ດ່ານຜ່ານແດນບໍ່ເຕັນ ມີລາຍຮັບເພີ້ມ
ການເປີດເຂດ ເສຖກິດພິເສດ ບໍ່ເຕັນ ແຂວງຫລວງນໍ້າທາ ຢ່າງເຕັມ ອັດຕຣາ ເຮັດໃຫ້ດ່ານ ກວດຄົນເຂົ້າເມືອງ ມີຣາຍໄດ້ ເພີ່ມຂຶ້ນ ເຖິງ 20 ສ່ວນຮ້ອຍ.
-
ມະນີຈັນ
2010-04-23 -
-
-
Your browser doesn’t support HTML5 audio
ການເປີດເຂດ ເສຖກິດພິເສດ ເມືອງບໍ່ເຕັນ ແຂວງຫລວງນໍ້າທາ ຢ່າງເຕັມຮູບແບບ ຊ່ວຍໃຫ້ ປະຊາຊົນ ແລະນັກທ່ອງທ່ຽວ ທີ່ເຂົ້າ-ອອກ ດ່ານສາກົລລາວ-ຈີນ ແຫ່ງນີ້ ມີຈໍານວນ ເພີ່ມຂຶ້ນ ຢ່າງວ່ອງໄວ ແລະທາງການລາວ ກໍມີລາຍໄດ້ ເພີ້ມຈາກການ ອອກວີຊາ ຜ່ານແດນ ເຂົ້າ-ອອກ ປະເທດເພີ່ມຂຶ້ນ ຢ່າງເຫັນໄດ້ຈະແຈ້ງ -ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ແຂວງຫລວງນໍ້າທາ:
"ກໍປົກກະຕິ ເພີ່ມກວ່າຫລາຍເດືອນ ທີ່ຜ່ານມາ ທັມມະດາ ວີຊາ ດັບດ່ານເຮົາ ກໍພຽງແຕ່ ເດືອນນຶ່ງ 30 ພັນຫລຽນ ດຽວນີ້ຂຶ້ນຮອດ 50-60 ພັນຫລຽນຕໍ່ເດືອນ".
ດ່ານຊາຍແດນ ສາກົລ ລາວ-ຈີນ ບໍ່ເຕັນ-ບໍ່ຫານ ເປັນດ່ານຊາຍແດນ ສໍາຄັນ ຊຶ່ງມີນັກທຸຣະກິດ ນັກຫລິ້ນການພະນັນ ແລະນັກທ່ອງທ່ຽວ 1 ພັນກວ່າຄົນ ເດີນທາງ ເຂົ້າ-ອອກ ໃນແຕ່ລະວັນ. ພ້ອມດຽວກັນ ການເປີດໃຊ້ຖນົນ ສາຍ R3-A ຢ່າງເປັນທາງການ ເພື່ອອໍານວຍຄວາມ ສະດວກ ໃຫ້ແກ່ຜູ້ຄົນ ໂດຍສະເພາະພວກ ຂົນສົ່ງ ສິນຄ້າ logistic ນັ້ນ ກໍຊ່ວຍໃຫ້ຣາຍ ໄດ້ຈາກ ຄ່າທໍານຽມ ຜ່ານແດນ ຄ່າອາກອນ ວີຊາຂອງພາກສ່ວນ ກວດຄົນເຂົ້າເມືອງ ແຂວງຫລວງນໍ້າທາ ກໍເພີ່ມຂຶ້ນຢ່າງຈະແຈ້ງ ເຊັ່ນກັນ.
ແລະພາຍໃນ 2 ເດືອນຂ້າງໜ້າ ຈໍານວນນັກທ່ອງທ່ຽວ ນັກທຸຣະກິດ ໂດຍສະເພາະຊາວຈີນ ທີ່ເຂົ້າມາຫລິ້ນ ການພະນັນ ທີ່ຕັ້ງຢູ່ໃກ້ ຊາຍແດນ ຈະເພີ່ມຂຶ້ນ ນໍາດ້ວຍ ຍ້ອນການເປີດດ່ານ ແບບ 24 ຊົ່ວໂມງ ຊຶ່ງມີການໂຄສນາ ປະຊາສັມພັນ ເປັນຢ່າງດີນັ້ນ ແລະກໍເຊື່ອວ່າ ດ່ານບໍ່ຫານຂອງ ຝ່າຍຈີນ ຈະໃຫ້ການຮ່ວມມື ພິຈາຣະນາ ຂຍາຍເວລາ ເປີດດ່ານ 24 ຊົ່ວໂມງ ຄືກັນກັບລາວ.