ທາງກາຣແຂວງ ຜົ້ງສາລີ ຈະຈັດພິທີບວຊປ່າ ພູຟ້າ ໃນຕົ້ນເດືອນ ເມສາ ນີ້ເພື່ອເປັນກາຣອະນຸຮັກ ແລະຟື້ນຟູປ່າໄມ້ ໄວ້ໃຫ້ເປັນບ່ອນຢູ່ອາສັຍ ຂອງສັຕປ່ານາໆພັນ

ທາງກາຣເມືອງ ແລະແຂວງຜົ້ງສາລີ ພ້ອມກັບສະຫະພັນແມ່ຍີງລາວ ປະຈຳເມືອງດັ່ງ ກ່າວໄດ້ຮ່ວມກັນ ທີ່ຈະຈັດພິທີບວຊ ປ່າພູຟ້າຂື້ນໃນມື້ວັນທີ່ 4 ເມສາ ນ້ີເພື່ອເປັນກາຣ ອະນຸຮັກ ແລະຟື້ນຟູປ່າໄມ້ ແລະຊີວານາໆພັນ ໃຫ້ມີຄວາມອຸດົມສົມບຸນຄືນໃໝ່ ພາຍ ຫລັງທີ່ມີຊາວບ້ານ ທີ່ຮູ້ບໍ່ເທົ່າເຖີງກາຣ ໄປລ່ວງລະເມີດ ຊັພຍາກອນ ທີ່ຫວງຫ້າມໃນເຂຕ ປ່າຫລາຍພໍສົມຄວນ ດັ່ງທີ່ຍານາງເປັງ ອໍຣະຄັນ ຮອງຫົວໜ້າ ສະຫະພັນແມ່ຍີງລາວ ປະຈຳແຂວງໄດ້ຊີ້ແຈງວ່າ:

(ສຽງ) “ຈຸດປະສົງ ທີ່ພວກເຮົາ ຈະບວຊພູຟ້ານີ້ ເພື່ອເປັນກາຣອະນຸຮັກ ແລະປົກປັກຮັກສາ ປ່າໄມ້ ສັຕສາວາສີ່ງ ກໍຈະໄດ້ມີເຮືອນຮັງຢູ່ ຄັນຖ້າເຮົາບໍ່ບວຊ ກໍຍັງມີຄົນໄປລ່ວງລ້ຳມັນ ຢູ່ ຄັນຖ້າ ເຮົາບວຊ ເຂົາກໍຈະນັບຖ.ື”

ຍານາງ ເປັງ ໃຫ້ກາຣຊີ້ແຈງອີກວ່າ: ຊາວເມືອງຜົ້ງສາລີ ຍຶດຖືສາສນາພຸທ ເປັນທີ່ເພີ່ງ ທາງຈີຕໃຈ ສະນັ້ນ ກາຣຈັດພິທີບວຊພູຟ້າ ໃນເຂຕເທສບາລແຂວງ ເປັນປ່າອະນຸຮັກກໍ ຈະເຮັດໃຫ້ຊາວບ້ານ ພາກັນເຄົາຣົພນັບຖ ືແລະຍຸຕິກາຣແສວງ ຫາຜົລປະໂຍດສ່ວນຕົວ ພ້ອມທັງຍັງຈະເປັນແຫລ່ງ ຂອງຢາສມຸນໄພ ແລະເຄື່ອງປ່າຂອງດົງຕ່າງໆ ຊື່ງຫວ່າງ ມໍ່ໆມານີ້ ກໍມີກາຣຈັດພິທີບວຊ ປ່າແຫ່ງໜື່ງ ທີ່ເຂຕເມືອງຍອດອ ູຊື່ງກໍມີຂ່າວວ່າໄດ້ຜົລດີ ເຊັ່ນກັນ.

ນອກຈາກກາຣບວຊພູຟ້ານີ້ແລ້ວ ທາງກາຣແຂວງຜົ້ງສາລີ ຍັງມີໂຄງກາຣທີ່ ຈະບວຊວັງນ້ຳ ແຫ່ງໜື່ງ ຕື່ມອີກດັ່ງທີ່ຍານາງເປັງໄດ້ກ່າວຕໍ່ໄປວ່າ:

(ສຽງ) “ກໍຈະບວຊປ່າແປກຢູ່ ເມືອງບຸນເໜືອ ຄິດວ່າຈະເອົາໃນຕົ້ນເດືອນ 3 ແລະ ໃນໂອກາດ ທີ່ບວຊປ່າແປກນັ້ນ ກໍຈະມີກາຣບວຊວັງນ້ຳ ພ້ອມ ຈຸດປະສົງກໍເພື່ອຢາກຈະອະນຸຮັກປ່າ ແປກນີ້ໄວ້ ເພາະປ່າແປກ ນີ້ຈະມີມາຕັ້ງແຕ່ປູ່ຍ່າຕາຍາຍເຮົາມາ.”

ເຈົ້າໜ້າທີ່ລາວດັ່ງກ່າວ ໄດ້ອະທິບາຍເພີ່ມວ່າ: ກິຈກັມກາຣບວງປ່າ ແລະວັງນ້ຳດັ່ງ ກ່າວນີ້ຖືເປັນຜົລງານ ຈາກກາຣຈັດຕັ້ງ ກຸ່ມທ້ອນເງີນ ຂອງສະຫະພັນແມ່ຍີງລາວ ຂື້ນມາ ຢູ່ໃນແຂວງດັ່ງກ່າວ ຊື່ງປັຈຈຸບັນ ມີປະມານ 32 ກຸ່ມດ້ວຍກັນຊື່ງພາກັນ ສົ່ງເສີມກິຈກັມ ຕ່າງໆໃນແຕ່ລະທ້ອງຖີ່ນ ຕລອດມາ.

ຫວາດ ສີມູນ ຣາຍງານ

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org