ດ່ານສາກົລບໍ່ເຕັນ ເປີດ 24 ຊົ່ວໂມງ

ດ່ານສາກົລ ບໍ່ເຕັນ ເຂດຊາຍແດນ ແຂວງຫລວງນໍ້າທາ ທີ່ຕິດກັບຈີນ ເປີດບໍຣິການ 24 ຊົ່ວໂມງ.

ດ່ານສາກົລ ເມືອງບໍ່ເຕັນ ແຂວງຫລວງນໍ້າທາ ເລີ່ມເປີດ ຕັ້ງແຕ່ຕົ້ນເດືອນ ເມສາ 2010 ໃຫ້ບໍຣິການ ຄົນເຂົ້າ-ອອກ ຕລອດ 24 ຊົ່ວໂມງ ເພື່ອອໍານວຍຄວາມ ສະດວກ ແກ່ນັກທ່ອງທ່ຽວ ທີ່ມີວີຊາ ຜ່ານເມືອງບໍ່ຫານ ຂອງຈີນ ເຂົ້າມາທາງແຂວງ ຫລວງນໍ້າທາ -ຕາມຄໍາເວົ້າຂອງ ທ່ານ ຄໍາຣຽນ ຕັນຍາແກ້ວ ຫົວໜ້າຜແນກ ຕ່າງປະເທດ ແຂວງຫລວງນໍ້າທາ:

"ທາງລາວ ເປີດດ່ານ 24 ຊົ່ວໂມງ ເປີດແລ້ວດຽວນີ້ ເດືອນເມສານີ້ ເພາະຣັຖບານ ກໍສເນີໃຫ້ ເຈົ້າໜ້າທີ່ ທັງໝົດກຽມພ້ອມ ແຕ່ຝ່າຍລາວຖືວ່າ ໄດ້ປະກາດເປີດ ພຽງ ຝ່າຍດຽວວ່າ ຈະໃຫ້ບໍຣິການ 24 ຊົ່ວໂມງ".

ຈຸດປະສົງ ຂອງການເປີດດ່ານ ຊາຍແດນສາກົລ ແຫ່ງນີ້ 24 ຊົ່ວໂມງ ກໍເພື່ອອໍານວຍ ຄວາມສະດວກ ໃຫ້ຊາວຈີນທີ່ ເດີນທາງເຂົ້າ-ອອກ ເມືອງບໍ່ເຕັນ ແຂວງ ຫລວງນໍ້າທາ ເພື່ອປະກອບ ທຸຣະກິດ ທ່ອງທ່ຽວ ແລະຫລີ້ນການພະນັນ ໃນກາຊີໂນ ເພາະຕອນນີ້ ພື້ນທີ່ກາຊີໂນ ແລະທຸຣະກິດເຂດນີ້ ໄດ້ຖືກປະກາດ ເປັນເຂດ ເສຖກິດ ຮ້ອຍສ່ວນຮ້ອຍແລ້ວ ຕາມດໍາຣັຖນາຍົກ ຣັຖມົນຕຣີລາວ ເມື່ອບໍ່ນານມານີ້. ດັ່ງນັ້ນຊາວຈີນ ທີ່ມີ ໜັງສືຜ່ານແດນ ຫລືວີຊາ ກໍສາມາດເຂົ້າ-ອອກ ປະເທດລາວ ຜ່ານດ່ານຊາຍແດນສາກົລ ເມືອງບໍ່ເຕັນ ແຂວງຫລວງນໍ້າທາ ໄດ້ຕລອດ 24 ຊົ່ວໂມງ.

ສ່ວນທາງດ້ານ ດ່ານຊາຍແດນສາກົລ ບໍ່ຫານຂອງຈີນ ຍັງເປີດເປັນເວລາ ຕາມປົກກະຕິ  ບໍ່ມີການເປີດ 24 ຊົ່ວໂມງ  ຊຶ່ງປາກົດວ່າ ພາກສ່ວນກ່ຽວຂ້ອງ ຂອງລາວ ຈະປະຊຸມກັບ ພາກສ່ວນກ່ຽວຂ້ອງ ຂອງຈີນຕື່ມອີກ ເພື່ອຂໍຄໍາເຫັນ ແລະລົງມະຕິຄວາມ ຮ່ວມມືຣະຫວ່າງ 2 ຝ່າຍລາວ-ຈີນ ຕໍ່ໄປ ເພື່ອຮຽກຮ້ອງ ໃຫ້ຈີນ ເປີດດ່ານຊາຍ ແດນສາກົລ ເພີ້ມຈາກເວລາ ປົກກະຕິ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org