ສປປລາວ ຕັ້ງເປົ້າໝາຍ ໃຫ້ມີນັກ ທັສນະຈອນ ເພີ່ມຂື້ນ

ທາງກາຣລາວ ມີເປົ້າໝາຍ ໃຫ້ໄດ້ນັກ ທ່ອງທ່ຽວຕ່າງ ປະເທສເຖີງ 1.8 ລ້ານຄົນໃນປີນີ້

ທາງກາຣ ສປປລາວ ໄດ້ຕັ້ງເປົ້າໝາຍທີ່ຈະ ໃຫ້ມີນັກທັສນະຈອນ ຊາວຕ່າງປະເທສເຂົ້າ ມາທ່ຽວຊົມເມືອງລາວ ໃຫ້ມີຫລາຍເພີ່ມຂື້ນເຖີງ 1.8 ລ້ານໃນປີ 2009 ນີ້ເພື່ອຄວາມຫວັງ ຈະມີຣາຍຮັບບໍ່ຕໍ່າກວ່າ 270 ລ້ານດອລລາຣ໌ສະຫະຣັຖ ແລະກ່ອນທີ່ຈະ ໃຫ້ສາມາດບັນລຸເຖີງ ເປົ້າໝາຍດັ່ງກ່າວ ທາງກາຣລາວກໍວ່າຈະຕ້ອງ ໄດ້ມີກາຣປະສານງານ ຢ່າງໃກ້ຊິດກັບພາຄ ສ່ວນເອກຊົນໂດຽສະເພາະ ໃນດ້ານກາຣສົ່ງເສີມ ດ້ານໂຄສະນາແລະປັບປຸງ ຕາມແຫລ່ງທ່ອງທ່ຽວຕ່າງໆ.

ກ່ຽວກັບເຣື່ອງນີ້ເຈົ້າໜ້າທີ່ ຈາກອົງກາຣຈັດຕັ້ງສາກົລ ຜູ້ໜື່ງກໍວ່າອາຈຈະ ເປັນໄປໄດ້ຍາກ:

“ປີກາຍແມ່ນ 1.6 ລ້ານຄົນເນາະ ປີນີ້ເຮົາຄາດວ່າຈະໄດ້ 1.8 ລ້ານແຕ່ກໍຍັງ ບໍ່ເປັນທາງກາຣ…ແຕ່ວ່ານັກທ່ອງທ່ຽວ ຈະບໍ່ໄດ້ມີຫລາຍດັ່ງທີ່ ໄດ້ຕັ້ງເປົ້າໝາຍໄວ້ (ນັ້ນ) ເນາະ!”ຢ່າງໃດກໍຕາມ ທາງກາຣລາວມີຄວາມ ໝັ້ນໃຈທີ່ວ່າຈະມີ  ນັກທ່ອງທ່ຽວຊາວ ຕ່າງປະເທສ ເຂົ້າມາທ່ຽວຊົມຕາມ ເຂຕແຂວງຕ່າງໆ ໃນຈໍານວນຫລາຍ ກວ່າເກົ່າໃນປີ 2009 ນີ້ໂດຽສະເພາະ ທີ່ໄດ້ມີການປັບປຸງ ແຫລ່ງທ່ອງທ່ຽວ ຫລາຍແຫ່ງ ແລະອີກຢ່າງໜື່ງ ກໍມີຄວາມສະດວກ ສະບາຍຫລາຍກວ່າເກົ່າ ຫລັງຈາກເສັ້ນທາງ ຫລວງເລຂ 3 ແລະຂົວຂ້າມແມ່ ນ້ຳຂອງແຫ່ງທີ່ 2 ກໍຖືກສ້າງສຳເຣັຈ ເປັນທີ່ຮຽບຮ້ອຍ ໄປແລ້ວນັ້ນ.

ສະເພາະໃນເຂຕ ກຳແພງນະຄອນ ຫລວງວຽງຈັນນັ້ນ ທາງກາຣກ່ຽວຂ້ອງ ຂອງລາວກໍວ່າ ຈະໃຫ້ສາມາດ ດຶງດູດເອົາ ນັກທ່ອງທ່ຽວ ເຂົ້າວຽງຈັນ ຫລາຍເພີ່ມຂື້ນ ເຊັ່ນກັນຈາກ 800,000 ຄົນໃນປີຜ່ານ ມາໃຫ້ໄດ້ເຖີງ 900,000 ຄົນໃນປີ 2009 ນີ້ຢ່າງແນ່ນອນ!!!


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org