ຄົນງານ ຍິງ ຖືກຕັດຊົ່ວໂມງ ເຮັດວຽກ
ສະຕຣີ ທີ່ເຮັດວຽກ ໃນພາກອຸດສາຫະກັມ ໃນປະເທດລາວ ໄດ້ຮັບຜົນກະທົບ ຈາກວິກິຕການ ເສຖກິດ ຕົກຕໍ່າ ຫລາຍກ່ວາ ກຸ່ມອື່ນໆ ເພາະ ມີການຫລຸດຊົ່ວໂມງ ເຮັດວຽກ ໃນໂຮງງານລົງ
-
ຈະເຣີນສຸກ
2009-04-23 -
-
-
Your browser doesn’t support HTML5 audio
ປັດຈຸບັນ ຜົນກະທົບ ຈາກວິກິຕການ ເສຖກິດ ຕົກຕໍ່າ, ຊຶ່ງສ່ວນໃຫຍ່ ຈະເກີດໃນ ກຸ່ມສະຕຣີ ທີ່ເຮັດວຽກ ຕາມໂຮງງານ ອຸດສາຫະກັມ ຫລາຍກ່ວາ ສຕຣີ ກຸ່ມອື່ນໆ ເພາະຄ່າເງິນເຟີ້ ເຮັດໃຫ້ມີ ການຫລຸດຊົ່ວໂມງ ການເຮັດວຽກ ຕາມໂຮງງານ ອຸດສາຫະກັມ. ເຖິງແມ່ນວ່າ ຈະຍັງບໍ່ເຖິງ ກັບວ່າຈະມີ ການປິດໂຮງງານ ກໍຕາມ, ແຕ່ຄ່າແຮງງານ ທີ່ພວກຂະເຈົ້າ ໄດ້ຮັບ ກໍຫລຸດລົງ ແລະ ຈາກທີ່ເຄີຍມີການ ເຮັດລ່ວງເວລາ ກໍຖືກຍົກເລີກ ເຊັ່ນກັນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ປະຈໍາຫ້ອງການ ອົງການ ຢູນີແຟມ ປະຈໍາວຽງຈັນ ໃນມື້ວັນ ພຣະຫັດນີ້.
ຍານາງ ຈັນສມອນ ແພງໄຂ່, ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນຣະຫວ່າງ ເຂົ້າຮ່ວມ ກອງປະຊຸມ ພູມີພາກ ຂອງກອງທຶນ ເພື່ອການພັທນາ ຂອງສະຫະ ປະຊາຊາຕ ສໍາລັບຜູ້ຍິງ ຫລື ຢູນີແຟມ ກ່ຽວກັບ ຜົນກະທົບ ຂອງວິກິຕການ ເສຖກິດ ທີ່ມີຕໍ່ ແຮງງານຂ້າມ ຊາຕ, ຊຶ່ງຈັດຂຶ້ນ ທີ່ບາງກອກ ຣະຫວ່າງ ວັນທີ 23-25 ເມສາ ນີ້ວ່າ:
“ຈໍານວນນຶ່ງ ທີ່ວ່າໂຮງງານ ຜລິດເຄື່ອງສົ່ງອອກ ໄດ້ຫລຸດຊົ່ວໂມງ ເຮັດວຽກລົງ, ຊຶ່ງແມ່ຍິງ ທີ່ເຮັດວຽກ ຈະໄດ້ຣາຍຮັບ ໜ້ອຍລົງເມື່ອ ທຽບໃສ່ເມື່ອກ່ອນ, ໂດຍທົ່ວໄປ ແມ່ຍິງ ທີ່ເຮັດວຽກ ໃນຣະດັບ ກັມມະກອນ ຈະມີຣາຍຮັບ ໜ້ອຍແລະຈະ ບໍ່ພຽງພໍກັບ ຣາຍຈ່າຍໃນ ການເບິ່ງແຍງ ຄອບຄົວ.”
