ຍົກເລີກຖ້ຽວບິນຍ້ອນ ຄວັນຈາກກາຣຈູດໄຮ່
ສາຍກາຣບິນລາວ ຕ້ອງໄດ້ຍົກເລີກ ຖ້ຽວບິນໄປທາງເຂຕ ພາຄເໜືອ ຍ້ອນບັນຫາໝອກຄວັນ ຈາກກາຣຈູດໄຮ່.
-
ຫວາດ ສີມູນ
2010-03-19 -
-
-
Your browser doesn’t support HTML5 audio
ສາຍກາຣບິນລາວ ຕ້ອງໄດ້ຍົກເລີກ ຖ້ຽວບິນ ໄປທາງເຂຕແຂວງ ພາຄເໜືອ ໃນສັປດານີ້ ໄປຊົ່ວຣະຍະໜຶ່ງເສັຽກ່ອນ ຍ້ອນບັນຫາຂອງ ໝອກຄວັນຈາກກາຣ ຈູດໄຮ່ເລື່ອນລອຍ ຂອງປະຊາຊົນ ຊຶ່ງເປັນກາຣສ້າງ ບັນຫາຢ່າງ ຫລວງຫລາຍ ໃນແຕ່ລະປີ.
ເຈົ້າໜ້າທີ່ຂອງ ສາຍກາຣບິນລາວ ທ່ານໜຶ່ງໄດ້ແຈ້ງ ຕໍ່ອົງກາຣຂ່າວ ຕ່າງປະເທສ ໃນມື້ວັນສຸກນີ້ວ່າ ຖ້ຽວບິນຈາກ ນະຄອນຫລວງ ວຽງຈັນ ໄປແຂວງ ອຸດົມໄຊ ຫລວງນ້ຳທາ ແລະບໍ່ແກ້ວ ຖືກຍົກເລີກແຕ່ມື້ ວັນອັງຄາຣທີ່ 16 ມີນາ ນີ້ເປັນຕົ້ນມາ ຍ້ອນບັນຫາໝອກຄວັນ ຈາກກາຣຈູດໄຮ່ ຂອງປະຊາຊົນ ຫລືກາຣຈູດປ່າ ເພື່ອ ໂຄງກາຣພັທນາ ຕ່າງໆ ທີ່ກຸ້ມໄປທົ່ວ ທ້ອງຟ້າ ເຮັດໃຫ້ ນັກຂັບເຮືອບິນ ຂອງສາຍກາຣບິນລາວ ບໍ່ສາມາດເບິ່ງ ເຫັນໄດ້ ໃນໄລຍະໄກ ໂດຽສະເພາະ ໃນຕອນເຊົ້າ ທີ່ເກີດມີໝອກ ຕຶບໜານັ້ນ. ພ້ອມດຽວກັນນີ້ ເຈົ້າໜ້າທີ່ດັ່ງກ່າວ ກໍວ່າບາງຄັ້ງ ຜູ້ຂັບເຮືອບິນ ເບິ່ງເຫັນໄດ້ແຕ່ ໃນຣະຫວ່າງ 100 ແມ໊ຕເທົ່ານັ້ນ ໃນຕອນເຊົ້າ ແລະ ປະມານ 1,500 ແມ໊ຕ ໃນຕອນ ບ່າຍ ທຽບໃສ່ຄວາມແຈ້ງ ທັມມະດາ ຂອງແຕ່ລະມື້ ທີ່ສາມາດ ເຫັນແຈ້ງໃນໄລຍະໄກ ເຖິງ 4,000 ກວ່າແມ໊ຕ.
ຢ່າງໃດກໍຕາມ ເຈົ້າໜ້າທີ່ຂອງ ສາຍກາຣບິນລາວ ທ່ານນີ້ ໄດ້ກ່າວເພີ່ມວ່າ ຫລັງຈາກໄດ້ຢຸດ ເຊົາຖ້ຽວບິນແຕ່ ມື້ວັນອັງຄາຣ ຜ່ານມາແລ້ວນັ້ນ ທາງກາຣກ່ຽວຂ້ອງ ໄດ້ເປີດໃຫ້ມີ ກາຣບໍຣິກາຣ ບິນຈາກນະຄອນຫລວງ ວຽງຈັນ ໄປຍັງເມືອງອຸດົມໄຊ ຄືນໃໝ່ ໃນມື້ວັນພຣະຫັດ ທີ່ 18 ມີນາ ນີ້ ຍ້ອນມີຝົນຕົກ ທີ່ເປັນກາຣຊ່ວຍ ສະສາງ ໝອກຄວັນລົງແດ່. ແຕ່ສະເພາະຖ້ຽວບິນ ໄປຍັງ ຫລວງນ້ຳທາ ແລະບໍ່ແກ້ວ ນັ້ນຍັງບໍ່ທັນ ຮູ້ເທື່ອວ່າຈະເຣີ່ມ ເປີດໃຫ້ບໍຣິກາຣ ຄືນໃໝ່ໃນມື້ໃດ ກັນແທ້, ແຕ່ກໍຫວັງວ່າ ຖ້າມີຝົນຕົກ ຕື່ມອີກ ກໍຄົງຈະສາມາດ ເປີດຖ້ຽວບິນ ເພື່ອບໍຣິກາຣ ນັກທ່ອງທ່ຽວ ໃນຍັງເຂຕແຂວງ ດັ່ງກ່າວນີ້ໄດ້ຕື່ມອີກ ໃນຂັ້ນຕໍ່ໄປ ໃນໄວໆນີ້.