ການລົງທຶນໃນເຂດ ກາຊີໂນຈີນ
ຊາວຕ່າງປະເທດ ສາມາດ ເຂົ້າມາລົງທຶນ ໃນເຂດ ກາຊີໂນ ຈີນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍບໍ່ຕ້ອງ ຜ່ານທາງການ ແຂວງ ບໍ່ແກ້ວ ຂອງລາວ ພຽງແຕ່ຕິດຕໍ່ ໂດຍກົງກັບ ຄນະບໍຣິຫານ ຈີນ ກຸ່ມດອກງິ້ວຄໍາ.
-
ມະນີຈັນ
2010-08-03 -
-
-
Your browser doesn’t support HTML5 audio
ຕາມຄໍາເວົ້າ ຂອງນັກ ທຸຣະກິຈ ຊາວໄທ ທີ່ບໍ່ປະສົງ ອອກຊື່ ທ່ານນຶ່ງເວົ້າວ່າ:
"ເປັນຜູ້ ປະກອບການ ບໍ່ແມ່ນ ຜູ້ລົງທຶນ ເຊັ່ນ ຜູ້ປະກອບການ ເອົາຣົດ ໄປຖົມ ບັນທຸກດິນ ຣົດຖົມດິນ ເປັນຣົດ craine ຣົດຍົກ ເປັນແບບ ບໍຣິສັດ ສັນຍາຈ້າງ ຫລື ຮັບເໝົາຍ່ອຍ ເຂົ້າໄປເຮັດໄດ້".
ມີນັກລົງທຶນ ຊາວໄທ ຫລາຍຣາຍ ໄດ້ຕິດຕໍ່ ຂໍສັມປະທານ ຣາຍຍ່ອຍ ເຂົ້າໄປກໍ່ສ້າງ ຖນົນ ອາຄານ ຈັດສວນ ແລະ ອີກຫລາຍວຽກງານ ໃນສ່ວນການ ກໍ່ສ້າງ ກາຊີໂນ ຈີນ ຂອງກຸ່ມ ດອກງິ້ວຄໍາ ໃນແຂວງບໍ່ແກ້ວ ທີ່ຍັງສ້າງ ບໍ່ທັນແລ້ວ. ພ້ອມດຽວກັນ ກໍມີນັກ ລົງທຶນໄທ ແລະຈີນ ອີກຫລາຍຣາຍ ເຂົ້າໄປຂໍ ສັມປະທານ ໃນການເຊົ່າ ສະຖານທີ່ ອາຄານ ຮ້ານຄ້າຕ່າງໆ ເພື່ອເຮັດ ທຸຣະກິດ ເປີດໂຮງນວດ spa ຂາຍເສື້ອຜ້າ ແລະອື່ນໆ ໂດຍບໍ່ຕ້ອງ ຜ່ານທາງການ ແຂວງບໍ່ແກ້ວ ຫລື ຣັຖບານກາງ ຂອງລາວ.
ສໍາລັບເລື່ອງ ພາສີ ແລະ ຄ່າທັມນຽມ ນັກລົງທຶນ ຈະຕ້ອງເສັຽ ຄ່າເຊົ່າ ໃຫ້ຄນະຜູ້ ບໍຣິຫານ ຊາວຈີນ ໂດຍກົງ ເພາະສິດທິ ທັງໝົດ ໃນການຕັດສິນ ຂື້ນກັບຄນະ ຜູ້ບໍຣິຫານ ຊາວຈີນ ໃນເຂດ ກາຊີໂນຈີນ ແຕ່ພຽງຜູ້ດຽວ.