ກອງປະຊຸມຄັ້ງທີ່ 30 ຂອງ ASEANAPOL

ກອງປະຊຸມ ຄັ້ງທີ່ 30 ຂອງ ASEANAPOL ຫລື ກອງປະຊຸມ ຫົວໜ້າ ກົມຕໍາຣວຈ ແຫ່ງຊາຕ ຂອງບັນດາ ປະເທສ ສະມາຊິກ ອາຊ໊ຽນ ຈັດຂຶ້ນຢູ່ ກຸງພະນົມເປັນ ໃນມື້ວັນອັງຄານ ນີ້ ເພື່ອສົ່ງເສີມ ດ້ານຄວາມຮ່ວມມື ແລະໃຫ້ຄວາມ ຊ່ວຍເຫລືອ ຊຶ່ງກັນແລະກັນ ຮ່ວມກັບບັນດາ ປະເທສ ຄູ່ເຈຣະຈາ ໃຫ້ແໜ້ນແຟ້ນ ກວ່າເກົ່າ.

0:00 / 0:00

ອົງກາຣ ຂ່າວຊິນຮົວ ຣາຍງານວ່າ: ມີທ່ານ Sar Kheng ຮອງນາຍົກ ຣັຖມົນຕຣີ ແລະ ຣັຖມົນຕຣີ ກະຊວງພາຍໃນ ກັມພູຊາ ເປັນປະທານໃນ ພິທີກາຣເປີດ ໂດຽມີ ເຈົ້າໜ້າທີ່ຣະດັບສູງ ຂອງກົມຕຳຣວຈ ຈາກ 10 ປະເທສ ສະມາຊິກອາຊ໊ຽນ ພ້ອມກັບປະເທສ ຄູ່ເຈຣະຈາ ຊຶ່ງກໍຮວມທັງ ຈີນ ຍີ່ປຸ່ນ ເກົາຫລີໃຕ້ ອອສເຕຣເລັຽ ນິວຊີແລນດ໌ ແລະຜູ້ຕາງໜ້າ ອົງກາຣຕຳຣວຈ ສາກົລ ຮວມທັງໝົດເກືອບ ຮອດ 300 ຄົນເຂົ້າຮ່ວມ.

ໃນຣາຍກາຣ ກອງປະຊຸມເປັນ ເວລາ 4 ມື້ຄັ້ງນີ້ ນອກຈາກກາຣ ຣາຍງານກ່ຽວກັບ ຄວາມຄືບໜ້າໃນ ດ້ານກາຣປາບປາມ ອາຊຍາກັມ ຂ້າມຊາຕແລ້ວນັ້ນ ບັນດາ ເຈົ້າໜ້າທີ່ໆເຂົ້າຮ່ວມ ກອງປະຊຸມ ກໍມີກຳໜົດທີ່ ຈະພິຈາຣະນາ ຫາຣືກັນ ກ່ຽວກັບບັນຫາ ອື່ນໆນຳດ້ວຍ ໂດຽສະເພາະ ບັນຫາ ກາຣກໍ່ກາຣຮ້າຍ ຢາເສພຕິດ ບັນຫາ ກາຣລັກລອບ ຄ້າອາວຸທສົງຄາມ ແລະ ບັນຫາກາຣ ລະເມີດຣະບຽບ ກົດໝາຍ ທາງອິນເຕີຣ໌ເນັຕ ນຳດ້ວຍ.

ທ່ານ Neth Savoeun ຫົວໜ້າກົມ ຕຳຣວຈແຫ່ງຊາຕ ກັມພູຊາ ໄດ້ກ່າວໃນພິທີ ກອງປະຊຸມ ຕອນໜຶ່ງວ່າ ກອງປະຊຸມ ປະຈຳປີຄັ້ງນີ້ ຍັງເປັນໂອກາສ ໃຫ້ທາງກາຣ ຕຳຣວຈກັມພູຊາ ໄດ້ທົບທວນເບິ່ງ ຜົລກາຣ ປະຕິບັຕວຽກງານ ຮ່ວມກັບທາງ ເຈົ້າໜ້າທີ່ອາຊ໊ຽນ ແລະ ໃນພູມີພາຄ ນຳດ້ວຍເຊັ່ນກັນ.