ການຂໍທົບທວນ ນະໂຍບາຍ ເງິນເດືອນ ກັມມະກອນ ຕັດຫຍິບ
ສະມາຄົມ ອຸດສາຫະກໍາຕັດ-ຫຍິບລາວ ຮຽກຮ້ອງ ຣັຖບານ ທົບທວນ ຂໍ້ສະເໜີ ຂອງສູນກາງ ສະຫະພັນກໍາມະບານ ຄືນໃໝ່ ກ່ຽວກັບ ການຂໍຂື້ນເງິນເດືອນ ແກ່ຄົນງານ ໃນໂຮງງານຕັດຫຍິບ.
-
ສົມເນ ຣາຍງານ
2008-11-21 -
-
-
Your browser doesn’t support HTML5 audio
ສູນກາງ ສະຫະພັນ ກໍາມະບານລາວ ໄດ້ສະເໜີ ໃຫ້ສະມາຄົມ ອຸດສະຫະກໍາ ຕັດຫຍິບ ຂື້ນເງິນເດືອນ ໃຫ້ຄົນງານ ຕັດຍິບ ໃນທົ່ວປະເທດຈາກ 290,000 ກີບ ມາເປັນ 720,000 ກີບ ເພື່ອໃຫ້ສອດຂ້ອງ ກັບຄ່າຄອງຊີບ ແລະ ອັຕຣາເງິນເຟີ້ ທີ່ຖີບສູງຂື້ນ. ຕໍ່ຂໍ້ສະເໜີນີ້ ທາງສະມາຄົມ ອຸດສາຫະກໍາຕັດ-ຫຍິບ ວ່າ ມັນບໍ່ເປັນການເໝາະສົມ ເພາະວ່າ ທຸຣະກິດ ຕັດຫຍິບ ກໍາລັງຕົກຢູ່ໃນ ສະພາບຂັດສົນ ໂດຍສະເພາະປະຣິມານ ການສັ່ງຊື້ ຈາກຕ່າງປະເທດ ຫລຸດລົງ ໃນປີ 2008 ນີ້ ແລະ ຄາດວ່າ ໃນປີ 2009 ຍິ່ງຈະຫລຸດລົງ ຍ້ອນວິກິດການ ດ້ານການເງິນ ແລະ ເສຖກິດ ຂອງໂລກຕົກຕໍ່າ.
ໃນທ້າຍປີ 2008 ນີ້ ທາງອຸດສາຫະກໍາ ຕັດຫຍິບ ຄາດວ່າ ຈະມີລາຍໄດ້ ຈາກການສົ່ງເຄື່ອງ ຕັດຫຍິບອອກໄປ ຂາຍຕ່າງປະເທດ ໃນຈໍານວນ ເງິນປະມານ 160 ລ້ານ ໂດລາ ສະຫະຣັຖເທົ່ານັ້ນ, ສ່ວນໃນປີ 2007 ຜ່ານມາ ມີລາຍຮັບ 157 ລ້ານ ໂດລາສະຫະຣັຖ. ທ່ານ ອອ່ນສີ ບຸດສີວົງສັກ ປະທານ ສະມາຄົມ ອຸດສາຫະກໍາ ຕັດຫຍິບ ກ່າວວ່າ ຈໍານວນເງິນເດືອນ ທີ່ສະຫະພັນ ກໍາມະບານ ສະເໜີນີ້ເຫັນວ່າ ສູງໄປໂພດ. ທ່ານວ່າ ຖ້າເພີ້ມຂື້ນ ກໍຄົງບໍ່ເກີນ 5 ແສນ ກີບຕໍ່ເດືອນ. ທ່ານອະທິບາຍ ວ່າ ຖ້າຄິດໄລ່ ຢ່າງລະອຽດແລ້ວ ເງິນເດືອນຄົນງານ ຕັດຫຍິບ ຜູ້ນື່ງ ບໍ່ຕໍ່າກ່ວາ 1 ລ້ານກີບ ລວມທັງ ຄ່າອາຫານທ່ຽງ ເງິນລ່ວງເວລາ ເງິນໂບນັສ ແລະ ຄ່າສວັດດີການອື່ນໆ.
ສະມາຄົມ ອຸດສາຫະກໍາ ຕັດຫຍິບລາວ ຜ່ານມາ ກໍມີບັນຫາ ກັບກະຊວງແຮງງານ ແລະ ສວັດດີການສັງຄົມ ກ່ຽວກັບ ເຣື້ອງແຮງງານນີ້ ມາຫລາຍຄັ້ງແລ້ວ. ເທົາທຸກວັນນີ້ ກໍຍັງບໍ່ສາມາດ ຕົກລົງກັນໄດ້.