ຜລິດຕະພັນ ເຈັ້ຍສາ ຫລວງພຣະບາງ

ທຸຣະກິດ ການຜລິດ ປໍສາ ເພື່ອເປັນສິນຄ້າ ຂອງແຂວງຫລວງພຣະບາງ ດໍາເນີນໄປດ້ວຍດີ ໃນຂະນະທີ່ ມີຕລາດ ຮອງຮັບ ທັງພາຍໃນ ແລະ ຕ່າງປະເທດ.

ທຸຣະກິດ ການຜລິດ ປໍສາ ເພື່ອເປັນສິນຄ້າ ຂອງແຂວງຫລວງພຣະບາງ ດໍາເນີນໄປດ້ວຍດີ ໃນຂະນະທີ່ ມີຕລາດ ຮອງຮັບ ທັງພາຍໃນ ແລະ ຕ່າງປະເທດ. Photo by RFA

ໃນ​ລະຍະ​ຜ່ານ​ມາ ການ​ປູກ ປໍ​ສາ ​ຂອງ​ແຂວງ​ຫລວງ​ພຣະບາງ ​ເພື່ອ​ໃຊ້​ເປັນ​ວັດຖຸ​ດິບ ​ໃນ​ການ​ຜລິດ​ເຈັ້ຍ ​ແລະ ຂອງ​ທີ່ຣະລຶກ ຕ່າງໆ, ຖື​ເປັນ​ອາຊີບ ທີ່​ສ້າງຣາຍ​ໄດ້ ​ໃຫ້​ແກ່​ຊາ​ວບ້ານ ​ເປັນ​ຢ່າງ​ດີ. ສະ​ນັ້ນ ຊາວບ້ານ ຈຶ່ງນິຍົມ ​ອາຊີບ​ນີ້ ຢ່າງ​ຕໍ່​ເນື່ອງ ​ເພາະ​ຕລາດ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ມີ​ຄວາມ​ຕ້ອງການ ຢູ່​ຕລອດ.

ທ່ານ ສາຍສມອນ ຄົມ​ທະ​ວົງ, ຮອງ​ເຈົ້າ​ແຂວງ ​ແຂວງ​ຫລວງ​ພຣະບາງ, ກ່າ​ວວ່າ:

“ຖື​ວ່າ ປໍ​ສາ​ ນີ້ ຍັງ​ຟົດ​ຟື້ນ​ຢູ່ ອັນ​ນຶ່ງ ​ແມ່ນ​ເຮົາ ​ເອົາ​ມາ​ຜລິດ​ເຈັ້ຍ, ​ເປັນ​ເຄື່ອງ ທີ່ຣະລຶກ, ສອງ ​ເຮົາ​ກໍ​ສົ່ງ​​ໄປ​ໃຫ້ ພວກ​ຢູ່​ເມື​ອງ​ໄທ. ນີ້ ກໍ​ເປັນ​ໂຄງການ​ນຶ່ງ ຂອງ​ຫລວງ​ພຣະບາງ ຍ້ອນ​ມັນ​ເປັນ ທ່າ​ແຮງ​ມູນ​ເຊື້ອ ທີ່​ປະຊາຊົນ ມີ​ແລ້ວ.”

​ປັດຈຸບັນ ​ໃນ 11 ​ເມືອງ ຂອງ​ແຂວງ ຖື​ວ່າ ປູກ ປໍ​ສາ ​ຫລາຍ​ພັນ​ເຮັກ​ຕາຣ ດ້ວຍ​ກັນ, ​ເພາະ ພືດ​ ດັ່ງກ່າວ ​ເປັນ​ພືດ ທີ່​ປູກ ​ແລະ ​ຮັກສາ​ງ່າຍ, ພ້ອມ​ກັນ​ນັ້ນ, ປີ​ນຶ່ງ ຂາຍ​ໄດ້ ​ເຖິງ 2 ​ເທື່ອ, ​ໃນຣາຄາ 3,000 ຫາ 3,800 ກີບ ຕໍ່ ກິ​ໂລ, ຊຶ່ງ​ຖືວ່າ ​ເປັນຣາຄາ ​ທີ່​ໜ້າ​ເພິ່ງ​ພໍ​ໃຈ, ດັ່ງ​ນັ້ນ, ຊາວບ້ານ ຈຶ່ງ​ພາກັນ ​ຍຶດ​ອາຊີບ​ນີ້. ​​ເມື່ອ​ປີ​ກາຍ​ນີ້ ປໍ​ສາ ​ແຂວງ​ຫລວງ​ພຣະບາງ​ ​ໄດ້​ຮັບ​ໃຊ້ ຕລາດ ພາຍ​ໃນ​ປະ​ເທດ ຫລາຍ​ຮ້ອຍ​ຕັນ ​ແລະ  ສົ່ງ​ອອກ ​ໄປ​ຍັງປະ​ເທດ​ໄທ ອີກ ປະມານ 600 ຕັນ.

​ເມື່ອ​ບໍ່​ນານ​ມາ​ນີ້, ທາງ​ຈີນ ກໍ​ສົນ​ໃຈ ຢາກ​ຊື້ ປໍ​ສາ ຂອງ​ແຂວງ​ຫລວງ​ພຣະບາງ, ​ແຕ່​ ຕ້ອງການ ປໍ​ສາ ​ແບບ​ປຸງ​ແຕ່ງ ສໍາ​ເຣັດຮູບ​ແລ້ວ​ ​ເທົ່າ​ນັ້ນ. ດັ່ງ​ນັ້ນ​ ທາງ​ແຂວງ ກໍາລັງ ຄົ້ນ​ຄ້ວາ ​ເຖິງ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການຈັດ​ຕັ້ງ ປະຕິບັດ ວຽກ​ງານ​ນີ້ ​ເພື່ອ​ເຮັດ​ໃຫ້ ຊາວບ້ານ ມີ​ຕລາດ ສົ່ງ​ອອກ ​ເພີ້​ມຂຶ້ນ.

ນອກຈາກ ການ​ປູກ​ປໍ​ສາ ​ແລ້ວ, ​ໃນ​ເວ​ລາ​ນີ້ ທາງ​ແຂວງ ຍັງ​ສົ່ງ​ເສີມ ການ​ປູກ​ສາລີ, ການ​ລ້ຽງ​ຄັ່ງ ​ແລະ ປູກ​ໄມ້ ອຸດສາຫະກັມ ອື່ນໆ ​ເປັນ​ຕົ້ນ ​ໄມ້​ສັກ, ຍາງ​ພາລາ ​ແລະ ໝາກ​ນໍ້າມັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org