ງານນະມັສການ ພຣະທາຕຫລວງ ປະຈໍາປີ

ທາງການຕໍາຣວດ ນະຄອນຫລວງວຽງຈັນ ຕຽມກໍາລັງພົລ ປະມານ ສີ່ຮ້ອຍຄົນ ເພື່ອຄວບຄຸມການ ຈະຣາຈອນ ຂອງຍານພາຫະນະ ໃນຣະຫວ່າງ ງານບຸນສລອງ ພຣະທາຕຫລວງ.

ງານນະມັສການ ພຣະທາຕຫລວງ ປະຈໍາປີ ທີ່ນະຄອນຫລວງວຽງຈັນ ສປປລາວ Photo: RFA

ທາງການຕໍາຣວດ ນະຄອນຫລວງວຽງຈັນ ຕຣຽມກໍາລັງເຈົ້າໜ້າທີ່ ປະມານ 4ຮ້ອຍຄົນ ເພື່ອຮັກສາຄວາມສງົບ ແລະ ການສັນຈອນໄປມາ ຂອງຍານພາຫະນະ ໂດຍສະເພາະ ໃນບໍຣິເວນ ເດີ່ນພຣະທາຕຫລວງ ແລະ ສູນການຄ້າ ໄອເທັກ ເພື່ອໃຫ້ປະຊາຊົນ ທີ່ມາຮ່ວມງານບຸນ ມີຄວາມສະດວກສະບາຍ ໃນການສັນຈອນ.

ພັນໂທ ຄໍາສະຫວາຍ ເພັດອຸທັຍ ຮອງຫົວໜ້າກົມ ຕໍາຣວດຈະຣາຈອນ ນະຄອນຫລວງວຽງຈັນ ກ່າວວ່າ:

"ໃນໂອກາດ ປ້ອງກັນ ບຸນທາດຫລວງນີ້ ພວກເຮົາ ໄດ້ຕຣຽມກໍາລັງຄົນ ກໍາລັງຍວດຍານ ພາຫະນະ ເພື່ອຄວບຄຸມ ແຕ່ລະເຂດ ທີ່ວ່າ ໄດ້ມີການຕຣຽມ ເປັນຕົ້ນຢູ່ ນະຄອນຫລວງ ກໍປະມານ 400-500ຄົນ ເພື່ອຄວບຄຸມ ການສັນຈອນ ຕາມເສັ້ນທາງ."

ຕາມຄໍາເວົ້າຂອງ ທ່ານ ຄໍາສະຫວາຍ: ທາງຕໍາຣວດ ໄດ້ມີການຕຣຽມ ການພ້ອມ ໃນທຸກດ້ານ ຮວມທັງດ້ານ ພາຫະນະ ແລະ ອຸປກອນຕ່າງໆ ທີ່ຈໍາເປັນຕໍ່ ວຽກງານ ແລະ ກໍານົດທິດທາງ ການສັນຈອນຂອງ ຍານພາຫະນະ ເພື່ອບໍ່ໃຫ້ການ ຈາຣະຈອນ ເກີດການຕິດຂັດ ໃນຣະຫວ່າງ ງານບູນ ພຣະທາດຫລວງ.

ການຈັດກໍາລັງ ເຈົ້າໜ້າທີ່ປີນີ້ ຖືວ່າຫລາຍກວ່າ ປີທີ່ຜ່ານມາ ເນື່ອງຈາກວ່າ ຍານພາຫະນະ ໃນລາວ ມີຫລາຍເພີ່ມຂຶ້ນ  ຊຶ່ງຜູ້ຂັບຂີ່ ຄວນມີສະຕິ ແລະເຄົາຣົບກົດ ຈະຣາຈອນ ຢ່າງເຄັ່ງຄັດ ເພື່ອປ້ອງກັນ ອຸບັດຕິເຫດ ທີ່ອາຈຈະເກີດ ຂຶ້ນໄດ້...  ທ່ານກ່າວ.

ງານບຸນປະເພນີ ພຣະທາຕຫລວງ ໃນນະຄອນວຽງຈັນ ປີ2009ນີ້ ເລີ່ມຕັ້ງແຕ່ວັນທີ 28ຕຸລາ ໂດຍມີການ ສະແດງ ສິລປະວັທນະທັມ, ມີຮ້ານຂາຍສີນຄ້າຕ່າງໆ ຄືກັນກັບປີ ທີ່ຜ່ານໆມາ ແລະ ທີ່ສໍາຄັນກໍຄື ພິທີກັມທາງ ສາສນາ ທີ່ກໍານົດມີຂຶ້ນ ໃນວັນທີ 31ຕຸລາ ຫາ ວັນທີ2 ທັນຍານີ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org