ລົດຮັບຈ້າງ ໂກງຣາຄາ ນັກທ່ອງທ່ຽວ

ນັກທ່ອງທ່ຽວໃນ ສ.ປ.ປ.ລາວ ຖືກກຸ່ມຄົນ ຂັບລົດ ໂກງເງິນ ຄ່າໂດຍສານ ດ້ວຍການເກັບ ແພງກວ່າຕົວຈິງ ເຖິງສອງເທົ່າ.

ນັກທ່ອງທ່ຽວໄທ ທ່ານນຶ່ງ ເປີດເຜີຍໃຫ້ຜູ້ສື່ຂ່າວ ວິທຍຸເອເຊັຍເສລີ ຮູ້​​ເຖິງ ຄ່າລົດໂດຍສານ ຫລື ລົດຕຸກໆ ສຳລັບນັກທ່ອງທ່ຽວ ທີ່ໄປທ່ອງທ່ຽວ ນະຄອນຫລວງວຽງຈັນ ...ລາວ ວ່າ ແພງກວ່າລາຄາ ທຳມະດາຫລາຍ:

ຄ່າລົດໂດຍສານ ທີ່ວຽງຈັນ ທີ່ເຄີຍໄປທ່ຽວ ໄປຖາມ ລາຄາ ເຂົາບອກ ລາຄາ ທີ່ແພງຫລາຍກວ່າ ທຳມະດາ ເພາະວ່າ ພໍຖາມ ຄົນທ້ອງຖິ່ນ ເຊັ່ນພວກແມ່ຄ້າ ທີ່ບໍ່ແມ່ນ ເຈົ້າຂອງລົດ ເຂົາບອກວ່າ ລາຄານັ້ນ ແພງຂື້ນເຖິງ 2 ເທົ່າ.

ນອກຈາກ ການຂື້ນ ຄ່າໂດຍສານ ສູງກວ່າແລ້ວ ທ່ານ ຍັງວ່າ ມີກຸ່ມພໍ່ຄ້າ ຫົວໃສ ໄດ້ເຂົ້າມາ ເຮັດແບບສະໜິດສະໜົມ ແລະຫລອກຂາຍຂອງ ດ້ວຍລາຄາ ທີ່ແພງກວ່າ ລາຄາຢູ່ທ້ອງຕະຫລາດ ທົ່ວໄປຫລາຍເທົ່າ.

ດັ່ງນັ້ນ ທ່ານ ຈຶ່ງເຕືອນ ຜູ້ທີ່ຈະໄປທ່ອງທ່ຽວ ວ່າ ມີຄວາມຈຳເປັນ ຢ່າງຍິ່ງ ທີ່ຄວນສຶກສາ ໃຫ້ຮູ້ຄ່າໂດຍສານ ແລະ ລາຄາສິນຄ້າ ໃນລາວ ແບບພາງໆເອົາໄວ້ກ່ອນທີ່ຈະໄປທ່ຽວ. ພ້ອມກັນນັ້ນ ທ່ານ ສົມພົງ ຈັນພານິດ ນັກທຸລະກິດໄທ ຢູ່ນະຄອນຫລວງວຽງຈັນ ກໍໄດ້ກ່າວເຖິງ ປະສົບປະການ ຂອງນັກທ່ອງທ່ຽວໄທ ທີ່ໄດ້ ປະເຊີນມາວ່າ:

ທ່ານວ່າ ມັນຕ້ອ ມາຢູ່ດົນໆ ແບບນີ້ ແລ້ວຈະຮູ້  ເວລາເຂົາຮູ້ເຮົາແລ້ວ ເຂົາຈະບໍ່ກ້າໂກງ. ຖ້າແບບ ນັກທ່ອງທ່ຽວໄປ ມັນກໍເປັນ ວັດທະຈັກ ຄືເຮົາໄປທ່ຽວບ່ອນອື່ນ ມັນກໍເປັນໝູ ໃຫ້ພວກເຂົາ

ທ່ານ ວ່າ ການທີ່ ນັກທ່ອງທ່ຽວ ຖືກກຸ່ມພໍ່ຄ້າ ຕາມຕະຫລາດ ຫລື ກຸ່ມຄົນ ຂັບລົດຮັບຈ້າງ ກົ່ງລາຄາ ສິນຄ້າ ຫລືຂື້ນຄ່າ ໂດຍສານ ທີ່ແພງກວ່າລາຄາປົກກະຕິ ຫລາຍ​​ເປັນເທົ່າຕົວນັ້ນ ກໍເປັນເລື່ອງທຳມະດາ ເພາະວ່າ ກຸ່ມພໍ່ຄ້າ ແລະ ກຸ່ມຄົນ ຂັບລົດຮັບຈ້າງ ແມ່ນນິຍົມ ຫາລາຍໄດ້ ເພີ້ມເຕີມ ຈາກການຂື້ນລາຄາ ສຳລັບ ນັກທ່ອງທ່ຽວ ມາໂດຍຕະຫລອດ ຢູ່ແລ້ວ.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org