ໄທຈະສືບຕໍ່ໃຫ້ ການຊ່ວຍເຫລືອແກ່ສປປລາວ

ທ່ານ ກະສິດ ພິຣົມ ຣັຖມົນຕຣີກະຊວງ ການຕ່າງປະເທດໄທ ໄປຢ້ຽຢາມນະຄອນ ຫລວງວຽງຈັນເມື່ອວັນສຸກ ວັນທີ່ 16 ມົກກະຣາ ນີ້ ແລະໄດ້ພົບປະຫາລືກັບທ່ານ ບົວສອນ ບຸຜາວັນ ນາຍົກຣັຖມົນຕຣີ

ໄທຈະສືບຕໍ່ໃຫ້ການ ຊ່ວຍເຫລືອແກ່ສປປລາວ. ທ່ານ ກະສິດ ພິຣົມ ຣັຖມົນຕຣີກະຊວງ ການຕ່າງປະເທດໄທ ໄປຢ້ຽຢາມນະຄອນ ຫລວງວຽງຈັນເມື່ອວັນສຸກ ວັນທີ່ 16 ມົກກະຣາ ນີ້ ແລະໄດ້ພົບປະຫາ ລືກັບທ່ານ ບົວສອນ ບຸຜາວັນ ນາຍົກຣັຖມົນຕຣີ ແລະທ່ານ ທອງລຸນ ສີສຸລິດ ຮອງນາຍົກຣັຖມົນຕຣີ ແລະຣັຖມົນຕຣີກະຊວງ ການຕ່າງປະເທດສປປລາວ; ໃນໂອກາດພົບ ປະຫາລືກັນນັ້ນ ທ່ານ ກະສິດ ໄດ້ຕົກລົງຈະໃຫ້ ການຊ່ວຍເຫລືອ ແກ່ລາວສືບຕໍ່ໄປ ໂດຍສະເພາະຈະຊ່ວຍ ທາງດ້ານການສຶກສາ ແລະການເງິນ ຊຶ່ງລວມເງິນຊ່ວຍ ເຫລືອທັງໝົດຈະມີເຖິງ 6 ຕື້ບາດ. ບໍ່ເທົ່ານັ້ນຣັຖມົນຕຣີ ການຕ່າງປະເທດໄທ ຍັງໄດ້ຫາລືກັບຄະນະ ຜູ້ນຳລາວກ່ຽວກັບການ ເປີດດ່ານຊາຍແດນ ຣະຫວ່າງສອງປະເທດຕື່ມ ເພື່ອສົ່ງເສີມການທ່ອງ ທ່ຽວແລະການລົງທຶນ. ປັດຈຸບັນໄທເປັນປະເທດ ທີ່ນຶ່ງທີ່ລົງທຶນ ຫລາຍທີ່ສຸດຢູ່ລາວ. ທ່ານ ກະສິດ ພິຣົມ ກ່າວອີກວ່າ ຈຸດປະສົງອີກຢ່າງ ນຶ່ງຂອງການໄປ ຢ້ຽມຢາມສປປລາວຄັ້ງນີ້ ກໍແມ່ນ ເພື່ອກະຕຽມການໄປຢ້ຽມຢາມລາວຂອງນາຍົກຣັຖມົນຕຣີ ອະພິສິດ ເວດຊາຊີວະ ຊຶ່ງຄາດວ່າຈະໄປຢ້ຽມຢາມລາວພາຍໃນວັນສຸກ ວັນທີ່ 23 ຈະມາເຖິງ.ເປັນທີ່ສັງເກດວ່າ ນາຍົກຣັຖມົນຕຣີ ແລະຣັຖມົນຕຣີການ ຕ່າງປະເທດໄທ ທີ່ໄດ້ຮັບຕຳແໜ່ງໃໝ່ໆ ມັກໄປຢ້ຽມຢາມສປປລາວ ກ່ອນປະເທດອື່ນໆ ໄທຖືວ່າເປັນ ປະເພນີທີ່ເຄີຍປະຕິບັດມາ ເພາະວ່າສອງປະເທດ ລາວແລະໄທມີຄວາມ ສຳພັນກັນດີເປັນພິເສດ ມີປະເພນີວັທນະທັມ ສາສນາແລະພາສາ ປາກເວົ້າຄ້າຍຄືກັນ.





2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org