ຜູ້ຕິດເຊື້ອ HIV ມີເພີ້ມທີ່ແຂວງຫລວງນໍ້າທາ

ກາຊີໂນຈີນ ທີ່ແຂວງຫລວງນໍ້າທາ ອາຈຈະເຮັດໃຫ້ ເຊື້ອ HIV ແຜ່ລາມເຂົ້າລາວ ຫລາຍເພີ່ມຂຶ້ນ.

ກາຊີໂນ ແລະເຂດເສຖກິດ ພິເສດ ບໍຣິເວນດ່ານ ຊາຍແດນ ບໍ່ເຕັນ-ບໍ່ຫານ ໃນເຂດແຂວງ ຫລວງນໍ້າທາ ກັບເມືອງບໍ່ຫານ ຂອງຈີນ ເປັນບ່ອນທີ່ມີ ຊາວຈີນ ມັກເຂົ້າມາຫລີ້ນ ການພະນັນ ແລະດໍາເນີນຊີວິດຢູ່ ເປັນຈໍານວນ ຫລວງຫລາຍ  ແລະນັ້ນ ເປັນນຶ່ງໃນສາເຫດ ເຮັດໃຫ້ການຣະບາດ ຂອງເຊື້ອ HIV ເພີ່ມຂຶ້ນ.  ຕາມຄໍາເວົ້າຂອງ ດຣ. ສຸວັນນີ ສຸຂນິຍົມ ປະຈໍາ ໂຮງໝໍແຂວງ ຫລວງນໍ້າທາ:

"in the province we have special … ທ່ານວ່າການທີ່ ແຂວງຫລວງນໍ້າທາ ມີເຂດເສຖກິດ ພິເສດ ມີກາຊີໂນນໍານັ້ນ ອາຈເຮັດໃຫ້ການ ຕິດເຊື້ອ HIV ເພີ່ມຂຶ້ນ ຊຶ່ງທາງໂຮງໝໍ ຂອງພວກທ່ານ ກໍຢູ່ໃນສະພາບທີ່ ສາມາດແກ້ໄຂ ບັນຫານັ້ນໄດ້ ".

ທ່ານວ່າ ໃນແຂວງ ຫລວງນໍ້າທາ ຜູ້ຕິດເຊື້ອ HIV/AIDS ມີແນວໂນ້ມສູງຂຶ້ນ ຍ້ອນການລັ່ງໄຫລ ເຂົ້າມາຂອງຄວາມ ຈະເຣີນ ຈາກຈີນ ແລະຄົນຈີນ ທີ່ເຂົ້າມາຫລີ້ນ ກາຊີໂນ ແລະ ໃຫ້ຄວາມສໍາຄັນ ເລື່ອງການຫລັບນອນ ຮ່ວມເພດສັມພັນ ໂດຍບໍ່ມັກໃຊ້ ວິທີການປ້ອງກັນ ຕ້ານເຊື້ອ HIV. 

ຢ່າງໃດກໍຕາມ ພາກສ່ວນທີ່ກ່ຽວຂ້ອງ ດ້ານສາທາຣະນະສຸຂ ກໍມີໂຄງການ ໃຫ້ຄວາມຮູ້ ຄວາມເຂົ້າໃຈ ທີ່ຖືກຕ້ອງ ໃນການປ້ອງກັນ ໂຣກດັ່ງກ່າວ ໂດຍເນັ້ນເລື່ອງ ການໃຊ້ຖົງຢາງ ອະນາມັຍ ແລະການຮັກສາ ຄວາມສະອາດ. ແຕ່ກໍຍັງພົບວ່າ ຄົນໄວຫນຸ່ມ ໃນເຂດບ້ານຫ່າງໄກ ຕິດຊາຍແດນຈີນ ນັ້ນ ຕິດເຊື້ອ HIV ຫລາຍຂຶ້ນ.  ຕາມສະຖິຕິ ບໍ່ເປັນທາງການ ໃນກຸ່ມຄົນທີ່ຕິດເຊື້ອ HIV/AIDS ທັງໝົດ ເປັນກັມມະກອນ ເພດຊາຍ 60 ເປີເຊັນ, ຜູ້ຍິງ 38 ເປີເຊັນ ແລະທີ່ເຫລືອ ເປັນເດັກນ້ອຍ ໄດຮັບເຊື້ອຈາກແມ່ ຊຶ່ງຕິດຈາກພໍ່ ທີ່ມັກໄປຫາຍິງ ໂສເພນີ ໃນເຂດຊາຍແດນ ລາວ-ຈີນ. 

ຜູ້ຕິດເຊື້ອ HIV  ໃນແຂວງຫລວງນໍ້າທາ ເພີ່ມຂຶ້ນຈາກ ທີ່ມີ 6 ຄົນໃນປີ 2006 ມາມີຮອດ 28 ຄົນໃນປີ 2009 ຊຶ່ງກໍອາຈຈະ ເພີ່ມຂຶ້ນຕື່ມ ຍ້ອນເຂດເສຖກິດ ພິເສດ ແລະໂຮງກາຊີໂນ ຜູ້ຄົນເຂົ້າອອກ ບໍ່ໄດ້ຂາດນັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org