ຊາວລາວ ເຜົ້າມົ້ງ ຈຳນວນ 11 ຄົນ ທີ່ລາວຮັບມອບ ຈາກທາງການໄທ ເພື່ອກັບຄືນປະເທດນັ້ນ ຈະຕ້ອງໄດ້ເຂົ້າໃຈ ຂັ້ນຕອນ ແລະ ລະບຽບການ ໃນການຮັບຕ້ອນ
-
2008-03-05 -
-
-
ທາງການລາວຊີ້ແຈງວ່າ ຊາວລາວເຜົ້າມົ້ງຈຳນວນ 11 ຄົນ ທີ່ລາວຮັບມອບ ຈາກທາງການໄທ ເພື່ອກັບຄືນປະເທດນັ້ນ ຈະຕ້ອງໄດ້ເຂົ້າໃຈຂັ້ນຕອນ ແລະ ລະບຽບການ ໃນການຮັບຕ້ອນເຂົາເຈົ້າເສັຽກ່ອນ, ນອກນັ້ນກໍຕ້ອງເຂົ້າໃຈ ເຖິງນະໂຍບາຍຂອງພັກ ແລະຣັຖະບານລາວ ຕໍ່ຊາວເຜົ້າມົ້ງ ແລະບົດບາດໜ້າທີ່ ຂອງເຂົາເຈົ້າ ຕໍປະເທດຊາດ ມີຄືແນວໃດແດ່ ກ່ອນເຂົາເຈົ້ າຈະກັບຄືນໄປ ຍັງຖິ່ນຖານເດີມ.
ດັ່ງທີ່ທ່ານ ຢົງ ຈັນທະລັງສີ ໂຄສົກປະຈຳກະຊວງການຕ່າງ ປະເທດຂອງລາວ ໄດ້ກ່າວວ່າ:
(ສຽງ) "ໝາຍຄວາມວ່າຄື ຂັ້ນຕອນ ໃນການຕ້ອນຮັບຊາວເຜົ້າມົ້ງ ແມ່ນລະບຽບການ ຂອງມັນ ໝາຍວ່າ ຣັຖະບານລາວ ຈະເອົາເຂົາເຈົ້າ ໄປໄວ້ຢູ່ສູນຊົ່ວຄາວ ເພື່ອຈະຊີ້ແຈງ ອະທິບາຍໃຫ້ເຂົາເຈົ້າ. ແລະນອກຈາກນັ້ນ ພວກເຮົາ ຍັງຈະຊີ້ແຈງ ອະທິບາຍ ພວກເຂົາເຈົ້າ ຕື່ມວ່ານະໂຍບາຍ ຂອງຣັຖະບານ ຕໍ່ເຂົາເຈົ້າເປັນແນວໃດ ໃຫ້ເຂົ້າໃຈຄັກ ແນ່ເສັຽກ່ອນ ອັນນີ້ເປັນຂັ້ນຕອນຈຳເປັນ. ."
ໃນຂະນະທີ່ຢູ່ໃນສູນຊົ່ວຄາວນັ້ນ ທາງການລາວ ກໍສອບຖາມເຖິງບ້ານເກີດ ເມືອງນອນເດີມ ຂອງເຂົາເຈົ້າ ວ່າຢູ່ບ້ານໃດ ແລ້ວຈະເປີດໂອກາດໃຫ້ ເຈົ້າໜ້າທີ່ ອຳນາດການປົກຄອງ ຈາກທ້ອງຖິ່ນ ແລະຍາຕິພີ່ນ້ອງ ມາຮັບເອົາ ເພື່ອກັບຄືນໄປບ້ານເດີມ.
ສຳລັບຜູ້ທີ່ບໍ່ມີຍາຕິພີ່ນ້ອງ ແລະສູນເສັຽໝົດທຸກສິ່ງ ທຸກຢ່າງ ໃນເວລາທີ່ໜີອອກຈາກບ້ານ ໄປປະເທດໄທນັ້ນ ທາງການ ກໍຈະຈັດໃຫ້ໄປ ຢູ່ບ້ານພັດທະນາ ຜາຫລັກແຂວງວຽງຈັນ ນີ້ເອງຊຶ່ງເປັນສະຖານທີ ່ທີ່ຣັຖະບານ ໄດ້ຈັດສັນໄວ້ ສຳລັບຊາວມົ້ງລາວ ທີ່ກັບຄືນຈາກປະເທດໄທ.
