ສາຍສັມພັນ ການທະຫານ ລາວ-ສະຫະຣັດ

ສະຫະຣັດ ສ້າງສາຍສໍາພັນ ດ້ານການທະຫານ ກັບ ສປປລາວ, ວຽດນາມ ແລະ ກັມພູຊາ ຫລັງຈາກ ຮື້ຟື້ນ ສາຍສັມພັນ ການທະຫານ ກັບ ອິນໂດເນເຊັຍ.

ສະຫະຣັດ ​ເຣີ້ມພົວພັນ ທາງ​ດ້ານ​ ການ​ທະຫານ ກັບ ລາວ, ວຽດນາມ ​ແລະ ກັມ​ພູ​ຊາ, ຊຶ່ງ​ເປັນ​ສ່ວນ​ນຶ່ງ ຂອງ​ການ​ສ້າງ ສາ​ຍສໍາພັນ ຢ່າງ​ເລິກ​​ເຊິ່ງ ກັບ ປະ​ເທດ ​ເອ​ເຊັຍ ຕາ​ເວັນ​ອອກ ສ່ຽງ​ໃຕ້, ທ່າມກາງ ການ​ແຂ່ງ​ຂັນ ກັບ ອິທິພົນ ຂອງ​ຈີນ ​ໃນ​ເຂດ​ເອ​ເຊັຍ, ອີງ​ຕາມຣາຍງານ ຂອງ​ເຈົ້າ​ໜ້າ​ທີ່ ສະຫະຣັດ.

ສະຫະຣັດ ​ແລະ ລາວ ​​ມີ​ແຜນການ ​ແລກປ່ຽນ ​ກາ​ນທະຫານ ໃນ​ທ້າຍ​ປີ​ນີ້, ຊຶ່ງ​ເປັນ​ສ່ວນ​ນຶ່ງ ຂອງ​ຍຸ​ທະ​ສາດ ​ເພື່ອ​ແນ​​ໃສ່ ການ​ເພີ້​ມ ມາຕການ ການ​ປ້ອງ​ກັນ.

ທ່ານ ສະ​ກັອດ ມາຣຊຽນ, ຜູ້​ຊ່ອຍ ຮອງຣັຖມົນຕຣີ ຕ່າງປະ​ເທດ ສະຫະຣັດ ​ເວົ້າວ່າ: ​ພາຍ​ໃນ 3 ປີ ຫລັງ​ຈາກ ທີ່ ຮື້​ຟື້ນ ສາຍ​ສໍາພັນ ຫລາຍໆ​ດ້ານ ກັບ ອິນ​ໂດ​ເນ​ເຊັຍ, ທ່າມກາງ ຄວາມ​ເປັນ​ຫ່ວງ ຂອງ​ກຸ່ມ​ປົກ​ປ້ອງ ສິດທິ​ມະນຸດ, ສະຫະຣັດ ພວມ​ພັທນາ ສາຍ​ສັມພັນ ​ແບບ​ດຽວ​ກັນ ກັບ ລາວ, ວຽດນາມ ​ແລະ ກັມ​ພູ​ຊາ. ​ແລະ ວ່າ ສະຫະຣັດ ​ເຣີ້ມ ຈາກ​ໂຄງການ​ນ້ອຍໆ, ​ເປັນ​ຕົ້​ນ​ແມ່ນ ການ​ຝຶກອົບຮົມ, ການ​ແລກປ່ຽນ ຂໍ້​ມູນ​ຕ່າງໆ ທີ່​ເປັນ​ຜົນ​ປໂຍ​ດ.

ທ່ານ ມາຣຊຽນ ກ່າວ​ຕື່ມ​ວ່າ ​ໃນ​ທ້າຍ​ປີ​ນີ້, ສະຫະຣັດ ​ແລະ ຣັຖບານ​ລາວ ຈະ​ເປີດຫ້ອງການ ກ່ຽວ​ກັບ ການ​ປ້ອງ​ກັນ ​​ໃນ​ນະຄອນຫລວງ ຂອງ​ກັນ​ແລະກັນ, ຊຶ່ງ​ເປັນ​ບາດກ້າວ ທໍາ​ອິດ ​ແລະ ສໍາຄັນ.

​ເຈົ້າ​ໜ້າທີ່ ສະຫະຣັດ ປະຕິ​ເສດ ທີ່​ຈະ​ໃຫ້​ຄວາມ​ເຫັນ ຖ້າ​ຫາກ​ວ່າ ການ​ສ້າງ ສາ​ຍສໍາພັນ ກັບ ລາວ, ວຽດນາມ ​ແລະ ກັມ​ພູ​ຊາ ​ເປັນ​ການກວດກາ​ເບິ່ງ ການ​ແຜ່ ​ອິດ​ທິພົນ ຂອງ​ຈີນ ​ໃນ​ປະ​ເທດ​ເອ​ເຊັຍ ຕາ​ເວັນ​ອອກ ສ່ຽງ​ໃຕ້, ​ແຕ່​ເວົ້າ​ວ່າ ​ເປັນພຽງ​ສ່ວນ​ນຶ່ງ ຂອງ​ການ​ສ້າງ ສາ​ຍສັມພັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org