ລາວ ກຽມຂໍ້ມູນ ທົ່ງໄຫຫີນ ເພື່ອເຂົ້າເປັນ ມໍຣະດົກໂລກ
ທາງການລາວ ເລັ່ງລັດ ສໍາຣວດ ແລະ ຊອກຫາ ໄຫຫີນ ໃນທົ່ງໄຫຫີນ ແຂວງຊຽງຂວາງ ເພື່ອກະຕຽມເອົາ ທົ່ງໄຫຫີນ ເຂົ້າເປັນ ມໍຣະດົກໂລກ ໃນປີ 2010 ພາຍໃຕ້ ໂຄງການຕໍ່ສູ້ ຄວາມທຸກຍາກ.
-
ສົມເນ ຣາຍງານ
2008-09-11 -
-
-
ເຈົ້າໜ້າທີ່ ກ່ຽວຂ້ອງ ກັບການກະຕຽມ ເຣື້ອງນີ້ ກ່າວວ່າ ເວລານີ້ ເຈົ້າໜ້າທີ່ ອົງການ ຢູແນສະໂກ ແລະ ເຈົ້າໜ້າທີ່ ອົງການ ທ່ອງທ່ຽວ ແຫ່ງຊາດ ໄດ້ຕຽມເອົາ ເຈົ້າໜ້າທີ່ ວິຊາການ ລົງສໍາຣວດ ໂດຍສະເພາະ ການເກັບກູ້ ຣະເບີດ, ແລະ ການໃຫ້ຄວາມຮູ້ ແກ່ປະຊາຊົນ ກ່ຽວກັບ ການຫວງແຫນ ໄຫຫີນ ທີ່ເປັນຊັບສົມບັດ ຂອງຊາດ:
“ປັດຈຸບັນນີ້ ພວກເຮົາ ເອົາໂຄງການ ຕໍ່ສູ້ ຄວາມທຸກຍາກ ທີ່ທົ່ງໄຫຫີນ ມາປະຈໍາຢູ່ນີ້, ຊຶ່ງແມ່ນທຶນ ຂອງ ນິວຊີແລນ ໃຫ້ການຊ່ອຍເຫລືອລ້າ ໂຄງການດັ່ງກ່າວ ກໍາລັງດໍາເນີນ ໄປທຸກມື້ນີ້ ຫັ້ນແຫລະ.”
ກ່ຽວກັບ ຄວາມຄືບໜ້າ ໃນການຊອກຫາ ໄຫຫີນນັ້ນ, ເຈົ້າໜ້າທີ່ ລາວ ເວົ້າວ່າ ຍັງຕ້ອງເອົາໃຈໃສ່ ຊອກຫາໄຫຫີນ ໃນເຂດບ້ານຜາແກ້ວ ແລະ ໄຫຫີນ ໃນເມືອງແຮດ, ຊຶ່ງເປັນບໍຣິເວນ ທີ່ໄດ້ສໍາຣວດ ໃນເບື້ອງຕົ້ນແລ້ວ ແຕ່ຍັງມີ ການຂຸດຄົ້ນ ຫາອີກ ຈໍານວນຫລາຍກ່ວາ 2,000 ໜ່ວຍ.
“ກໍາລັງ ສໍາຣວດ ກໍານົດ tracking ແລະ ກໍປູກຈິດສໍານຶກ ໃຫ້ບັນດາ ບ້ານເມືອງ ທີ່ເປົ້າໝາຍ ໃນທົ່ງໄຫຫີນ ເພາະວາ ດຽວນີ້ ກ່ຽວກັບ ການສໍາຣວດ ທົ່ງໄຫຫີນ ມັນມີຫລາຍຈຸດ ມັນບໍ່ພຽງແຕ່ 2-3 ຈຸດ ປັດຈຸບັນ ມັນເກືອບ 100 ຈຸດເນີ້.”
ຕັ້ງແຕ່ ແຂວງຊຽງຂວາງ ໄດ້ບູຣະນະ ທົ່ງໄຫຫີນ ເພື່ອເປັນເຂດ ທ່ອງທ່ຽວ ທາງດ້ານ ວັທນະທັມນີ້ດ ຫ້ອງການທ່ອງທ່ຽວ ໄດ້ເປີດໃຫ້ ປະຊາຊົນ ເຂົ້າໄປທ່ຽວຊົມ ໄຫຫີນ ໃນສາມຈຸດແລ້ວ ຄື ຈຸດທີ 1 ແມ່ນບ້ານອ່າງ ຫ່າງຈາກ ເມືອງໂພນສວັນ ໄປ 8 ກິໂລແມັດ. ຈຸດທີ 2 ແມ່ນເຂດ ບ້ານນາໂຄ ຊຶ່ງມີ ໄຫຫີນ 93 ໄຫ. ຈຸດທີ 3 ແມ່ນບ້ານຊຽງດີ ຫ່ງຈາກ ເມືອງໂພນສວັນ ໄປທາງທິດໃຕ້ ປະມານ 32 ກິໂລແມັດ ມີໄຫຫີນ ທັງໝົດ 292 ໄຫ.