ເທສກາລປີໃໝ່ ທີ່ແຂວງຫຼວງພຣະບາງ

ກາຣທ່ອງທ່ຽວ ເມືອງຫລວງພຣະບາງ ໃນຍາມ ເທສກາລ ບຸນປີໃໝ່ຫຼຸດລົງ ກວ່າເກົ່າ ຍ້ອນບັນຫາ ຄວາມບໍ່ສງົບ ທາງກາຣເມືອງ ໃນໄທຽ ແລະ ຣະດັບນໍ້າຂອງ ຫຼຸດຕໍ່າ.

ການທ່ອງທ່ຽວ ແຂວງຫຼວງພຣະບາງ ໃນຍາມເທສກາລ ບຸນປີໃໝ່ລາວ ພ.ສ. 2553 ນີ້ ບໍ່ປາກົດ ມີນັກທ່ອງທ່ຽວ ຫລາຍເທົ່າທີ່ຄວນ ເໝືອນດັ່ງປີທີ່ ຜ່ານມາ ຖືໄດ້ວ່າເປັນ ຜົລສະທ້ອນ ຈາກຄວາມ ວຸ້ນວາຍ ທາງກາຣເມືອງ ໃນປະເທສໄທ ຊຶ່ງໃນເມື່ອກ່ອນ ມັກຈະມີຊາວໄທ ພາກັນນິຍົມ ໄປທ່ຽວຊົມ ເມືອງມໍຣະດົກໂລກ ຫລວງພຣະບາງ ເປັນປະຈຳ.

ໃນຂະນະດຽວກັນ ບັນຫາຣະດັບນ້ຳຂອງ ຫຼຸດຕໍ່າ ເຮັດໃຫ້ເຮືອທ່ອງທ່ຽວ ບໍ່ສາມາດໃຫ້ບໍຣິການ ແກ່ນັກທ່ອງທ່ຽວ ຮວມໄປເຖິງໂຮງແຮມ ແລະ ເຮືອນພັກຕ່າງໆ ປະສົບກັບບັນຫາ ກາຣມີນ້ຳບໍ່ ພຽງພໍ ດັ່ງທ່ານຄຳຜູຍ ພົມມະວົງ ຫົວໜ້າຫ້ອງການ ທ່ອງທ່ຽວປະຈຳ ແຂວງຫລວງພຣະບາງ ໄດ້ກ່າວວ່າ:

“ບໍ່ຫລາຍ ເພາະວ່າພວກເຂົາເຈົ້າ ຄິດກັນແລ້ວ ບໍ່ມີໃຜມາ ແຕ່ລະປີມີ ມາຫລາຍ ປີນີ້ບໍ່ຫລາຍ ທັມມະດາ ແຂກມາຈາກ ປະເທສໄທນີ້ ອັນດັບໜຶ່ງ ປີນີ້ບໍ່ຫລາຍ ຖືວ່າປີນີ້ມີ ບັນຫາ ຍ້ອນຢູ່ກຸງເທພ ມີບັນຫາ”.

ພ້ອມດຽວກັນນີ້ ທ່ານກໍວ່າບັນຫາ ປະຣິມານ ນ້ຳຂອງບົກລົງ ກໍໄດ້ສົ່ງ ຜົລກະທົບໂດຍກົງ ໃຫ້ແກ່ທຸຣະກິຈ ການທ່ອງທ່ຽວ ເພາະເຮືອຈາກ ແຂວງບໍ່ແກ້ວ ແລະເມືອງຊຽງຂອງ ບໍ່ສາມາດ ລົງມາເຖິງ ເມືອງຫລວງພຣະບາງ. ນອກຈາກນັ້ນ ກໍວ່າຍັງມີ ບັນຫາທີ່ທາງ ໂຮງແຮມ ແລະ ເຮືອນພັກເຊົາຕ່າງໆ ບໍ່ມີນ້ຳພຽງພໍ ກັບຄວາມຕ້ອງການ:

“ນ້ຳນີ້ບໍ່ຢາກ ພຽງພໍ ກໍໄດ້ສ້າງອ່າງ ເກັບນ້ຳໄວ້ ຂະເຈົ້າຈະຕ້ອງ ໄດ້ຊື້ນ້ຳເພີ້ມ ຈາກບໍຣິສັດ ທີ່ຂະເຈົ້າເຮັດ ຂົວທາງ ເຂົາມີຣົຖຂົນນ້ຳ ແລະກໍມີບາງ ບ້ານພັກ ກໍຊອກນ້ຳບາດານ ສູບນ້ຳບາດານຂຶ້ນມາ”.

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ກ່າວ ຢ້ຳວ່າ ເຖິງຈະມີບັນຫາ ການຂາດແຄນນ້ຳ ກໍຕາມ ແຕ່ກໍເປັນທີ່ ຄາດກັນວ່າ ຄົງຈະບໍ່ສ້າງ ຜົລກະທົບກະເທືອນ ຕໍ່ການຫລິ້ນນ້ຳ ຫົດສົງກັນ ຕລອດຣະຍະ ເທສການ ບຸນປີໃໝ່ລາວ ປີນີ້ແຕ່ຢ່າງໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org