ແຮງງານລາວ ຖືກຈັບ ທີ່ພະເຍົາ ຂອງໄທ
ໃນຕອນເຊົ້າ ຂອງວັນທີ 1 ພືດສະຈີການີ້ ເຈົ້າໜ້າທີ່ ແຂວງພະເຍົາ ຂອງໄທ ໄດ້ຈັບ ຊາວໜຸ່ມລາວ ຈໍານວນ 5 ຄົນ ທີ່ລັກລອບ ເຂົ້າເມືອງ ເພື່ອໄປຊອກຫາ ວຽກເຮັດງານທໍາ ຢູ່ແຂວງພະເຍົາ.
-
ສົມເນ ຣາຍງານ
2008-11-03 -
-
-
Your browser doesn’t support HTML5 audio
ຫລັງຈາກ ຈັບແລ້ວ ເຈົ້າໜ້າທີ່ ຕໍາຣວດ ແຂວງພະເຍົາ ໄດ້ສົ່ງຊາວນຸ່ມ 5 ຄົນ ດັ່ງກ່າວ ໄປໃຫ້ ເຈົ້າໜ້າທີ່ ກວດຄົນເຂົ້າເມືອງ ເມືອງຊຽງຂອງ, ແຂວງຊຽງຮາຍ ເພື່ອດໍາເນີນ ການສົ່ງ ກັບຄືນປະເທດ. ຊາວໜຸ່ມລາວ 5 ຄົນນີ້ ເປັນ ຣາຊະດອນ ຈາກແຂວງໄຊຍະບູຣີ ປະກອບດ້ວຍ ຜູ້ຍິງເດັກນ້ອຍ ອາຍຸ 15 ປີ 1 ຄົນ, ຜູ້ຊາຍ ມີອາຍຸ 18 ແລະ 19 ປີ 4 ຄົນ. ລາຍງານວ່າ ຊາວລາວ ໃນແຂວງໄຊຍະບູຣີ ມັກຈະພາກັນ ເດີນທາງ ໄປແຂວງພະເຍົາ ຫລື ແຂວງຊຽງຮາຍ ເພື່ອຊອກຫາ ຮັບຈ້າງ ໃນທ້າຍລະດູ ເກັບກ່ຽວເຂົ້າ ເພື່ອວ່າ ຈະມີລາຍໄດ້ຕື່ມ.
ເມື່ອໃກ້ຮອດ ຍາມລະດູຝົນ ຊື່ງເປັນລະດູ ເຮັດໄຮ່ ທໍານາແລ້ວ ຊາວລາວ ກໍຕ່າວ ກັບຄືນບ້ານເກີດເມືອງນອນ ເພື່ອເຮັດໄຮ່ທໍານາ ຂອງຕົນເອງ. ການລັກລອບ ເຂົ້າໄປ ຫາວຽກເຮັດງານທໍາ ຢູ່ໃນປະເທດໄທ ເປັນການ ສ່ຽງຫລາຍຢ່າງ, ແຕ່ປາກົດວ່າ ຊາວລາວ ຄຸ້ນເຄີຽ ກັບເສັ້ນທາງໄປທາງມາ ແລ້ວ, ອີກປະການນື່ງ ຄວາມຕ້ອງການ ແຮງງານ ໃນປະເທດໄທ ມີສູງ, ຊາວລາວ ທີ່ລັກລອບ ເຂົ້າໄປ ຫາເຮັດວຽກນັ້ນ ຈໍານວນນື່ງ ກໍບໍ່ເສັຽຫວັງ, ອີກຈໍານວນນື່ງ ຖືກຫລອກລວງ ກໍມີຫລາຍ.