ຄົນງານລາວ ໄປຂາຍແຮງງານ ຢູ່ໄທ ມີຕໍ່ເນື່ອງ

ການລັກລອບໄປ ຂາຍແຮງງານ ຢູ່ປະເທດໄທ ຂອງຄົນງານລາວ ຍັງມີຢ່າງຕໍ່ເນື່ອງ ເຖິງວ່າ ຈະສ່ຽງຕໍ່ການ ຖືກຈັບກຸມກໍຕາມ

ການໄປຂາຍ ແຮງງານ ຢູ່ຕ່າງປະເທດ ໂດຍສະເພາະ ຢູ່ປະເທດໄທ ແບບຜິດກົດໝາຍ ຂອງຄົນງານລາວ ຍັງມີຢ່າງ ຫລວງຫລາຍ ແລະ ຕໍ່ເນື່ອງ ເຖິງວ່າຈະສ່ຽງ ຕໍ່ການຖືກ ປັບໄໝ ແລະ ຈັບກຸມ ກໍຕາມ ໃນຈຳນວນ ຂອງຜູ້ທີ່ລັກ ໄປເຮັດວຽກ ຢູ່ໄທ 60 ສ່ວນຮ້ອຍ ມາຈາກແຂວງ ສວັນນະເຂດ ຊຶ່ງຫລາຍທີ່ສຸດ ຮອງລົງມາແມ່ນ ແຂວງ ຈຳປາສັກ ຍ້ອນວ່າມີ ຄວາມສະດວກ ໃນການ ລັກລອບຂ້າມແດນ ດັ່ງເຈົ້າໜ້າທີ່ ຈາກກະຊວງ ແຮງງານແລະ ສວັດດີການ ສັງຄົມ ຂອງລາວ ຜູ້ນຶ່ງເວົ້າ ກ່ຽວກັບ ເຣື້ອງນີ້ວ່າ:

ສ່ວນຫລາຍບ່ອນທີ່ ຄົນລັກເຂົ້າໄປ ຂາຍແຮງງານ ໄດ້ງ່າຍ ແລະ ສະດວກ ກໍແມ່ນ ເຂດທີ່ມີ ຊາຍແດນ ຕິດກັນ ກັບປະເທດ ເພື່ອນບ້ານ ໂດຍກົງ ເຖິງວ່າທີ່ ຜ່ານມາ ທາງພາກ ສ່ວນກ່ຽວຂ້ອງ ກໍໄດ້ລົງ ຕິດຕາມກວດກາ ເປັນປະຈຳ ແຕ່ກໍບໍ່ ສາມາດ ຢັບຢັ້ງ ບັນຫານີ້ໄດ້.

ລາຍງານ ຄັ້ງລ້າສຸດ ກ່ຽວກັບ ຄົນງານລາວ ທີ່ລັກລອບ ເຂົ້າໄທ ແລ້ວ ຖືກຈັບກຸມ ກໍເກີດຂື້ນ ເມື່ອທ້າຍ ສັປດາ ທີ່ຜ່ານມາ ຢູ່ແຂວງ ອຸບົນຣາຊທານີ ປະເທດໄທ. ເຈົ້າໜ້າທີ່ ຕຳຣວດ ໄດ້ຈັບກຸມ ຄົນລາວທີ່ ລັກລອບເຂົ້າໄທ ໂດຍບໍ່ຖືກຕ້ອງ ຕາມກົດໝາຍ ທັງໝົດມີ 20 ຄົນ ຊຶ່ງນັ່ງປະປົນ ກັບຜູ້ໂດຍສານ ທົ່ວໄປອື່ນໆ ໃນຣົຖໂດຍ ສານ ປະຈຳທາງ ໃນຈຳນວນນີ້ ມີຜູ້ຊາຍ 11 ຄົນ ແລະ ຜູ້ຍິງ 9 ຄົນ ອາຍຸລະຫວ່າງ 18 ຫາ 29 ປີ.

ຜູ້ຖືກ ຈັບກຸມ ສາຣະພາບວ່າ ໄດ້ພາກັນ ລັກລອບເຂົ້າມາ ເພື່ອຈະໄປຫາ ວຽກເຮັດ ຢູ່ບາງກອກ ເຮັດການຮັບຈ້າງ ຕາມທີ່ນາຍໜ້າ ຈະຫາໃຫ້ ນອກຈາກນີ້ ເຈົ້າໜ້າທີ່ ຕຳຣວດໄທ ເມືອງນະຄອນ ຣາຊສີມາ ກໍໄດ້ທຳການ ຈັບກຸມ ຣົຖບັນທຸກ ຄົນງານຊາວລາວ 19 ຄົນ ເປັນຊາຍ 10 ຄົນ ແລະ ຍິງ 9 ຄົນ ອາຍຸລະຫວ່າງ 15 ຫາ 28 ປີ ຈຳນວນນີ້ໄດ້ ຖືກຈັບ ກ່ອນການຈັບກຸມ ຢູ່ ແຂວງ ອຸບົນຣາຊທານີ ປະເທດໄທ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org