ກັມມະກອນ ສ່ຽງຕໍ່ໄພ ອັນຕະຣາຍ

ກັມມະກອນ ທີ່ເຮັດວຽກ ໃຫ້ແກ່ບໍຣິສັດ ຂອງຈີນຢູ່ລາວ ມີຄວາມສ່ຽງ ຫລາຍຕໍ່ ໄພອັນຕະຣາຍ

ກັມມະກອນ ທີ່ເຮັດວຽກ ໃຫ້ແກ່ບໍຣິສັດ ຂອງຈີນຢູ່ລາວ ມີຄວາມສ່ຽງ ຫລາຍຕໍ່ໄພ ອັນຕະຣາຍ ຫລາຍໃນເວລາ ເຮັດວຽກ ຕົວຢ່າງ ຄົນງານທີ່ ເຮັດວຽກກັບ ບໍຣິສັດ ຍິນນານຂອງຈີນ ທີ່ກຳລັງ ຮັບເໝົາກໍ່ ສ້າງສນາມ ບິນແຫ່ງໃໝ່ ຢູ່ນະຄອນ ຫລວງວຽງຈັນ ໄດ້ເສັຍຊີວິດ ຍ້ອນອຸບປະຕິເຫດ ໄປແລ້ວເກືອບ 10 ຄົນ; ເມື່ອຕົ້ນເດືອນ ມົກກະຣານີ້ ກັມມະກອນ ລາວຜູ້ນຶ່ງ ກໍຕົກຫລັງ ຄາຕຶກທີ່ ກຳລັງສ້າງ ເສັຍຊີວິດຄ່າທີ. ຍາດຕິພີ່ນ້ອງ ຂອງຜູ້ຕາຍ ໄດ້ຮັບເງິນ ຄ່າຫົວຈາກ ບໍຣິສັດຍິ່ນນານ 15 ລ້ານ ກີບເມື່ອບໍ່ ດົນຜ່ານມາ.

ອີກກໍຣະນີນຶ່ງ ເມື່ອປີກາຍ ກັມມະກອນ ຫລາຍສິບຄົນ ໄດ້ເສັຍຊີວິດ ໃນເວລາ ຂຸດອຸໂມງນ້ຳ ໄຫລໃນການກໍ່ ສ້າງເຂື່ອນ ໄຟຟ້ານ້ຳເທີນນຶ່ງ. ກັມມະກອນ ເຫລົ່ານີ້ຖືກ ດິນເຈື່ອນທັບ ອອກບໍ່ໄດ້ ແລະຝັງຢູ່ ທີ່ນັ້ນເລີຍ ຈົນບໍຣິສັດ ຮັບເໝົາກໍ່ສ້າງ ຈຳເປັນຕ້ອງ ເຈາະອຸໂມງ ບ່ອນໃໝ່. ບໍຣິສັດ ດັ່ງກ່າວກໍເປັນ ບໍຣິສັດຂອງຈີນ ທີ່ຮັບເໝົາ ເຈາະອຸໂມງ ຈາກບໍຣິສັດ Italian-Thai ຊຶ່ງເປັນ ບໍຣິສັດ ໃຫຍ່ຮັບເໝົາ ກໍ່ໍ່ສ້າງເຂື່ອນ ແຫ່ງນັ້ນ. ເປັນທີ່ສັງ ເກດວ່າ ອຸບປະຕິເຫດ ທີ່ເກີດຂື້ນນັ້ນ ບໍ່ຖືກເປີດ ເຜີຍອອກ ເປັນຂ່າວຢູ່ ໃນປະເທດລາວ ແຕ່ຢ່າງໃດ.

ບຸກຄົນທ່ານ ນຶ່ງທີ່ມີ ສ່ວນພົວພັນ ກ່ຽວກັບການ ກໍ່ສ້າງເຫລົ່າ ນັ້ນເວົ້າວ່າ ການເຮັດວຽກ ກໍ່ສ້າງຢູ່ກັບ ບໍຣິສັດ ຂອງຈີນໃນລາວ ມີຄວາມສ່ຽງ ຕໍ່ໄພອັນ ຕະຣາຍຫລາຍ ທາງບໍຣິສັດ ບໍ່ເອົາໃຈໃສ່ ຮັກສາຄວາມ ປອດໄພໃນ ເວລາເຮັດວຽກ ໃຫ້ແກ່ ກັມມະກອນເລີຍ. ອີກຢ່າງນຶ່ງ ກັມມະກອນ ສ່ວນນຶ່ງທີ່ ເຮັດວຽກໃຫ້ ບໍຣິສັດຈີນ ຢູ່ໃນ ລາວ  ກໍແມ່ນ ຊາວຈີນເອງ ທີ່ເຂົ້າມາ ຢູ່ລາວຢ່າງ ຜິດກົດໝາຍ ແລະທາງ ບໍຣິສັດ ກໍບໍ່ຈຳເປັນ ຕ້ອງຮັບ ປະກັນຄວາມປອດ ໄພໃຫ້ແກ່ຄົນ ງານເຫລົ່ານັ້ນ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org