ຄົນງານລາວ ຢູ່ໄທ
ຄົນງານລາວ ຢູ່ປະເທດໄທ ສ່ວນໃຫຍ່ແມ່ນ ເຮັດວຽກ ໃນຄອບຄົວ ຫລືຕາມໂຮງງານ ຂະໜາດນ້ອຍ ອັນເປັນການຍາກ ທີ່ຈະຄຸ້ມຄອງໄດ້.
-
ຈຳປາທອງ
2009-06-15 -
-
-
Your browser doesn’t support HTML5 audio
ຄົນງານຕ່າງດ້າວ ໂດຍສະເພາະ ຄົນງານຈາກ ສປປລາວ ທີ່ເຂົ້າໄປ ເຮັດວຽກຢູ່ ປະເທດໄທ ສ່ວນຫລາຍແລ້ວ ມັກມີບັນຫາ ໃນເລື້ອງການ ຄູ້ມຄອງ ເພື່ອບໍ່ໃຫ້ເກີດ ມີການລະເມີດ ສິດທິມະນຸດ ຊຶ່ງຄົນງານລາວ ສ່ວນໃຫຍ່ ທີ່ເຂົ້າໄປນັ້ນ ເປັນແມ່ຍິງ ແລະເດັກນ້ອຍ. ພວກເຂົາເຈົ້າ ເຂົ້າມາເຮັດວຽກ ໃນຄອບຄົວ ຫລືວ່າຕາມ ໂຮງຈັກ ໂຮງງານ ຂະໜາດນ້ອຍ. ກ່ຽວກັບບັນຫາ ດັ່ງກ່າວ ເຈົ້າໜ້າທີ່ໜ່ວຍງານ ເພື່ອສິດທິ ຂອງຄົນງານ ຕ່າງດ້າວ ໃນປະເທດໄທ ກ່າວວ່າ:
"ທ່ານວ່າ ບັນຫາຂອງຄົນ ງານລາວ ເປັນບັນຫາຂອງ ຄົນທີ່ເຂົ້າມາ ຊຶ່ງສ່ວນໃຫຍ່ເປັນ ຄົນງານຮັບໄຊ້ ໃນບ້ານເຮືອນ ແລະຢູ່ຕາມ ຂະແໜງ ການກະເສດ ແລະ ອຸສາຫະກັມ ຂະໜາດນ້ອຍ. ສຳລັບຄົນງານ ປະເພດນີ້ ໂອກາດທີ່ຈະ ເຂົ້າໄປເຖິງການ ຄຸ້ມຄອງ ນັ້ນມັນມີໜ້ອຍ ແລະຄົນງານລາວ ກໍຍັງບໍ່ເຄີຍ ລວມຕົວກັນ ຂື້ນມາ."
ທ່ານວ່າ ຄົນງານລາວ ທີ່ເຂົ້າມາເຮັດ ວຽກຢູ່ໄທ ຍັງບໍ່ມີສິດ ຕໍ່ລອງກ່ຽວກັບ ເລື້ອງການຮັດວຽກ ກັບນາຍຈ້າງ ຄືກັນກັບຄົນ ງານຕ່າງດ້າວ ທົ່ວໄປ. ນອກຈາກນັ້ນຍັງ ມີບັນຫາ ໃນເລື້ອງຂອງການ ຄ້າມະນຸດ ເຂົ້າມາກ່ຽວຂ້ອງ ນຳອີກດ້ວຍ. ແລະວ່າບັນຫາ ການຄ້າມະນຸດ ຊຶ່ງສ່ວນຫລາຍແລ້ວ ຈະຢູ່ໃນໝູ່ ຄົນງານລາວ ແລະກໍເກີດ ຂື້ນມານານແລ້ວ ແຕ່ມາໃນ ປັດຈຸບັນນີ້ ບັນຫາດັ່ງກ່າວ ຈະເລີ່ມຈະແຈ້ງ ຂື້ນຫລາຍທີ່ສຸດ.
ເຖິງແມ່ນວ່າຈະ ມີຂໍ້ຕົກລົງ ຮ່ວມກັນລະຫວ່າງ ລາວ-ໄທ ໃນເລື້ອງຂອງການ ຈ້າງຄົນງານລາວ ແລ້ວກໍຕາມ ແຕ່ຂໍ້ຕົກລົງ ທີ່ວ່ານັ້ນ ຍັງບໍ່ສາມາດ ແກ້ໄຂບັນຫາ ການ ລັກລອບເຂົ້າມາ ເຮັດວຽກ ຢູ່ປະເທດໄທ ຂອງຄົນງານລາວ ນັ້ນໄດ້. ຕໍ່ບັນຫານີ້ ເຈົ້າໜ້າທີ່ທ່ານ ດຽວກັນນີ້ ເວົ້າວ່າ:
"ທ່ານວ່າ ທ່ານຄິດວ່າ ການເປີດຊາຍແດນ ລາວ ທີ່ມີຂື້ໃນ ຊ່ວງທີ່ຜ່ານມາ ບໍ່ວ່າຈະແມ່ນ ຂົວຂ້າມ ແມ່ນ້ຳຂອງແຫ່ງ ທີ2 ທີ່ມຸກດາຫານ ຫລືຂົວທີ່ຈະ ເກີດຂື້ນຢູ່ ຊຽງຂອງ ມັນຈະເຮັດໃຫ້ ຄົນຫລັ່ງໃຫລເຂົ້າ ມາປະເທດໄທ ຫລາຍເພີ່ມຂື້ນ ໃນອະນາຄົດ."
ພ້ອມກັນນັ້ນ ທ່ານກໍວ່າ ທາງຣັຖບານລາວ ຄວນທຳຄວາມເຂົ້າ ໃຈກ່ຽວກັບ ສະພາບຄວາມເປັນ ຈິງທີ່ເກີດຂື້ນ ເພື່ອຫາທາງ ຄຸ້ມຄອງຄົນ ງານລາວ ໃນປະເທດໄທ ເຖິງແມ່ນວ່າຈະ ມີຄົນງານ ສ່ວນນຶ່ງ ເປັນຄົນງານທີ່ ເຂົ້າມາແບບຜິດ ກົດໝາຍກໍຕາມ.