ເຖິງຢ່າງໃດ ກໍຕາມ, ສໍາລັບ ສັງຄົມລາວ ໂດຍທົ່ວໄປແລ້ວ ຍັງບໍ່ມີຜົນ ກະທົບທາງ ດ້ານເສຖກິດ ທີ່ຮ້າຍແຮງ ແຕ່ຢ່າງໃດ, ເນື່ອງຈາກວ່າ ສ່ວນໃຫຍ່ ຈະໃຊ້ຊີວິດ ແບບພໍພຽງ ແລະ ປະຊາຊົນ ກໍຫັນມາ ປຍັດ ການໃຊ້ຈ່າຍ ຫລາຍຂຶ້ນ. ຕົວຢ່າງ ສຕຣີທີ່ເຮັດ ວຽກຂ້າຣາຊການ ກໍຈະມີເງິນ ເດືອນປະຈໍາ ແລະ ທີ່ຜ່ານມາ ຣັຖບານ ຫາກໍປັບອັຕຣາ ເງິນເດືອນໃຫ້, ຊຶ່ງເປັນການ ແກ້ໄຂບັນຫາ ໄປໄດ້ສ່ວນນຶ່ງ ແລະ ຍິ່ງຖ້າມີບ້ານ ຂອງຕົນເອງ ກໍຈະຫລຸດຄ່າ ໃຊ້ຈ່າຍໄດ້ຫລາຍ ແລະ ຍັງປູກຜັກລ້ຽງສັດ ໄວ້ກິນເອງອີກ.
ສ່ວນສະຕຣີລາວ ອີກກຸ່ມນຶ່ງ ທີ່ສັຍຢູ່ ຕາມພື້ນທີ່ ຊົນນະບົດ ກໍຍິ່ງຈະ ບໍ່ໄດ້ຮັບ ຜົນກະທົບ ຈາກເສຖກິດ ເພາະວ່າສ່ວນໃຫຍ່ ຫາຢູ່ຫາກິນ ຕາມທັມມະຊາດ, ບໍ່ໄດ້ໃຊ້ຊີວິດ ແບບຫວັງເພິ່ງ ຣະບົບເສຖກິດ ຫລາຍພໍເທົ່າໃດ ສ່ວນຣາຍໄດ້ ໃນກຸ່ມສຕຣີ ທີ່ເຮັດວຽກ ໃນໂຮງງານ ອຸດສາຫະກັມນັ້ນ ຈະມີຣາຍໄດ້ ປະມານ 40 ຫາ 50 ດອນລ້າ ສະຫະຣັດ ເທົ່ານັ້ນ, ຊຶ່ງບາງເທື່ອ ອາດຈະບໍ່ ພຽງພໍສໍາລັບ ຄອບຄົວ ດັ່ງຍານາງ ຈັນສມອນ ກ່າວໃນຕອນ ນຶ່ງວ່າ:
“ປະມານ 40ຫາ50 ດອນລ້າ ສະຫະຣັດ ຢູ່ໃນ ຄອບຄົວນຶ່ງ ຖ້າໄດ້ເຮັດວຽກ 2 ຄົນຄິດວ່າ ຈະພໍກິນ, ຢ່າງໜ້ອຍຄິດວ່າ ຄອບຄົວນຶ່ງ ຕ້ອງບໍ່ຫລຸດ 100 ດອນລ້າ ຈຶ່ງພໍກິນ.”
ຂະນະນີ້ ປະຊາຊົນລາວ ໃນເຂດໂຕ ເມືອງໃຫຍ່ ມີການຕື່ນ ໂຕກັນຫລາຍ ກັບພາວະ ເສຖກິດຕົກຕໍ່າ, ໂດຍສະເພາະ ໃນກຸ່ມສະຕຣີ ທີ່ຕ້ອງເບິ່ງແຍງ ຄອບຄົວເປັນຫລັກ, ຕ້ອງໄດ້ປຍັດ ຄ່າໃຊ້ຈ່າຍ ແລະຫລຸດການ ທ່ອງທ່ຽວລົງ ເພື່ອທ້ອນເງິນ ເອົາໄວ້ໃຊ້ ໃນຍາມຈໍາເປັນ.