ລາວຕຣຽມກໍ່ສ້າງ ຫໍຫລັກເມືອງ

ທາງກາຣລາວ ຕຣຽມກໍ່ສ້າງຫໍຫລັກເມືອງ ຂອງນະຄອນຫລວງວຽງຈັນ ໃນເດືອນ ກຸມພາ 2010 ນີ້.

ທາງກາຣ ສປປລາວ ກຳລັງຕຣຽມກາຣ ກໍ່ສ້າງຫໍຫລັກເມືອງ ນະຄອນຫລວງວຽງຈັນ ໃນເດືອນ ກຸມພາ ນີ້ ເພື່ອເປັນກາຣສເລີມສລອງ ຄົນຮອບ 450 ປີ ຂອງກາຣສ້າງຕັ້ງເມືອງເອກ ແຫ່ງໃໝ່ຂອງອະດີດ ຣາຊອານາຈັກລາວ ດັ່ງທ່ານວຽງແກ້ວ ສຸຂສວັສດ໌ ຮອງຫົວໜ້າ ກົມມໍຣະດົກ ກະຊວງແຖລງຂ່າວ ແລະວັທນາທັມກ່າວວ່າ:

“ຍ້ອນກາຣຄົ້ນພົບດັ່ງ ກ່າວນັ້ນ ຈຶ່ງໄດ້ມີກາຣຕົກລົງ ໃຫ້ມີກາຣສ້າງຫໍຫລັກເມືອງ ຣະລຶກເຖິງສະຖານທີ່ ອັນສັກສິທ ຕັ້ງແຕ່ໂບຮານກາລ ນັ້ນຂຶ້ນໃໝ່ໃນຍຸຄ ຂອງພວກເຮົາ ແລະຫິນທີ່ຄົ້ນພົບ ທັ້ງໝົດນັ້ນ ຈະນຳມາວາງແສດງ ພາຍຫລັງທີ່ໄດ້ ມີກາຣກໍ່ສ້າງ ເສຣັຈສົມບຸນແລ້ວ”.

ທ່ານວຽງແກ້ວ ໄດ້ກ່າວເພີ່ມວ່າ ຫໍຫລັກເມືອງ ດັ່ງກ່າວຈະຖືກສ້າງຂຶ້ນ ຢູ່ບໍຣິເວນບ້ານເພັຽວັດ ເມືອງສີສັຕນາຄ ນະຄອນຫລວງວຽງຈັນ ໂດຽມີກຳໜົດຈັດ ພິທີວາງສີລາລຶກ ໃນມື້ວັນທີ່ 24 ກຸມພາ 2010 ແລະໃຫ້ສາມາດສ້າງ ໃຫ້ແລ້ວສຳເຣັຈ ພາຍໃນທ້າຍປີ ເພື່ອໃຫ້ທັນກັບ ກາຣສເລີມສລອງ ຄົບຮອບ 450 ປີ ຂອງ ນະຄອນຫລວງວຽງຈັນ.

ພ້ອມດຽວກັນ ທ່ານກໍວ່າ ກາຣພົບເຫັນຮ່ອງຮອຍ ປວັຕສາຕເປັນເສົາຫລັກເມືອງ ເທື່ອທຳອິດ 193 ເສົາໃນປີ 2007 ແລະພົບເຫັນຕື່ມອີກ 97 ຫລັກໃນປີ 2009 ດັ່ງທີ່ ທ່ານວຽງແກ້ວ ໄດ້ກ່າວວ່າ:

“ຫິນສ່ວນຫລວງຫລາຍ ບາງອັນກໍເປັນຮູບຊົງ ຄ້າຍຄືໃບເສມາ ບາງອັນກໍເປັນຮູບຊົງມົນ ບາງອັນກໍເປັນ ຮູບຊົງສ້ວຍ ແລ້ວຍັງມີກາຣພອກ ດ້ວຍຄຳປິວ ຊຶ່ງມັນໄດ້ຢັ້ງຢືນ ເຖິງຄວາມຈົງໃຈສ້າງ ໃຫ້ເກີດຄວາມສັກສິທ ເພື່ອຄວາມສັກກາຣະບູຊາ”.

ເຈົ້າໜ້າທີ່ລາວທ່ານນີ້ ໄດ້ກ່າວເນັ້ນວ່າ ຮູບຊົງຂອງເສົາຫລັກເມືອງ ທີ່ຈະກໍ່ສ້າງໃໝ່ນັ້ນ ຈະເປັນຜາສາທ ມີປະຕູ 4 ທິສ ພ້ອມດ້ວຍຄວາມກວ້າງ 25x25 ແມ໊ຕ ແລະສູງປະມານ 30 ແມ໊ຕ ໂດຽຈະຕ້ອງໃຊ້ເງິນທຶນ ກາຣກໍ່ສ້າງທັງໝົດ ບໍ່ຕໍ່າກວ່າ 9 ຕື້ກີບ ແຕ່ທາງກາຣລາວ ຈະອະນຸມັຕ ໃຫ້ແຕ່ປະມານ 4 ຕື້ກີບ ເທົ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org