ນາງສັງຂານ 2552 ທີ່ ຫລວງພຣະບາງ

ຫລວງພຣະບາງ ສຳເຣັດ ການປະກວດ ນາງສັງຂານ ເພື່ອແຫ່ ໃນງານສລອງ ເທສການປີໃຫມ່ ປີນີ້.

ພິທີປະກວດນາງສັງຂານ ພ.ສ 2552 ທີ່ຫລວງພຣະບາງ Photo: RFA

ການປະກວດ ນາງສັງຂານ ທີ່ຫລວງພຣະບາງ ໄດ້ຈັດຂື້ນ ໃນຄ່ຳຄືນ ວັນທີ 12 ແລະ13 ປະສົບຜົລ ສຳເຣັດ ທຸກປະການ ໂດຍໄດ້ຄັດເລືອກ ເອົາ 7 ນາງສາວເພື່ອ ກຽມແຫ່ ນາງສັງຂານ ໃນມື້ວັນທີ 15 ແລະ 16 ນີ້.

ໃນປີນີ້ມີ ນາງສາວຈາກ ນະຄອນຫລວງພຣະບາງ ເຂົ້າຮ່ວມການ ປະກວດ 37 ຄົນ ສ່ວນຫລາຍ ແມ່ນນັກສືກສາ ຈາກ ມະຫາວິທຍາລັຍ ສຸພານຸວົງ ແລະຈາກ ສະຖາບັນຕ່າງໆ ໃນເຂດນະຄອນ ຫລວງພຣະບາງ.

ການຄັດເລືອກ ໃນຄືນວັນທີ 13 ຄນະກັມມະການ ໄດ້ຄັດເອົາ 7 ນາງສາວ ແລະໃນເວລາ ຕໍ່ມາກໍ່ຄັດ ເອົາພຽງແຕ່ 3 ນາງສາວ ເພື່ອເຂົ້າຮອບ ສຸດທ້າຍ ອັນໄດ້ແກ່ ນາງສາວ ທິບສວັນ ນາງສາວ ອາລຸນີ ແລະນາງສາວ ເອື້ອງຟ້າ, ຜູ້ທີ່ຖືກ ຄັດເລືອກໃຫ້ເປັນ ນາງສັງຂານ ປີນີ້ໄດ້ແກ່ ນາງສາວ ອາລຸນີ ຮອງນາງ ສັງຂານ ຄືນາງ ທິບສວັນ ດາວົງ ແລະອັນດັບ ສາມໄດ້ແກ່ ນາງສາວ ເອື້ອງຟ້າ ທຸມມະລີ.

ສ່ວນລາງວັນ ໃນປີນີ້ ອັນດັບນ່ືງ ໄດ້ເງີນ 2 ລ້ານກີບ, ຣົຖຈັກໃຫມ່ ນື່ງຄັນແລະ ລາງວັນທີສອງ ນັ້ນໄດ້ຂັນເງີນ ແລະຂອງຂັວນ ຕ່າງໆຈາກ ຜູ້ອຸປຖັມ ການແຫ່ນາງ ສັງຂານໃນ ເທສການປີໃຫມ່ ທີ່ນະຄອນ ຫລວງຣະບາງ ປີນີ້ຈະມີ ຂື້ນໃນວັນທີ 15-16 ເມສາ.

ບຸນປີໃຫມ່ທີ່ ຫລວງພຣະບາງ ໃນແຕ່ລະປີ ມີການສລອງ ກັນຢ່າງຄືກຄື້ນ ຈະມີແຂກຈາກ ທາງໃນແລະ ຕ່າງປະເທດ ມາຮ່ວມກັນສລອງ ຢ່າງຫນາແຫນ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org