ສປປລາວເກັບເງີນຈາກ ປະຊາຊົນ ວ່າເອົາໄປຊຸກຍູ້ ການເວນຍາມ

ໃນປີ2009ນີ້ ຢູ່ທົ່ວປະເທດ ສປປລາວ ມີການຈັດຕັ້ງເວນຍາມ ຢ່າງເຂັ້ມງວດໂດຍສະເພາະ ຢູ່ນະຄອນຫລວງວຽງຈັນ ແມ່ນໄດ້ມີການ ຈັດຕັ້ງປະຕິບັດ ກັນເປັນພິເສດ ຍ້ອນວ່າຈະມີ ງານໃຫຍ່ສຳຄັນ ເກີດຂຶ້ນຄື: ວັນຊາດ ສປປລາວ 2ທັນວາ ງານມະຫາກັມ ກິລາຊີເກມສ໌ ແລະການສເລີມສລອງ ນະຄອນຫລວງວຽງຈັນ ຄົບຮອບ 450ປີ.

ໃນການຈັດເວນຍາມນັ້ນ ແຕ່ລະບ້ານ ໄດ້ວາງຣະບຽບການ ກ່ຽວກັບການເກັບເງິນ ຈາກປະຊາຊົນ ເພື່ອຊຸກຍູ້ພະນັກງານ ກອງຫລອນ ແລະ ຜູ້ເຂົ້າຮ່ວມເວນຍາມ ໂດຍວາງກຳນົດ ການເກັບເງິນເອົາໄວ້ວ່າ ການເກັບຕາມປົກກະຕິ ຢ່າງເປັນປະຈຳ ຊຶ່ງໄດ້ເລີ່ມເກັບມາແຕ່ ເດືອນກັນຍາ ຄືແຕ່ລະເດືອນ ຄອບຄົວນຶ່ງຕ້ອງໄດ້ຈ່າຍ 3,000ກີບ ແລະແຕ່ລະຄືນ ມີການຈັດໃຫ້ ປະຊາຊົນຊາວບ້ານ ເວນຍາມ ຖ້າຫາກຄອບຄົວໃດຖືກຍາມ ແຕ່ບໍ່ສາມາດມາຍາມໄດ້ ຄອບຄົວນັ້ນ ຕ້ອງເສັຍເງິນ ອັນທີ່ເອີ້ນກັນວ່າ ເສັຍຄ່າຊຸກຍູ້ ຈຳນວນ 5,000ກີບ ຕໍ່1ຄັ້ງ.

ຂ່າວທ້ອງຖິ່ນລາຍງານວ່າ ການເສັຍເງິນ ປະກອບສ່ວນຄື ດັ່ງກ່າວ ປະຊາຊົນ ກໍເຫັນດີເຫັນພ້ອມ ແຕ່ສະພາກາເຟ ຢູ່ຕາມແຫ່ງຕ່າງໆ ໄດ້ພາກັນ ວິພາກວິຈານ ກ່ຽວກັບການທີ່ ທາງການລາວ ເກັບເງິນຊຸກຍູ້ ນຳປະຊາຊົນ ຄືແນວນັ້ນ ຍ້ອນບໍ່ຮູ້ວ່າ ເອົາເງິນຈຳນວນນັ້ນ ໄປຊຸກຍູ້ໃຜແທ້ ເພາະຜູ້ມາເວນຍາມ ບໍ່ໄດ້ຮັບ ເຊັ່ນ: ກອງຫລອນ ແລະປະຊາຊົນ ຜູ້ໄດ້ຍາມຕົວຈິງ ບໍ່ໄດ້ຮັບ ມີແຕ່ຄນະບ້ານ ແລະຄນະເຂດ ທີ່ຊີ້ນຳການເຄື່ອນໄຫວ ວຽກງານໄດ້ຮັບ ເງິນຈຳນວນນີ້ ອັນນີ້ຫລະເພີ່ນວ່າ ຢູ່ ສປປລາວ ເວົ້າລວມແລ້ວ ທາງການລາວເຮັດຫຍັງ ກໍມີຜົນປະໂຫຍດ ແອບແຝງ ສົມເພີ່ນວ່າ ເງິນດີງານຈຶ່ງເດີນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org