ຄົນງານລາວ ຢູ່ໄທຈະຕ້ອງ ກັບຄືນປະເທດ
ຄົນງານລາວຢູ່ໄທ ທີ່ເຮັດວຽກແບບຖືກ ຕ້ອງຕາມກົດໝາຍຈໍານວນ 10,000 ກ່ວາຄົນໃນຈໍານວນທັງໝົດເກືອບ 70,000 ຄົນແຕ່ບໍ່ມີສັນຍາ ມີຄວາມສ່ຽງ ທີ່ສຸດຈະຕ້ອງກັບຄືນປະເທດ
-
ສົມເນ
2009-01-22 -
-
-
Your browser doesn’t support HTML5 audio
ຄົນງານລາວ ຢູ່ໄທທີ່ເຮັດ ວຽກແບບຖືກ ຕ້ອງຕາມກົດ ໝາຍຈໍານວນ 10,000ກ່ວາຄົນ ໃນຈໍານວນ ທັງໝົດເກືອບ 70,000ຄົນ ແຕ່ບໍ່ມີສັນຍາ ມີຄວາມສ່ຽງທີ່ ສຸດຈະຕ້ອງ ກັບຄືນປະເທດ
ຫລັງຈາກທີ່ ນາຍຈ້າງໄດ້ ຮັບຜົນກະທົບ ຈາກວິກິດການ ການເງິນແລະ ພາວະຕົກຕໍ່າ ຂອງເສຖະກິດໂລກ, ຕາມທີ່ທ່ານ ພູວັນ ຈັນທະວົງ ຫົວໜ້າກົມ ພັດທະນາ ສີມືແຮງງານ ແລະຈັດຫາງານ ໄດ້ໃຫ້ສັມພາດ ແກ່ສື່ມວນຊົນ. ທ່ານ ພູວັນກ່າວວ່າ ຈາກວິກິດການ ທາງດ້ານການເງິນ ໂລກແລະຄວາມ ບໍ່ສງົບດ້ານ ການເມືອງໃນ ປະເທດໄທ ເມື່ອບໍ່ນານມານີ້ ເຮັດໃຫ້ຫລາຍ ໂຮງຈັກໂຮງງານ ຢູ່ໃນປະເທດ ໄທໄດ້ຮັບຜົນ ກະທົບຢ່າງ ຂະໜານໃຫ່ຽ ເປັນເຫດໃຫ້ ບໍຣິສັດແລະ ໂຮງງານຕ່າງໆ ຫລາຍແຫ່ງໃນ ປະເທດໄທຕ້ອງ ຖອນຄົນງານອອກ ໃນນັ້ນກໍມີ ຄົນງານລາວ ຮ່ວມຢູ່ດ້ວຍ.
ຍັງບໍ່ເທົ່ານັ້ນ ຍັງຫລຸດຊົ່ວໂມງ ເຮັດວຽກລົງ ເຮັດໃຫ້ຄົນງານ ລາວມີລາຍ ໄດ້ຫລຸດລົງເປັນ 4,000 ບາດ ຈາກຈໍານວນ ທີ່ເຄີຽໄດ້ຮັບ 6,000-7,000 ບາດຕໍ່ເດືອນ. ລາຍໄດ້ຂອງຄົນ ງານລາວຢູ່ ໃນປະເທດໄທ ເຖິງແມ່ນວ່າ ຫລຸດລົງກໍດີ ແຕ່ກໍຍັງສູງ ກ່ວາຢູ່ລາວ ຊື່ງຄ່າແຮງ ງານຕໍ່າສຸດມີແຕ່ 290,000 ກີບຫລືເທົ້າກັບ 1,000 ບາດຕໍ່ເດືອນ ບັນຫາມັນມີຢູ່ວ່າ ຢູ່ໄທຈະມີ ວຽກເຮັດຢູ່ ຄືເກົ່າຫລືບໍ່ ເມື່ອຕົກຢູ່ ໃນສະພາບດັ່ງນີ້ ຄົນງານລາວ ບາງຈໍານວນ ກໍອາດຫາທາງ ກັບຄືນປະ ເທດແຕ່ບາງ ຈໍານວນອາດ ຈະຢູ່ໃນປະເທດ ໄທແບບຜິດ ກົດໝາຍເພື່ອ ຊອກຫາເຮັດ ວຽກຕໍ່ໄປ ເພາະວ່າເມື່ອ ກັບຄືນປະເທດ ແລ້ວຈະປະເຊີນ ກັບບັນຫາ ບໍ່ມີວຽກ ເຮັດງານທໍາ. ໃນສະພາບ ທີ່ເປັນຢູ່ນີ້ ທ່ານວ່າການ ຈັດຫາງານລະຫ່ວາງ ຣັຖະບານ ລາວກັບໄທ ຍັງສືບຕໍ່ໄປແຕ່ ກໍມີຈໍານວນຫລຸດ ລົງຫລາຍກ່ວາ ເມື່ອກ່ອນຊື່ງ ປັດຈຸບັນນີ້ສາມາດ ຈັດຫາຄົນງານ ສົ່ງໃຫ້ໄທ ວັນນື່ງປະມານ 70 ຄົນ. ຖ້າເບິ່ງໃນ ດ້ານຄວາມຕ້ອງການ ແຮງງານຂອງ ໄທແລ້ວປະເທດ ໄທຍັງຕ້ອງການ ແຮງງານຂັ້ນ ຕໍ່າແຮງງານ ທີ່ໃຊ້ເຮື່ອແຮງ ສະນັ້ນໃນປີ 2009 ນີ້ຄົນງານລາວ ອາດມີຄວາມ ຫວັງວ່າຈະ ມີວຽກເຮັດຢູ່ ໃນປະເທດໄທຕໍ່ໄປ.
ກ່ຽວກັບໂຕເລກ ຂອງຄົນງານລາວ ທີ່ເຮັດວຽກແບບ ຜິດກົດໝາຍ ຢູ່ໃນປະເທດ ໄທນີ້ເປັນທີ່ບໍ່ ແນ່ນອນເນື່ອງ ຈາກວ່າທາງການລາວ ກໍໃຫ້ໂຕເລກ ແບບການເມືອງ ຫລາຍກ່ວາຈະ ເວົ້າຈໍານວນໂຕຈິງ.