ບຸນຊ້າງ ທີ່ແຂວງ ໄຊຍະບຸຣີ

ມະຫະກັມ ບຸນຊ້າງ ທີ່ແຂວງ ໄຊຍະບຸຣີ ປີນີ້ ມີນັກທ່ອງທ່ຽວ ເຂົ້າຮ່ວມງານ ກວ່າ 4 ໝື່ນຄົນ.

ງານມະຫະກັມ ບຸນຊ້າງ ທີ່ແຂວງ ໄຊຍະບຸຣິ ປະຈຳປີ 2010 ນີ້ ຈັດຂຶ້ນຢູ່ ເມືອງຫົງສາ ໃນວັນທີ່ 20 – 21 ກຸມພາ ນີ້ ຢ່າງຄຶກຄື້ນ ແລະ ປະສົບ ຜົລສຳເຣັຈ ໂດຽມີ ຜູ້ເຂົ້າຮ່ວມ ບໍ່ຕໍ່າກວ່າ 40,000 ຄົນ ຊຶ່ງທາງກາຣແຂວງ ຖືເປັນກາຣ ອະນຸຮັກ ຊ້າງ ພ້ອມກັບ ເປັນກາຣ ສົ່ງເສີມກາຣ ທ່ອງທ່ຽວ ແບບ ອີໂຄທົວຣິສຊຶມ (Environment-ConservationTourism) ດັ່ງທ່ານ ສັງວຽນ ແສງກັນນາຣີ ຫົວໜ້າ ແຜນກກາຣ ທ່ອງທ່ຽວ ໄດ້ກ່າວວ່າ:

“ກາຣຈັດງານ ມະຫະກັມ ບຸນຊ້າງ ປີນີ້ ຢູ່ບ້ານວຽງແກ້ວ ເມືອງຫົງສາ ຖືວ່າມີ ບັນຍາກາສ ເບີກບານ ມ່ວນຊື່ນດີ ແລະ ກໍມີນັກ ທ່ອງທ່ຽວ ແລ້ວ ກໍແຂກເຂົ້າ ມາຢ້ຽມຢາມ ກໍຖືວ່າ ຫລາຍ ພໍສົມຄວນ ປີນີ້ກໍຖືວ່າ ປະມານ 4 ໝື່ນກວ່າຄົນ ຕົວຈິງກໍອາຈ ຈະຫລາຍກວ່ານັ້ນ”.

ພ້ອມດຽວກັນນີ້ ທ່ານກໍວ່າ ນອກຈາກ ປະຊາຊົນ ຊາວລາວພາຍໃນ ປະເທສ ທີ່ເຂົ້າມາຮ່ວມ ແລ້ວ ກໍຍັງມີນັກ ທ່ອງທ່ຽວ ຈາກປະເທສ ເພື່ອນບ້ານໃກ້ຄຽງ ໂດຽສະເພາະ ປະເທສໄທຽ ແລະ ນັກທ່ອງທ່ຽວ ຊາວຢູໂຣປ ນຳດ້ວຍ.

ສະເພາະ ຈຳນວນຊ້າງ ທີ່ວ່າ ຖືກນຳເຂົ້າມາ ຮ່ວມໃນງານ ຄັ້ງນີ້ນັ້ນ ມີທັງໝົດ 37 ໂຕ ໃນຈຳນວນ ຊ້າງທັງໝົດ 51 ໂຕ ທົ່ວແຂວງ ໄຊຍະບຸຣີ, ແລະ ກິຈກັມຕ່າງໆ ກໍເຊັ່ນດຽວກັບ ທີ່ໄດ້ ປະຕິບັຕ ກັນມາ ໃນທຸກໆປີເຊັ່ນ: ກາຣເດີນຂະບວນຊ້າງ ຈາກບັນດາ ຊົນເຜົ່າ ພິທີບາສີ ຫລື ສູ່ຂວັນຊ້າງ ກາຣອາບນ້ຳຊ້າງ ແລະ ດ້ານບໍຣິກາຣ ໃຫ້ຂີ່ຊ້າງ ນຳດ້ວຍ ຊຶ່ງທັ້ງໝົດ ກໍເພື່ອໃຫ້ ປະຊາຊົນ ຈະໄດ້ເຂົ້າໃຈ ແລະ ຮ່ວມກັນ ອະນຸຮັກ ຊ້າງໃຫ້ ຫລາຍຂຶ້ນ:

“ແຕ່ປັຈຈຸບັນນີ້ ກໍມາເບິ່ງ ສະຖີຕິ ໃນແຕ່ລະປີ ຜ່ານມານີ້ ກໍຖືວ່າຊ້າງ ທີ່ມັນເກິດໃໝ່ ມັນຈະນ້ອຍ ກວ່າຊ້າງ ທີ່ມັນຕາຍ ໄປເນາະ ສາເຫຕ ຈຳນວນໜຶ່ງ ກໍໂຍກຍ້າຍ ຈາກສະຖານທີ່ເດີມ ໄປຢູ່ບ່ອນອື່ນ ສອງມາ ກໍຊ້າງນີ້ ບໍ່ມີໂອກາສ ໄດ້ຜສົມພັນກັນ ຄືແຕ່ກ່ອນ”.

ຢ່າງໃດກໍຕາມ ທ່ານສັງວຽນ ໄດ້ກ່າວເນັ້ນວ່າ ແຜນກາຣ ອະນຸຮັກຊ້າງ ຕໍ່ໄປນີ້ນັ້ນ ກໍຄືກາຣ ສົ່ງເສີມ ໃຫ້ທຸກພາຄສ່ວນ ໄດ້ມີສ່ວນ ຮ່ວມນຳ ໃຫ້ຫລາຍກວ່າເກົ່າ ພ້ອມກັບ ໃຫ້ມີກາຣ ພາຍາມໃຫ້ ນຳເອົາຊ້າງ ເຂົ້າສູ່ກາຣ ທ່ອງທ່ຽວ ຫລາຍຂຶ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org