ການກັບໄປຢູ່ບ້ານເດີມນັ້ນ ກໍຕ້ອງແມ່ນຄວາມສະມັກໃຈ ຂອງເຂົາເຈົ້າເອງ. ວິທີການຕ່າງໆ ທີ່ຝ່າຍລາວໄດ້ປະຕິບັດຕໍ່ຊາວມົ້ງ ທີ່ກັບຄືນຈາກປະເທດໄທນັ້ນ ຝ່າຍລາວກໄດ້ແຈ້ງ ໃຫ້ຝ່າຍໄທ ຊາບນຳທຸກຢ່າງດ້ວຍຄວາມໂປ່ງໃສດີ ທ່ານ ກ່າວໃນທີ່ສຸດ.
ສົມເນ ຣາຍງານ
ອ່ານຂ່າວເພີ້ມເຕີມ
- ນະຄອນຫລວງວຽງຈັນ ຈັດພິທີ ບູຊາ ເພື່ອບູຣະນະ ປະຕິສັງຂອນ ວັດສີສະເກດ ຢ່າງເປັນທາງການ
- ທາງກາຣກ່ຽວຂ້ອງ ຈາກ 4 ຊາຕ ເຂຕລຸ່ມແມ່ນ້ຳຂອງ ຕອນເທີງ ຕຣຽມລົງນາມ ໃນຂໍ້ສັນຍາ ຄວາມຮ່ວມມື ທີ່ມີກຳໜົດຈັດຂື້ນ ໃນມື້ວັນອັງຄາຣ ນີ້
- ນັກລົງທຶນຕ່າງປະເທດ ຊຸກຍູ້ສົ່ງເສີມ ເພື່ອໃຫ້ທາງກາຣ ກ່ຽວຂ້ອງ ເຣັ່ງສ້າງສນາມບິນ ສວັນນະເຂຕ ໃຫ້ແລ້ວໄວໆ ເພື່ອຮອງຮັບຄວາມເຕີບໂຕ ທາງດ້ານເສຖກິຈ
- ໂຄງກາຣດູດນ້ຳຂອງ ໄປໃຊ້ເປັນທາງເລືອກ ອັນໜື່ງຂອງໄທຽ ທີ່ຈະຕ້ອງພິຈາຣະນາ ຢ່າງຖີ່ຖ້ວນ ວ່າຈະກຸ້ມຄ່າ ຫລືບໍ ແລະຕ້ອງໄດ້ຫາຣື ກັບປະເທດເພື່ອນບ້ານ ນຳດ້ວຍ
- ຄວາມຖີ່ຂອງແຜ່ນດິນໃຫວ ທີ່ເກີດຂື້ນ ໃນພາກເໜືອ ຂອງລາວ ອາດສົ່ງຜົນກະທົບ ຕໍ່ ການສ້າງເຂື່ອນ ໃນອານາຄົດ
- ໄທ ຈະສືບຕໍ່ໄຫ້ການຊ່ວຍເຫລືອ ແລະລົງທຶນ ໃນສປປລາວ ຄ່ຽງຄູ່ກັນໄປ
- ໂຣກຄວາມກົດດັນ ຫລືວ່າໂຣກຄວາມຄຽດ ທີ່ເກີດຂື້ນ ໃນໝູ່ຄົນລາວ ອາດກາຍ ເປັນບັນຫາໃຫ່ຽ ໃນອານາຄົດຕໍ່ໄປ
- ການຈັດສໍາມະນາ ເລື່ອງການຮ່ວມມື ດ້ານ Logistic ແລະ ການຄ້າ ໃນກຸ່ມອະນຸພູມີພາກ ແມ່ນໍ້າຂອງ ທີ່ ແຂວງຊຽງຮາຍ
- ສປປລາວ ລົງນາມໃນສັນຍາ ເພື່ອໃຫ້ບໍຣິສັທ ອີຕາລຽນ-ໄທຽ ປັບປຸງສນາມບິນ ເມືອງປາກເຊ ແຂວງຈຳປາສັກ
- ໂຄງກາຣສ້າງອຸໂມງ ຫລືທໍ່ທາງພື້ນດິນ ເພື່ອສູບນ້ຳ ຈາກແມ່ນ້ຳຂອງ ຂື້ນມາໃຊ້ ຂອງທາງກາຣໄທຽ ອາຈຈະສົ່ງຜົລກະທົບ ຕໍ່ທຸຣະກິຈກາຣຄ້າ ກັບປະເທດ ເພື່ອນບ້ານ