ກົດໝາຍລາວໃນເຂຕ ເສຖກິຈພິເສດບໍ່ເຕັນ
ເຂຕເສຖກິຈ ພິເສດ ທີ່ບໍ່ເຕັນ ແຂວງຫລວງນໍ້າທາ ອາຈມີກາຣ ບັງຄັບໃຊ້ ກົດໝາຍ ແທນດໍາຣັສ.
-
ຫວາດ ສີມູນ
2010-04-21 -
-
-
Your browser doesn’t support HTML5 audio
ເຂຕເສຖກິຈພິເສດ ບໍ່ເຕັນ ແຂວງຫລວງນ້ຳທາ ອາຈຈະມີກາຣ ປ່ຽນຈາກ ກາຣນຳໃຊ້ດຳຣັສ ນາຍົກຣັຖມົນຕຣີ ມາເປັນກາຣໃຊ້ ກົດໝາຍຄວບຄຸມ ກໍເປັນໄດ້ ເພື່ອ ຄວາມໝັ້ນຄົງ ແລະຖາວອນ ດັ່ງເຈົ້າໜ້າທີ່ ຣະດັບສູງ ໃນກັມມາທິ ກາຣຮ່າງກົດໝາຍ ສະພາແຫ່ງຊາຕ ທ່ານ ໜຶ່ງວ່າ:
“ກໍຍັງດົນ ຍັງດົນກວ່າຈະ ກາຍເປັນກົດໝາຍ ແຕ່ກໍຍັງພຸ້ນ ແຫລະ ປະຕິບັຕໄປກ່ອນ ຈັກຣະຍະໜຶ່ງ ແລ້ວຄ່ອຍຈຶ່ງຄ່ອຍ ຍົກເປັນກົດໝາຍ”.
ເຂຕເສຖກິຈພິເສດ ໃນເມືອງບໍ່ເຕັນ ແຂວງຫລວງນ້ຳທາ ດັ່ງກ່າວ ຫາກໍມີກາຣ ປະກາສນຳໃຊ້ ດຳຣັສ ນາຍົກຣັຖມົນຕຣີ ກ່ຽວກັບຣະບຽບ ກາຣບໍຣິຫາຣ ແລະກາຣ ປະຕິບັຕ ໜ້າທີ່ພາຍໃນ ເມື່ອຕົ້ນເດືອນ ມີນາ ຜ່ານມາ ເພື່ອຄວາມເປັນ ຣະບຽບຮຽບຮ້ອຍ.
ພ້ອມດຽວກັນນີ້ ທ່ານກໍວ່າ ດຳຣັສດັ່ງກ່າວ ຍັງຈະສາມາດ ນຳມາປັບປ່ຽນ ເປັນກົດໝາຍໃຫ້ ສາມາດຄຸ້ມຄອງ ເຂຕເສຖກິຈພິເສດ ໄດ້ຊຶ່ງ ທາງກັມມາທິກາຣ ຮ່າງກົດ ໝາຍ ກໍມີແນວຄິດ ທີ່ຈະໃຫ້ມີ ກາຣປ່ຽນຈາກ ດຳຣັສ ນາຍົກຣັຖມົນຕຣີ ໃຫ້ເປັນກົດໝາຍ ໃນອະນາຄົຕ ຢູ່ແລ້ວ ເພື່ອໃຫ້ສອດຄ່ອງ ກັບນະໂຍບາຍ ກາຣໃຫ້ ສັມປະທານ ແກ່ນັກທຸຣະກິຈ ຊາວຈີນ ທີ່ເຂົ້າມາລົງທຶນ ໃນເຂຕ ເສຖກິຈພິເສດ ດັ່ງກ່າວນີ້.