ແຮງງານຈາກ ສປປລາວ ກຳພູຊາ ແລະພະມ້າ ຈະຖືກໃຫ້ອອກການ

ນັກວີຊາການໄທ ໃຫ້ການວ່າ ແຮງງານຕ່າງຊາດ ຈາກ ສປປລາວ ກຳພູຊາແລະພະມ້າ ຈະຖືກໃຫ້ອອກຈາກການ ຫລາຍຂື້ນ

ນັກວີຊາການ ໄທໃຫ້ການວ່າ ແຮງງານຕ່າງຊາດ ຈາກສປປລາວ ກຳພູຊາແລະ ພະມ້າຈະຖືກ ໃຫ້ອອກຈາກ ການຫລາຍຂື້ນ ໃນອານາຄົດ ເປັນຍ້ອນພາວະ ເສຖາກິດທົດຖອຍ ທີ່ປະເທດໄທ ມີການຂຍາຍ ຕົວຂື້ນໄປເລືອ້ຍໆ ທ່ານພຣ້ອມບຸນ ພານີດສັກ ເລຂາທິການ ທູນນິທິຮັ້ກໄທ ຊື່ງເປັນອົງການທີ່ ເຄື່ອນໃຫວກ່ຽວ ກັບຊີວີດ ການເປັນຢູ່ ຂອງແຮງງານ ຕ່າງດ້າວທີ່ ປະເທດໄທ ກ່າວວ່າເຫດ ວິກິດທາງດ້ານ ເສຖາກິດໃນ ໄທຢ່າງຕໍ່ເນືອ່ງ ຈະສົ່ງຜົລ ກະທົບໃນການ ຈ້າງແຮງງານ ຕ່າງດ້າວຫລາຍຂື້ນ ດັ່ງທ່ານກ່າວ ໃນຕອນນື່ງວ່າ ໂດຍທົ່ວໄປແລ້ວ ເສຖາກິດແຍ້ມາກ ອຸສາຫາກຳ ກໍ່ຈະມີການ ລຸດແຮງງານ ທັງແຮງງານ ໄທແລະແຮງ ງານຕ່າງດ້າວ ດັ່ງເວລານີ້ ມີຂ່າວອອກ ມາແລ້ວວ່າ ມີແຮງງານ ຕ່າງຊາດໂດນ ເລີກຈ້າງງານ ຈາກການທີ່ ໂຮງງານຫລາຍ ແຫ່ງປີດຕົວລົງ ທ່ານວ່າໃນ ເວລານີ້ ບັນຫາການ ເລີກຈ້າງແລະການ ສງວນອາຊີບໃ ຫ້ແກ່ຄົນໄທ ເປັນສີ່ງສຳຄັນ ຂອງຣັຖບານ ຊື່ງຣັຖບານໄທ ໄດ້ປະກາດໂກຕາ ໃນການວ່າຈ້າງ ແຮງງານຕ່າງດ້າວ ທີ່ປະເທດໄທ ໃນປີນີ້ ມີພຽງແຕ່ 5 ແສນຄົນເທົ່ານັ້ນ ພ້ອມທັງຈະ ມີການພັກດັນ ໃຫ້ແຮງງານ ຕ່າງດ້າວໃນນັ້ນ ກໍ່ມີແຮງງານ ຈາກສປປລາວ ໃຫ້ກັບຄືນບ້ານ ເດີມຂອງພວກ ຂະເຈົ້າ ນຳອີກ ແຕ່ນັກວີເຄາະ ທ່ານນື່ງໃຫ້ການ ຕົງກັນຂ້າມວ່າ ເຫດວິກິດທາງ ດ້ານເສຖາກິດ ແຮ່ງຈະພາໃຫ້ແຮງ ງານຕ່າງດ້າວ ລັກລອບເຂົ້າມາ ໄທຫລາຍຂື້ນ ເພາະທີ່ພູມ ລຳເນົາຂອງ ພວກຂະເຈົ້າ ບໍ່ມີວຽກເຮັດ ແລະນາຍຈ້າງໄທ ກໍ່ມັກຈ້າງ ກຸ່ມແຮງງານທີ່ ຜີດກົດຫມາຍ ເພາະຄ່າແຮງ ງານຖືກບໍ່ຕ້ອງ ຮັບຜີດຊອບ ໃນການຈ່າຍຄ່າ ປະກັນສັງຄົມ ແລະກໍ່ເປັນ ວຽກທີ່ຄົນໄທ ບໍ່ຢາກເຮັດອີກ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org