ເດັກເກີດຈາກ ກັມມະກອນລາວ ແບບຜິດກົດໝາຍ ໃນໄທ ອາຈໄຮ້ສັນຊາຕ

ເດັກນ້ອຍລາວ ທີ່ເກີດໃນປະເທດໄທ ຈາກພໍ່ແມ່ເຂົ້າເມືອງ ຜິດກົດໝາຍ ອາດຈະກາຍເປັນຄົນ ທີ່ໄຮ້ສັນຊາດ ຫາກວ່າປະເທດ ຕົ້ນທາງ ບໍ່ຍອມຮັບເອົາ.

ສໍານັກງານບໍຣິຫານ ຄົນຕ່າງດ້າວຂອງໄທ ເປີດເຜີຽວ່າ, ບັນຫາເດັກນ້ອຍລາວ ທີ່ເກີດໃນປະເທດໄທ ຈາກພໍ່ແມ່ທີ່ ເຂົ້າເມືອງຜິດກົດໝາຍ, ອາດຈະກາຍເປັນ ຄົນທີ່ໄຮ້ສັນຊາດ, ຫາກວ່າປະເທດຕົ້ນທາງ ບໍ່ຍອມຮັບເອົາ.

ແຕ່ລະປີ, ມີເດັກນ້ອຍລາວ ເກີດໃນປະເທດໄທ ຈາກພໍ່ແມ່ທີ່ເປັນ ຄົນລາວ, ເຂົ້າເມືອງຜິດກົດໝາຍ ປະມານ 1,000ຄົນ. ເດັກນ້ອຍເຫລົ່ານີ້ ປະເຊີນກັບບັນຫາ ການບໍ່ໄດ້ຮັບ ການສຶກສາ, ການເຂົ້າຮັບບໍຣິການ ຮັກສາສຸຂພາບ ດັ່ງທ່ານ ທະນິດ ຫນຸ່ມນ້ອຍ ຜູ້ອໍານວຍການ ສໍານັກງານບໍຣິຫານ ແຮງງານຕ່າງດ້າວ ຂອງໄທ ໄດ້ກ່າວ:

"ເດັກນ້ອຍເຫລົ່ານີ້ ໃນເບື້ອງຕົ້ນ ທີ່ຮັບຈົດທະບຽນ ຈະໄດ້ສັນຊາດ ຕາມຜູ້ເປັນແມ່, ຄືແມ່ແຈ້ງວ່າ ເປັນຄົນລາວ ເດັກນ້ອຍກໍຈະເປັນລາວ. ແຕ່ຖ້າວ່າຝ່າຍລາວ ເພິ່ນບໍ່ຍອມຮັບ, ເດັກນ້ອຍກໍຖືກ ຍົກເລີກສັນຊາດລາວ, ຕໍ່ໄປກໍຍັງບໍ່ຮູ້ ວ່າຈະເປັນສັນຊາດໃດ, ຖ້າບໍ່ໄດ້ສັນຊາດ ກໍຕ້ອງກາຍເປັນຄົນ ບໍ່ມີສັນຊາດ."

ທ່ານອະທິບາຍຕື່ມວ່າ, ໃນເບື້ອງຕົ້ນນັ້ນ ຄົນງານເຂົ້າເມືອງ ຜິດກົດໝາຍ, ປະເທດຕົ້ນທາງ ກໍບໍ່ຍອມຮັບ ເນື່ອງຈາກວ່າ ເປັນປະຊາກອນ ທີ່ຣັຖບານລາວ ຈະຮັບຜິດຊອບ ຫລືບໍ່, ຈຶ່ງຕ້ອງໄດ້ພິສູດ ສັນຊາດເສັຍກ່ອນ. ຖ້າວ່າພິສູດສັນຊາດ ບໍ່ໄດ້, ເຂົາເຈົ້າຈະຕົກ ເປັນພວກໄຮ້ສັນຊາດ ແລະ ເດັກນ້ອຍທີ່ເກີດມາ ກໍຈະເປັນຄົນທີ່ ບໍ່ມີສັນຊາດ ແລະ ຈະບໍ່ຢູ່ໃນຄວາມ ຮັບຜີດຊອບການ ເບິ່ງແຍງດູແລຂອງ ຣັຖບານໄທ ເຊັ່ນກັນ. ບຸກຄົນຈໍາພວກນີ້ ຈະຂາດໂອກາດ ແລະ ສິດທິໃນການ ດໍາຣົງຊີວິດ ໃນທຸກໆດ້ານ, ເມື່ອເປັນດັ່ງນີ້ແລ້ວ ເຂົາເຈົ້າກໍບໍ່ມີສິດ ຢູ່ໃນປະເທດໄທ.

"ເຮົາຈະຜັກດັນ ໄປຊາຍແດນກໍໄດ້ ບໍ່ຈໍາເປັນຕ້ອງ ຢູ່ໃນປະເທດໄທ, ເຂົາເຈົ້າບໍ່ມີສິດ ໄປຢູ່ບ່ອນໃດໝົດ ຊຶ່ງຂນະນີ້ ອົງການ ສະຫະປະຊາຊາດ ເຂົາເຈົ້າກໍເບິ່ງແຍງ ດູແລ ພວກທີ່ບໍ່ມີ ສັນຊາດຢູ່."

ເຖິງແມ່ນວ່າ ຫນ່ວຍງານຕ່າງໆ ຂອງທາງການໄທ, ໄດ້ປຶກສາຫາລື ເພື່ອແກ້ໄຂບັນຫາ ນີ້ກໍດີ ແຕ່ໃນດ້ານ ປະຕິບັດນັ້ນ ຍັງບໍ່ສາມາດ ຊ່ວຍເຫລືອພວກ ໄຮ້ສັນຊາດ ນີ້ໄດ້ເທື່ອ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org