບປາມ ຈັບກຸມແຮງງານ ຂ້າມຊາຕ.

ມູລນິທິເພື່ອ ສິທທິມະນຸສຍະຊົນ ແລະກາຣພັທນາ (Human Rights & Development Foundation) ໄດ້ຮຽກຮ້ອງໃຫ້ ຣັຖບາລໄທຽ ຍົກເລີກນະໂຍບາຍ ກາຣປາບປາມ ແລະຈັບກຸມແຮງງານ ຂ້າມຊາຕ ທີ່ບໍ່ໄດ້ຈົດ ທະບຽນ ພາຍຫລັງທີ່ທາງ ຣັຖບາລໄດ້ ຈັດຕັ້ງ ສູນປະຕິບັຕງານ ສະເພາະກິຈ ເພື່ອແກ້ໄຂບັນຫາ ແຮງງານຕ່າງດ້າວ ແຕ່ຕົ້ນເດືອນ ມີຖຸນາ ນີ້ມາ ເພາະເປັນຫ່ວງແລະ ຢ້ານວ່າ ນະໂຍບາຍດັ່ງກ່າວ ຈະເປັນກາຣລະເມີດ ສິທທິມະນຸສ ຢ່າງຮ້າຍແຮງ.

ທາງມູລນິທິເພື່ອ ສິທທິມະນຸສຍະຊົນ ແລະກາຣພັທນາ ແຈ້ງວ່າກາຣອອກ ນະໂຍບາຍ ດັ່ງກ່າວ ຈະມີຜົລກະທົບ ຕໍ່ແຮງງານຂ້າມຊາຕ ທີ່ເປັນຊາວລາວ ພະມ້າ ແລະ ກັມພູຊາ ບໍ່ຕໍ່າກວ່າ 1.4 ລ້ານຄົນ ທີ່ອາສັຍເຮັດ ວຽກງານຢູ່ໃນໄທຽ ແບບບໍ່ຖືກຕ້ອງ ຕາມກົດໝາຍ ຊຶ່ງບາງສ່ວນ ກໍບໍ່ສາມາດ ທີ່ຈະເຂົ້າສູ່ ກາຣພິສູຈສັນຊາຕ ໄດ້ແຕ່ຢ່າງໃດ ໂດຽສະເພາະ ແຮງງານຈາກ ພະມ້າ ທີ່ພາກັນພ່າຍໜີ ຈາກກາຣປາບປາມ ຂອງທາງເຈົ້າໜ້າທີ່ ຣັຖບາລ ທະຫາຣພະມ້າ ດັ່ງຍານາງ ສຸການຕາ ສຸຂໄຜ່ຕາ ເຈົ້າໜ້າທີ່ ໂຄງກາຣຍຸຕິທັມ ຂອງໄທຽ ເພື່ອແຮງງານ ຂ້າມຊາຕກ່າວວ່າ:

ຍານາງວ່າ “ໃນເມື່ອພວກແຮງງານ ຫາກບໍ່ສາມາດ ເຂົ້າຈົດທະບຽນ ໄດ້ນັ້ນ ພວກຜູ້ເປັນນາຍໜ້າ ກໍຈະມາຖາມ ວ່າຜູ້ໃດຕ້ອງ ກາຣຄວາມຊ່ວຍເຫລືອ ເຂົາເຈົ້າກໍຈະ ຊ່ວຍປະກອບ ເອກກະສາຣໃຫ້ ແຕ່ກໍຕ້ອງໄດ້ ຈ່າຍເປັນເງິນເທົ່ານັ້ນ ເທົ່ານີ້ ແລະໃນເມື່ອ ບໍ່ສາມາດຈ່າຍ ໃຫ້ຜູ້ເປັນນາຍໜ້າ ໄດ້ນັ້ນ ເຂົາເຈົ້າກໍຈຳເປັນ ຕ້ອງຢູ່ໄປ ແບບບໍ່ຖືກຕ້ອງ ຕາມກົດໝາຍ ເໝືອນເດີມ”.

ຢ່າງໃດກໍຕາມ ນອກຈາກກາຣສເນີ ໃຫ້ຍົກເລີກ ນະໂຍບາຍ ກາຣກວດລ້າງ ແຮງງານຂ້າມຊາຕ ທີ່ບໍ່ໄດ້ຈົດທະບຽນນັ້ນ ທາງມູລນິທິ ຍັງໄດ້ຮຽກທວງ ໃຫ້ມີກາຣເປີດ ກາຣຈົດທະບຽນ ຮອບໃໝ່ ພ້ອມທັງໃຫ້ ກະຊວງແຮງງານ ຂອງໄທຽ ເອົາມາຕກາຣ ຄວບຄຸມບໍຣິສັທ ນາຍໜ້າທີ່ ດຳເນີນກາຣພິສູຈ ສັນຊາຕຢ່າງມີ ປະສິທທິພາບ ພ້ອມກັບໃຫ້ທາງ ຣັຖບາລໄທຽ ໄດ້ມີກາຣ ປຶກສາຫາຣື ແກ້ໄຂບັນຫາ ແຮງງານຂ້າມຊາຕ ໂດຽໃຫ້ມີກາຣ ເຄົາຣົພດ້ານ ສິທທິມະນຸສຍະຊົນ ຢ່າງແທ້ຈິງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org