ຄົນລາວໃນໄທ ຮວມຕົວຂໍສັນຊາຕ
ຄົນລາວທີ່ອົພຍົບ ໄປຕັ້ງຖິ່ນຖານ ໃນປະເທດໄທ ມາໄດ້ 30 ກວ່າປີແລ້ວນັ້ນ ກຳລັງຮວມຕົວກັນ ເພື່ອຂໍເປັນສັນຊາດໄທ ຈາກທາງການໄທ.
-
ຈໍາປາທອງ
2009-12-17 -
-
-
Your browser doesn’t support HTML5 audio
ຄົນລາວທີ່ອົພຍົບອອກຈາກ ປະເທດຂອງຕົນ ໄປຕັ້ງຖິ່ນຖານ ໃນປະເທດໄທ ມາໄດ້ 30 ກວ່າປີ ຄືຕັ້ງແຕ່ປີ 1974–1975 ແລ້ວນັ້ນ ກຳລັງຮວມຕົວກັນ ເພື່ອຂໍຮ້ອງເອົາສັນຊາດໄທ ຈາກທາງການໄທ. ປັດຈຸບັນ ຄົນລາວຈຳນວນດັ່ງກ່າວ ສ່ວນໃຫຍ່ມີເອກກະສານຢັ້ງຢືນ ທີ່ເປັນຫລັກຖານ ຄື “ ທຣ 38 “ ຊຶ່ງເປັນເອກກະສານ ຂື້ນທະບຽນ ຄົນງານຕ່າງດ້າວເທົ່ານັ້ນ. ພວກເຂົາເຈົ້າຂາດ ໂອກາດຫລາຍໆຢ່າງ ໃນການດຳລົງຊີວິດ ທັ້ງໆທີ່ໄດ້ ມາຫາຢູ່ຫາກິນ ມານານຫລາຍປີ ແລະພວກລູກໆຫລານໆ ກໍເຕີບໃຫຍ່ຢູ່ປະເທດໄທ. ກ່ອນຈະດຳເນີນຂັ້ນຕອນ ຂອງການຂໍສັນຊາດໄທນັ້ນ ກໍຈະຕ້ອງຂໍຍົກເລີກເອກກະສານ ‘ ທຣ 38 ‘ ເສັຍກ່ອນ ຊຶ່ງຂະນະນີ້ໄດ້ມີ ແກນນຳຂອງພວກ ເຂົາເຈົ້າບາງສ່ວນເດີນທາງ ໄປເຂົ້າພົບກັບເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງໄທແລ້ວ ດັ່ງອົພຍົບລາວ ທ່ານນຶ່ງໄດ້ກ່າວຕໍ່ ຜູ້ສື່ຂ່າວວິທຍຸເອເຊັຍເສຣີວ່າ:
ຊາວອົພຍົບລາວ ທີ່ວ່ານັ້ນເຫັນວ່າ ຣັຖບານ ສປປລາວ ບໍ່ສາມາດຊ່ວຍໃຫ້ ປະຊາຊົນ ມີວຽກເຮັດງານທຳ ແລະຊາວລາວສ່ວນໃຫຍ່ ອຶດຢາກຢູ່ໃນປະເທດ ຂອງຕົນເອງ ຢູ່ປະເທດລາວ ເສຖກິດຝືດເຄືອງ ແລະສັງຄົມກໍເສື່ອມໂຊມ ພວກຊາວໜູ່ມຈຳນວນ ຫລາຍຕິດຢາບ້າ ຕັ້ງແຕ່ຍັງນ້ອຍ ແລະມີຈຳນວນຫລວງຫລາຍ ທີ່ພຍາຍາມຫລົບໜີ ອອກນອກປະເທດ ໄປເຮັດວຽກຢູ່ປະເທດໄທ ເພາະວ່າບໍ່ມີການ ກະຈາຍການຜະຫລິດ ໄດ້ຫຼາຍພໍເທົ່າໃດ ເຮັດໃຫ້ຄົນລາວ ເປັນຕົ້ນຢູ່ຕາມຊົນນະບົດ ບໍ່ມີວຽກເຮັດງານທຳພຽງພໍ ແລະຍາກຈົນ ດັ່ງອົພຍົບລາວທ່ານນີ້ເວົ້າວ່າ:
ສິ່ງທີ່ເປັນອຸປສັກ ສຳຄັນທີ່ສຸດ ສຳລັບຄົນລາວ ທີ່ອົພຍົບໄປຢູ່ໄທ ກໍຄືຄວາມບໍ່ສະດວກ ໃນການທຳມາຫາກິນ ແລະການດຳຣົງຊີວິດ ເພາະວ່າບໍ່ມີເອກກະສານ ເຊັ່ນດຽວກັບຄົນໄທ ເຮັດໃຫ້ບໍ່ສາມາດ ໄປຊອກວຽກງານດີເຮັດ ແລະສົ່ງພວກລູກຫລານ ເຂົ້າໂຮງຮຽນຂອງໄທໄດ້. ພວກເຂົາເຈົ້າສ່ວນຫລາຍ ຜູ້ຊາຍເຮັດວຽກກໍ່ສ້າງ ແມ່ຍິງເຮັດວຽກໃນ ສະຖານທີ່ລື້ນເລີງ ຫລືຮ້ານຄາລາໂອເກະ ແລະລູກຫລານລຸ້ນໃໝ່ ມັກຈະແກ້ບັນຫາ ດ້ວຍການແຕ່ງດອງກັບຄົນໄທ ເພື່ອຫລີກລ້ຽງ ການຂໍສັນຊາດ.