ຊາວລ້ຽງປາ ກະຊັງ ພົບບັນຫາ
ຊາວລ້ຽງ ປາກະຊັງ ຕາມລຳແມ່ນ້ຳຂອງ ເຂດບ້ານບໍ່ໂອ ນະຄອນຫລວງວຽງຈັນ ປະເຊີນກັບ ບັນຫາປາຕາຍ ຢ່າງຫລວງຫລາຍ ທີ່ບໍ່ຮູ້ ສາເຫດ.
-
ຈໍາປາທອງ ຣາຍງານ
2008-07-31 -
-
-
ຊາວບ້ານບໍ່ໂອ ເຂດນະຄອນຫລວງວຽງຈັນ ປະເທດລາວ ທ່ານ ນຶ່ງໄດ້ເປີດເຜີຍຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຍເສລີ ວ່າ ໃນສາມປີ ມານີ້ ຕົກມາເຖິງ ເດືອນ ກໍລະກະດາ ຊາວລ້ຽງປາ ໃສ່ກະຊັງ ຕາມລຳແມ່ນ້ຳຂອງ ໂດຍສະເພາະໃນເຂດບໍ່ໂອ ປະສົບກັບ ຄວາມເສັຍຫາຍ ຢ່າງຫລວງຫລາຍ ເພາະປາລ້ຽງ ໃນກະຊັງນັ້ນ ຕາຍ ຢ່າງບໍ່ຮູ້ສາເຫດ ແລະ ໃນຊ້ວງ ເດືອນ ມິຖຸນາ ຂອງປີນີ້ ກໍພົບບັນຫາ ເໝືອນປີ ຜ່ານໆມາ.
ສຳລັບຜູ້ລ້ຽງປາ ຕ່າງກໍມີແຕ່ ພາກັນເດົາ ຫາສາເຫດ ທີ່ພາໃຫ້ປາຕາຍ ແລະ ສ່ວນໃຫຍ່ ກໍເດົາວ່າ ຍ້ອນລະດູຝົນປີນີ້ ມາໄວ ຜິດປົກກະຕິ ກວ່າທຸກປີ ນ້ຳຝົນ ເຮັດໃຫ້ ນ້ຳຂອງ ຂື້ນໄວ-ລົງໄວ ເຮັດໃຫ້ນ້ຳຂອງຂຸ່ນ ແລະ ນ້ຳໄຫລແຮງ ບາງບ່ອນ ກໍມີນ້ຳຜັນລົງ ຈຶ່ງເຮັດໃຫ້ ປາຕາຍ ຢ່າງຫລວງຫລາຍ.
ຄວາມເສັຍຫາຍ ດັ່ງກ່າວ ເຮັດໃຫ້ ຜູ້ລ້ຽງປາ ບາງຄົນ ມີໜີ້ສິນ ຢ່າງຫລວງຫລາຍ ບາງຄົນລົ້ມ ລະລາຍໄປ ກໍມີ. ແລະ ບໍ່ຮູ້ວ່າ ຈະໄປເພິ່ງຜູ້ໃດ ຫລື ພາກສ່ວນໃດ ມີພຽງແຕ່ ພາກັນ ວິພາກວິຈານ ໃຫ້ນັກວິຊາການ ຫລືພາກສ່ວນ ທີ່ກ່ຽວຂ້ອງ ເຊັ່ນ ຫ້ອງການປະມົງ ຂອງກະຊວງກະສິກຳ ຫລື ຫ້ອງການ ກະສິກຳເມືອງ ຫລື ທະນາຄານ ທີ່ໃຫ້ທຶນກູ້ຢືມ ຊຶ່ງເທົ່າທີ່ຜ່ານມາ ບໍ່ເຄີຍລົງມາ ໃຫ້ການຊີ້ນຳ ຫລື ແນະນຳ ເພື່ອຊອກຫາ ວິທີແກ້ໄຂຊ່ວຍຜູ້ລ້ຽງປາ ແຕ່ຢ່າງໃດ, ມີແຕ່ປະປ່ອຍໃຫ້ ພວກເຂົາເຈົ້າ ແກ້ໄຂບັນຫາ ດ້ວຍຕົນເອງ ແບບຕາມມີຕາມເກີດ.
ແຕ່ກົງກັນຂ້າມ ພາກສ່ວນກ່ຽວຂ້ອງ ທີ່ວ່ານັ້ນ ຈະລົງມາເບິ່ງ ກໍຕໍ່ເມື່ອ ເວລາ ທີ່ຊາວລ້ຽງປາ ໄດ້ຮັບຜົນດີ ປາໃຫຍ່ ແລະ ອ້ວນພີດີງາມ. ແລະ ການລົງມານັ້ນ ກໍແມ່ນ ມາສິ້ນເປືອງ ຊາວລ້ຽງປາ. ນອກຈາກ ຈະໄດ້ກິນປາ ຢູ່ກັບທີ່ນັ້ນແລ້ວ ແຕ່ລະຄົນ ກໍຍັງໄດ້ຫິ້ວປາ 2-3 ໂຕ ເມືອກິນ ຢູ່ບ້ານ ພ້ອມທັງ ເກັບເງິນ ໃນແຕ່ລະບ່ອນ ກະຊັງປາ ນຶ່ງ 1 ແສນກີບ. ແລະ ບໍ່ຮູ້ວ່າ ເງິນນັ້ນ ເປັນເງິນເສັຍ ສຳລັບ ຄ່າຫຍັງ. ດັ່ງນັ້ນ ຈຶ່ງບໍ່ຮູ້ວ່າ ກິດຈະການ ລ້ຽງປາກະຊັງນັ້ນ ຈະຢູ່ລອດໄປໄດ້ ອີກດົນນານປານໃດ, ທ່ານກ່າວໃນທີ່ສຸດ.